ຂປລ
ຄະນະກຳມະການ ເອີຣົບ (ອີຊີ) ແຈ້ງໃຫ້ຮູ້ວ່າ: ໄດ້ປ່ອຍບ້ວງເງິນໜູນຊ່ວຍ ທີ່ມີ ມູນຄ່າ 2 ລ້ານເອີໂຣ (2,32 ລ້ານໂດລາສະຫະລັດ) ໃຫ້ແກ່ ກູບາ ເພີ່ມຕື່ມອີກ.
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 01 ເມສາ, ຄະນະກຳມະການ ເອີຣົບ (ອີຊີ) ແຈ້ງໃຫ້ຮູ້ວ່າ: ໄດ້ປ່ອຍບ້ວງເງິນໜູນຊ່ວຍ ທີ່ມີ ມູນຄ່າ 2 ລ້ານເອີໂຣ (2,32 ລ້ານໂດລາສະຫະລັດ) ໃຫ້ແກ່ ກູບາ ເພີ່ມຕື່ມອີກ. ຕາມຖະແຫລງການ ຂອງ ອີຊີ ລະບຸວ່າ: ບ້ວງເງິນ ດັ່ງກ່າວ ຈະປະກອບສ່ວນເຂົ້າໃນ ການໜູນຊ່ວຍ ວຽກງານພະລາທິການ ໃຫ້ແກ່ ຄູ່ຮ່ວມມື ມະນຸດສະທຳ ຂອງ ສະຫະພາບ ເອີຣົບ (ອີຢູ) ໃນການ ສະໜອງ ບ້ວງເງິນ ອຸປະຖຳ ໂດຍດ່ວນ ແລະ ຜູ້ທີ່ມີຄວາມສ່ຽງສູງ, ຍ້ອນວິກິດການ ດ້ານພະລັງງານ ໃນປະຈຸບັນ ແລະ ບັນດາ ຄວາມຫຍຸ້ງຍາກ ກ່ຽວຂ້ອງເຖິງ ການຈັດແບ່ງ ທັນຍາຫານ ແລະ ນ້ຳດຶ່ມ ຢູ່ ກູບາ. ບ້ວງເງິນນີ້ ແມ່ນເພີ່ມເຕີມ ໃຫ້ບ້ວງເງິນ ຊ່ວຍເຫລືອ 4 ລ້ານເອີໂຣ ທີ່ໄດ້ອະນຸມັດຜ່ານ ກ່ອນໜ້ານັ້ນໃນປີນີ້ ເຊິ່ງເຄີຍສະຫງວນ ໃຫ້ພາກພື້ນ ກາຣີເບ./
KPL