ຂປລ
ຂປລ. ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປວງຊົນລາວທັງ ຊາດດຳເນີນພາລະກິດປ່ຽນແປງ ໃໝ່ຢ່າງ ຮອບດ້ານ ແລະ ມີຫລັກ ການຂອງພັກໃນເງື່ອນໄຂສະພາບ ແວດລ້ອມສາກົນ ທີ່ມີການຜັນແປ ໄປຢ່າງໄວວາ ແລະ ສະຫລັບຊັບ ຊ້ອນ ເຊິ່ງມີທັງກາລະໂອກາດທີ່ ເອື້ອອຳນວຍ ແລະ ສິ່ງທ້າທາຍ ທົດສອບນາໆປະການຕໍ່ພາລະກິດ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດຂອງພວກເຮົາ, ພວກ ເຮົາໄດ້ຜະເຊີນໜ້າໂດຍກົງກັບກົນ ອຸບາຍຫັນປ່ຽນ ໂດຍສັນຕິຢ່າງ ຮອບດ້ານຂອງພວກຈັກກະພັດ ແລະ ອິດທິກຳລັງປໍລະປັກ.
ຂປລ. ພັກປະຊາຊົນປະຕິວັດ
ລາວ ໄດ້ນຳພາປວງຊົນລາວທັງ
ຊາດດຳເນີນພາລະກິດປ່ຽນແປງ
ໃໝ່ຢ່າງ ຮອບດ້ານ ແລະ ມີຫລັກ
ການຂອງພັກໃນເງື່ອນໄຂສະພາບ
ແວດລ້ອມສາກົນ ທີ່ມີການຜັນແປ
ໄປຢ່າງໄວວາ ແລະ ສະຫລັບຊັບ
ຊ້ອນ ເຊິ່ງມີທັງກາລະໂອກາດທີ່
ເອື້ອອຳນວຍ ແລະ ສິ່ງທ້າທາຍ
ທົດສອບນາໆປະການຕໍ່ພາລະກິດ
ປົກປັກຮັກສາ ແລະ ພັດທະນາ
ປະເທດຊາດຂອງພວກເຮົາ, ພວກ
ເຮົາໄດ້ຜະເຊີນໜ້າໂດຍກົງກັບກົນ
ອຸບາຍຫັນປ່ຽນ ໂດຍສັນຕິຢ່າງ
ຮອບດ້ານຂອງພວກຈັກກະພັດ
ແລະ ອິດທິກຳລັງປໍລະປັກ.
ໄລຍະແຕ່ປີ 1961-1973,
ແມ່ນໄລຍະແຫ່ງການຕໍ່ສູ້ປົກປັກ
ຮັກສາ 2 ແຂວງເຕົ້າໂຮມ ແລະ ຕີ
ເອົາຊະນະຍຸດທະສາດສົງຄາມ
ພິເສດ, ສົງຄາມພິເສດເພີ່ມທະວີ
ຂອງພວກລ່າເມືອງຂຶ້ນແບບໃໝ່
ໂດຍສືບຕໍ່ມູນເຊື້ອຂອງກຳລັງສັນ
ຕິລາດ ໃນການຈັດຕັ້ງເອົາກຳລັງ
ລົງຮາກຖານປຸກລຸກ ຂົນຂວາຍ
ປະຊາຊົນເຂົ້າໃນການກໍ່ສ້າງ 2
ແຂວງເຕົ້າໂຮມ ແລະ ເຫດການ
ປະຫວັດສາດມະຫັດສະຈັນນໍາເອົາ
ຜູ້ນໍາຂອງຝ່າຍແນວລາວຮັກຊາດ
ທີ່ຖືກຄຸມຂັງຢູ່ຄຸກໂພນເຄັ່ງອອກ
ໄປສູ່ເຂດທີ່ໝັ້ນຢ່າງປອດໄພ, ກຳ
ລັງປ້ອງກັນຄວາມສະຫງົບປະຊາ
ຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າ
ເຂົ້າໃນການຕີເອົາຊະນະສັດຕູຢູ່
ທຸກໆສະໜາມຮົບໃນທົ່ວປະເທດ
ເຊັ່ນ: ປີ 1961-1962 ກໍາລັງປ້ອງ
ກັນຄວາມສະຫງົບຮ່ວມກັບກອງ
ທັບບຸກໂຈມຕີສັດຕູຢູ່ສາລາພູຄູນ,
ທາງເລກ 8, 9, 12 ແລະ ປົດປ່ອຍຫລວງນໍ້າທາ ບັງຄັບໃຫ້ພວກມັນ
ຕ້ອງຍອມເຊັນສັນຍາເຊີແນວ ກ່ຽວ
ກັບລາວ ແລະ ປະຕິບັດການຮວມ
ລາວຄັ້ງທີ 11 ສ້າງຕັ້ງລັດຖະບານ
ປະສົມ 3 ຝ່າຍ. ປີ 1968-1973
ກໍາລັງປ້ອງກັນຄວາມສະຫງົບ
ຮ່ວມກັບກອງທັບ ບຸກໂຈມຕີສັດຕູ
ຢູ່ບັ້ນຮົບນໍ້າບາກ, ບັ້ນຮົບກູ້ກຽດ,
ບັ້ນຮົບລາມເຊີນ 719 ແລະ ບັ້ນຮົບ
ອື່ນໆ ເຮັດໃຫ້ຍຸດທະສາດສົງຄາມ
ພິເສດ ແລະ ສົງຄາມພິເສດເພີ່ມທະ
ວີ ຂອງພວກຈັກກະພັດລ່າເມືອງ
ຂຶ້ນແບບໃໝ່ ປະລາໄຊຢ່າງຮາບ
ຄາບ, ບັງຄັບໃຫ້ພວກມັນຕ້ອງ
ຍອມເຊັນສັນຍາວຽງຈັນ ວັນທີ
21 ກຸມພາ 1973 ກ່ຽວກັບລາວ,
ຍອມຈັດຕັ້ງລັດຖະບານປະສົມ
ແລະ ຄະນະມົນຕີປະສົມການເມືອງ
ແຫ່ງຊາດ, ຮັບຮູ້ 2 ຕົວເມືອງເປັນ
ກາງ (ນະຄອນຫລວງວຽງຈັນ
ແລະ ຫລວງພະບາງ), ສ້າງຄວາມ
ປອງດອງຊາດ ຄັ້ງທີ 111.
ໄລຍະແຕ່ປີ 1973 -1975,
ແມ່ນໄລຍະແຫ່ງການຕໍ່ສູ້ກະກຽມ
ແລະ ດໍາເນີນການຍາດເອົາໄຊຊະ
ນະຢ່າງສົມບູນ, ສ້າງຕັ້ງລະບອບ
ໃໝ່ ສາທາລະນະລັດ ປະຊາທິປະໄຕ
ປະຊາຊົນລາວ. ກໍາລັງປ້ອງກັນ
ຄວາມສະຫງົບໄດ້ຮັບການປັບປຸງ,
ກໍ່ສ້າງກຳລັງມີຈຳນວນພົນ 1.000
ສະຫາຍ, ໂດຍເລືອກເອົາທະຫານ
ມາຝຶກອົບຮົມໄລຍະສັ້ນວຽກງານ
ວິຊາສະເພາະຕຳຫລວດ ແລ້ວສົ່ງ
ເຂົ້າປະສົມກັບຕຳຫລວດຂອງຝ່າຍ
ວຽງຈັນ ຢູ່ 2 ນະຄອນເປັນກາງ
(ວຽງຈັນ ແລະ ຫລວງພະບາງ).
ພາຍໃຕ້ການນໍາພາຂອງພັກ ກໍາລັງ
ປ້ອງກັນຄວາມສະຫງົບ ໄດ້ພ້ອມ
ກັບກຳລັງປະຕິວັດທີ່ຮັກຊາດໃນ
ທົ່ວປະເທດ ລຸກຮືຂຶ້ນໂຄ່ນລົ້ມລະ
ບອບສັກດີນາທີ່ຄົງຕົວຢູ່ປະເທດເຮົາ
ມາໄດ້ຫລາຍຮ້ອຍປີ ແລະ ສະຖາ
ປະນາ ສາທາລະນະລັດ ປະຊາທິປະ
ໄຕ ປະຊາຊົນລາວ ໃນວັນທີ 2 ທັນ
ວາ 1975 ຢ່າງສະຫງ່າຜ່າເຜີຍ.
ໄລຍະແຕ່ປີ 1975 -1986,
ແມ່ນໄລຍະແຫ່ງການປົກປັກຮັກ
ສາ ແລະ ບູລະນະປະເທດຊາດ. ປະ
ເທດຊາດຫາກໍໄດ້ຮັບການປົດປ່ອຍ
ສະພາບເສດຖະກິດ, ວັດທະນະ
ທໍາ-ສັງຄົມ ຍັງມີຄວາມຫຍຸ້ງຍາກ;
ບັນດາອິດທິກຳລັງປໍລະປັກ ໄດ້
ຕັ້ງໜ້າເຄື່ອນໄຫວມ້າງເພທຳລາຍ
ລະບອບໃໝ່ ຂອງພວກເຮົາຢ່າງ
ຮອບດ້ານ. ຕໍ່ໜ້າສະພາບການດັ່ງ
ກ່າວ ສູນກາງພັກປະຊາຊົນປະຕິ
ວັດລາວ ໄດ້ເນັ້ນວ່າ: “ ວຽກງານ
ປ້ອງກັນຊາດ- ປ້ອງກັນຄວາມສະ
ຫງົບ ຍັງແມ່ນໜ້າທີ່ແຖວໜ້າ ແລະ
ສໍາຄັນອັນດັບໜຶ່ງ”.
ເພື່ອປະຕິບັດຕາມທິດນຳດັ່ງ
ກ່າວ ກຳລັງປ້ອງກັນຄວາມສະຫງົບ
ໄດ້ສົມທົບແໜ້ນກອງທັບ ແລະ ປະ
ຊາຊົນລາວບັນດາເຜົ່າຕໍ່ສູ້ຕ້ານສະ
ກັດກັ້ນ ແລະ ແກ້ໄຂສະພາບຄວາມ
ບໍ່ສະຫງົບຢູ່ບາງຕົວເມືອງໃຫຍ່
ແລະ ບາງບໍລິເວນ, ຄຽງບ່າຄຽງ
ໄຫລ່ກັບກອງທັບ ແລະ ປະຊາຊົນ
ລາວ ຕີເອົາຊະນະການແຊກແຊງ,
ເກາະຜິດ, ບຽດຢືດດິນແດນຂອງ
ພວກປະຕິການຂວາຈັດ, ເປັນເຈົ້າ
ການປ້ອງກັນຜູ້ນຳ ແລະ ອົງການນຳຂອງພັກ-ລັດໃຫ້ມີຄວາມປອດໄພ.
ນັບແຕ່ປີ 1986 ເປັນຕົ້ນມາ
ໂດຍສະເພາະແມ່ນກອງປະຊຸມໃຫຍ່
ຄັ້ງທີ IV ຂອງພັກໄດ້ວາງທິດທາງ
ໜ້າທີ່ຄື: ປັບປຸງວຽກງານປ້ອງກັນ
ຄວາມສະຫງົບຮອບດ້ານຢູ່ພື້ນ
ຖານ; ຈັດຕັ້ງແນວຮົບປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບຢູ່
ທ້ອງຖິ່ນຢ່າງແໜ້ນໜາ; ຕັ້ງໜ້າ
ປັບປຸງ, ຍົກສູງຄຸນນະພາບຂອງ
ບັນດາກຳລັງທະຫານ ແລະ ກຳລັງ
ປ້ອງກັນຄວາມສະຫງົບ, ເດັດດ່ຽວ
ທັບມ້າງທຸກການເຄື່ອນໄຫວມ້າງ
ເພທຳລາຍຂອງສັດຕູ ແລະ ປົກປັກ
ຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ.
ປະທານ ໄກສອນ ພົມວິຫານ
ໄດ້ໂອ້ລົມ ແລະ ໄດ້ເນັ້ນໜັກ 3 ໜ້າ
ທີ່ ຄື: ໜຶ່ງ. ຕໍາຫລວດຕ້ອງຮູ້ເຮັດ
ວຽກງານກໍ່ສ້າງຮາກຖານການ
ເມືອງ ແລະ ພັດທະນາຊົນນະບົດ;
ສອງ: ຕໍາຫລວດຕ້ອງຢູ່ເຮັດວຽກ
ງານ ສືບຂ່າວກໍາສະພາບການ;
ສາມ: ຕໍາຫລວດຕ້ອງຮູ້ກົດໝາຍ
ພາຍໃນ ແລະ ຕ່າງປະເທດ. ປະຕິບັດ
ຕາມມະຕິ IV ຂອງພັກ ແລະ ຄໍາ
ເຫັນໂອ້ລົມ ຂອງປະທານ ໄກສອນ
ພົມວິຫານ ກໍາລັງປ້ອງກັນຄວາມ
ສະຫງົບ ໄດ້ສົມທົບແໜ້ນກັບກອງ
ທັບປະຊາຊົນລາວ ຕີເອົາຊະນະ
ການບຽດຢຶດຂອງພວກປະຕິການ
ຂວາຈັດໄທ ຢູ່ສະໜາມຮົບບໍ່ແຕນ
ແຂວງໄຊຍະບູລີ; ທັບມ້າງກົນອຸ
ບາຍຫັນປ່ຽນໂດຍສັນຕິຂອງສັດຕູ,
ສະກັດກັ້ນ ແລະ ແກ້ໄຂປະກົດການ
ຫຍໍ້ທໍ້ຂອງສັງຄົມ, ອັນພົ້ນເດັ່ນ ແມ່ນ
ການແກ້ໄຂແນວຄິດລະແວງສົງໄສ
ແລະ ທັດສະນະຜິດເຂວ ກ່ຽວກັບ
ສັງຄົມນິຍົມ, ແນວຄິດຫລາຍພັກ
ຫລາຍເຄົ້າ, ປະຊາທິປະໄຕເສລີ
ແລະ ບັນຫາອື່ນໆ. ກໍາລັງປ້ອງກັນ
ຄວາມສະຫງົບໄດ້ສືບຕໍ່ຫັນເອົາ
ກໍາລັງລົງກໍ່ສ້າງຮາກຖານການ
ເມືອງ ຕິດພັນກັບການພັດທະນາ
ຊົນນະບົດຮອບດ້ານປັບປຸງກໍ່ສ້າງ
ກໍາລັງ ແລະ ວຽກງານປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບ ຢູ່
ຮາກຖານໃຫ້ເຂັ້ມແຂງຕາມ 4
ເນື້ອໃນ 4 ຄາດໝາຍ, ເຮັດໃຫ້
ສະພາບການທົ່ວປະເທດ ມີຄວາມ
ສະຫງົບ ແລະ ສັງຄົມມີຄວາມເປັນ
ລະບຽບຮຽບຮ້ອຍ.
ຕະຫລອດໄລຍະ 65 ປີຜ່ານ
ມາ ເຊິ່ງການສ້າງຕັ້ງກຳລັງປ້ອງ
ກັນຄວາມສະຫງົບປະຊາຊົນ ແມ່ນ
ເຫດການປະຫວັດສາດທີ່ສຳຄັນ
ຂອງຊາດ, ແມ່ນບາດກ້າວຂະ
ຫຍາຍຕົວຂອງການປະຕິວັດ, ແມ່ນ
ກຳລັງປະກອບອາວຸດປະຕິວັດໜຶ່ງ
ທີ່ແຫລມຄົມຂອງພັກ ເພື່ອປົກປັກ
ຮັກສາພັກ-ລັດ, ປົກປ້ອງແນວທາງ
ແລະ ປົກປ້ອງອຸດົມການສັງຄົມນິ
ຍົມ; ແມ່ນກຳລັງທີ່ມີການຈັດຕັ້ງ
ນຳພາ-ບັນຊາ, ສຶກສາອົບຮົມໂດຍ
ກົງ, ເດັດຂາດ ແລະ ຮອບດ້ານ
ຈາກພັກປະຊາຊົນປະຕິວັດລາວ,
ມີຄວາມບໍລິສຸດ, ຈົງຮັກພັກດີຕໍ່ພັກ,
ຕໍ່ປະຊາຊົນ; ເປັນກຳລັງທີ່ມາຈາກ
ປະຊາຊົນ, ໂດຍປະຊາຊົນ ແລະ
ເພື່ອຮັບໃຊ້ສິດຜົນປະໂຫຍດຂອງ
ປະຊາຊົນຢ່າງແທ້ຈິງ.ປີ 1957 ເພື່ອກຽມໃຫ້ແກ່ການ
ປ້ອງກັນຜູ້ນຳທີ່ເຂົ້າຮວມລາວ ຄັ້ງ
ທີ 1 ສູນກາງພັກ ໄດ້ຕົກລົງ ປ່ຽນຊື່
ຈາກ “ຄະນະສັນຕິລາດສູນກາງ”
ມາເປັນ “ຄະນະປ້ອງກັນພາຍໃນ”
ເພື່ອເຮັດໜ້າທີ່ປ້ອງກັນລັດຖະບານ
ປະສົມຄັ້ງທີ 1. ມາຮອດວັນທີ 5 -
12 ເມສາ 1961 ຄະນະຊີ້ນຳສູນ
ກາງພັກປະຊາຊົນລາວ ໄດ້ເປີດ
ກອງປະຊຸມຄົບຄະນະຂຶ້ນ ທີ່ຄັງໄຂ
ແຂວງຊຽງຂວາງ. ກອງປະຊຸມ
ໄດ້ຕົກລົງປ່ຽນຊື້ “ຄະນະປ້ອງກັນ
ພາຍໃນ” ມາເປັນ “ຫ້ອງການປ້ອງ
ກັນຄວາມສະຫງົບສູນກາງ” ຊີ້ນຳ
ໂດຍ ທ່ານ ສີສົມພອນ ລໍວັນໄຊ
ແລະ ມອບໃຫ້ ທ່ານ ຊົມຊື່ນ ຄໍາພິ
ທູນ ເປັນຜູ້ນໍາພາ-ບັນຊາຕົວຈິງ;
ບົນພື້ນຖານ ແລະ ເຫັນໄດ້ຄວາມ
ສໍາຄັນຜ່ານໄລຍະປະຫວັດສາດ
ດັ່ງກ່າວ, ສູນກາງພັກ, ລັດຖະບານ
ຈຶ່ງໄດ້ຕົກລົງອອກດໍາລັດສະບັບ
ເລກທີ 277/ນຍ, ລົງວັນທີ 1
ກັນຍາ 2005 ຮັບຮອງເອົາວັນທີ
5 ເມສາ 1961 ເປັນວັນສ້າງຕັ້ງ
ກໍາລັງປ້ອງກັນຄວາມສະຫງົບຢ່າງ
ເປັນທາງການ.
ແນວໃດກໍຕາມ, ການກໍາເນີດ
ຂອງກໍາລັງປ້ອງກັນຄວາມສະ
ຫງົບປະຊາຊົນລາວ ແມ່ນມີຄວາມ
ໝາຍສໍາຄັນທາງດ້ານການເມືອງອັນໃຫຍ່ຫລວງ ໃນປະຫວັດສາດ
ຂອງຊາດລາວ; ນັບແຕ່ມື້ສ້າງຕັ້ງ,
ກໍາລັງປ້ອງກັນຄວາມສະຫງົບໄດ້
ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່
4 ການພົວພັນໄດ້ເປັນຢ່າງດີຕະ
ຫລອດມາ; ກໍາລັງ ປກສ ພວກເຮົາ
ທັງເຄື່ອນໄຫວປ້ອງກັນ, ຝຶກແອບ
ຮໍ່າຮຽນ, ປັບປຸງກໍາລັງ, ເພີ່ມພູນ
ຜະລິດຜົນ ຫາລ້ຽງກຸ້ມຕົນເອງດ້ວຍ
ການສ້າງພະລາທິການກັບທີ່, ທັງ
ຂົນຂວາຍ, ກໍ່ສ້າງຮາກຖານ ເຊິ່ງ
ໄດ້ຮັບຄວາມຮັກແພງ, ອູ້ມຊູຊ່ວຍ
ເຫລືອຈາກປະຊາຊົນຕະຫລອດ
ມາ, ເຖິງວ່າໃນເບື້ອງຕົ້ນກໍາລັງຍັງ
ອ່ອນນ້ອຍ, ການປະກອບອາວຸດ,
ພາຫະນະຫລ້າສະໄໝ; ລະດັບເຕັກ
ນິກວິທະຍາສາດບໍ່ທັນສູງ, ແຕ່ຍ້ອນ
ຄວາມຮຽກຮ້ອງຕ້ອງການຂອງ
ປະເທດຊາດ, ກໍາລັງ ປກສ ໄດ້ເດັດ
ດ່ຽວເສີມຂະຫຍາຍນໍ້າໃຈຮັກຊາດ,
ຮັກຄວາມເປັນເອກະລາດ ແລະ ຜືນ
ແຜ່ນດິນອັນອຸດົມຮັ່ງມີຂອງຕົນ, ບໍ່
ຍອມເປັນຂ້ອຍຂ້າໃຫ້ແກ່ຊາດອື່ນ,
ໄດ້ພ້ອມກັບກອງທັບ, ປະຊາຊົນ
ບັນດາເຜົ່າຕໍ່ສູ້ຕ້ານການຮຸກຮານ
ຂອງຈັກກະພັດພາຍນອກ ແລະ ລູກ
ແຫລ້ງຕີນມືຂາຍຊາດ.
ຕະຫລອດ 65 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ
ຂອງກໍາລັງ ປກສ, ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດ
ລາວ ແມ່ນປະຫວັດສາດແຫ່ງການ
ທົດສອບອັນໃຫຍ່ຫລວງ ໃນການ
ຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດ
ເອົາຄວາມເປັນເອກະລາດແຫ່ງ
ຊາດ; ຕະຫລອດໄລຍະທາງອັນລະ
ອິດລະອ້ຽວ, ຫຍຸ້ງຍາກລໍາບາກ
ທີ່ສຸດນັ້ນ, ແຕ່ກໍປ່ຽມລົ້ນໄປດ້ວຍຜົນ
ງານ ແລະ ໄຊຊະນະອັນສະຫງ່າ
ລາສີ; ພາຍໃຕ້ການນໍາພາອັນສະ
ຫລາດສ່ອງໃສຂອງພັກປະຊາຊົນ
ປະຕິວັດລາວ, ກໍາລັງ ປກສ ໄດ້ສາ
ມັກຄີເປັນຈິດໜຶ່ງໃຈດຽວໃນການ
ປະຕິບັດໜ້າທີ່ການເມືອງ, ທັງປະ
ສານສູ້ຮົບຢ່າງພິລະອາດຫານ,
ອອກແຮງປັບປຸງ, ກໍ່ສ້າງກໍາລັງ
ຂອງຕົນໃຫ້ນັບມື້ເຂັ້ມແຂງ ແລະ ຂະ
ຫຍາຍຕົວເປັນລໍາດັບມາ ເຊິ່ງຜົນ
ສໍາເລັດທີ່ກໍາລັງປ້ອງກັນຄວາມ
ສະຫງົບ ຍາດມາໄດ້ໃນໄລຍະຜ່ານ
ມາ, ແມ່ນການຈັດຕັ້ງປະຕິບັດແນວ
ທາງຂອງພັກ-ລັດ ຖືກທິດ, ສອດ
ຄ່ອງກັບສະພາບເງື່ອນໄຂ ແລະ
ຈຸດພິເສດຂອງກໍາລັງ ປກສ, ແມ່ນ
ໝາກຜົນຂອງຄວາມບາກບັ່ນ, ບຸກ
ບືນສູ້ຊົນດ້ວຍຄວາມມານະອົດທົນ,
ເດັດດ່ຽວໜຽວແໜ້ນ ແລະ ຄວາມ
ສາມັກຄີເປັນປຶກແຜ່ນຂອງສະມາ
ຊິກພັກ, ພະນັກງານ-ນັກຮົບໃນ
ທົ່ວກໍາລັງທີ່ໄດ້ຕັ້ງໜ້າທຸ້ມເທເຫື່ອ
ແຮງ, ສະຕິປັນຍາປະກອບສ່ວນ
ເຂົ້າຮ່ວມຈັດຕັ້ງປະຕິບັດດ້ວຍ
ຄວາມເປັນເຈົ້າການຢ່າງຕັ້ງໜ້າ,
ອັນໄດ້ສະແດງໃຫ້ເຫັນວ່າ: ພາຍໃຕ້
ການນໍາພາຂອງພັກ, ກໍາລັງ ປກສ
ໄດ້ເສີມຂະຫຍາຍທາດແທ້, ມູນ
ເຊື້ອຂອງກໍາລັງປະກອບອາວຸດປະ
ຕິວັດ, ຍາມໃດກໍສະໜອງຕອບຕໍ່
ຄໍາຮຽກຮ້ອງຂອງພັກ ແລະ ປະຊາ
ຊົນ ດ້ວຍຄວາມຈົ່ງຮັກພັກດີ, ຊື່ສັດ
ບໍລິສຸດ, ຍາມໃດກໍເດັດດ່ຽວໜຽວ
ແໜ້ນ, ກ້າວເດີນຕາມອຸດົມການ
ຂອງພັກ.
ຕະຫລອດໄລຍະຜ່ານມາກໍາ
ລັງປ້ອງກັນຄວາມສະຫງົບ ໄດ້
ເຮັດຫລ້ອນໜ້າທີ່ອັນໃຫຍ່ຫລວງ
ທີ່ພັກ ແລະ ປະຊາຊົນມອບໝາຍ
ໃຫ້, ແມ່ນໄລຍະທາງທີ່ສະຫວ່າງ
ສະໄຫວ ແລະ ມີກຽດສະຫງ່າເຊິ່ງ
ເປັນພື້ນຖານອັນໜັກແໜ້ນ ໃຫ້ການ
ກ້າວຂຶ້ນປັບປຸງກໍາລັງປະກອບອາ
ວຸດ ໃຫ້ມີແບບແຜນກ້າວໄປສູ່ຄວາມ
ທັນສະໄໝ ເພື່ອອະນາຄົດອັນສົດ
ໃສຂອງປະເທດຊາດ ແລະ ສືບຕໍ່
ເສີມຂະຫຍາຍມູນເຊື້ອ, ຜົນງານ
ທີ່ຍາດມາໄດ້ ແລະ ສືບຕໍ່ປະຕິບັດ
ແນວທາງປ່ຽນແປງໃໝ່ຂອງພັກ,
ປະຕິບັດໜ້າທີ່ການເມືອງໃຫ້ມີ
ໝາກຜົນດີກວ່າເກົ່າ, ນໍາພາກໍາລັງ
ປກສ ກ້າວຂຶ້ນສ້າງທ່ວງທ່າໃໝ່
ຢ່າງໜັກແໜ້ນ.
KPL