ຂປລ
ຂປລ. ໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກ ສະພາແຫ່ງຊາດ (ສສຊ) ເຂດ ເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະ ຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງ ສຸດ (ອອປສ) ວ່າ: ຕົນເອງ ເຫັນດີເປັນເອກະພາບຕໍ່ແຜນ ບົດລາຍງານການເຄື່ອນໄຫວ ວຽກງານ 5 ປີ (2026- 2030) ຂອງສານປະຊາຊົນສູງສຸດ

ຂປລ. ໃນກອງປະຊຸມຄັ້ງປະ
ຖົມມະລືກຂອງສະພາແຫ່ງຊາດ
ຊຸດທີ X ໃນອາທິດຜ່ານມາ, ທ່ານ
ນາງ ພອນເພັດ ອຸ່ນແກ້ວ ສະມາຊິກ
ສະພາແຫ່ງຊາດ (ສສຊ) ເຂດ
ເລືອກຕັ້ງທີ 15 ແຂວງຈຳປາສັກ
ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ
ການເຄື່ອນໄຫວວຽກງານ 5 ປີ
(2026-2030) ຂອງສານປະ
ຊາຊົນສູງສຸດ (ສປສສ) ແລະ
ອົງການໄອຍະການປະຊາຊົນສູງ
ສຸດ (ອອປສ) ວ່າ: ຕົນເອງ
ເຫັນດີເປັນເອກະພາບຕໍ່ແຜນ
ບົດລາຍງານການເຄື່ອນໄຫວ
ວຽກງານ 5 ປີ (2026- 2030)
ຂອງສານປະຊາຊົນສູງສຸດ ແຕ່ກໍ່
ມີຄໍາເຫັນບາງຈຸດທີ່ຢາກໃຫ້ແກ້
ໄຂ ເພື່ອໃຫ້ເອກະສານສະບັບນີ້
ສົມບູນຂຶ້ນຕື່ມເປັນຕົ້ນແມ່ນແຜນ
ງານທີ 3, ໂຄງການທີ 2 ການ
ພັດທະນາການດໍາເນີນຄະດີໃຫ້ມີ
ຄຸນນະພາບໃນກິດຈະກໍາ 2 ແລະ
4, ສະເໜີໃຫ້ກໍານົດກ່ຽວກັບການ
ສ້າງກົນໄກໃຫ້ບຸກຄົນທີສາມ ແລະ
ບຸກຄົນທີ່ກ່ຽວຂ້ອງໃນຄະດີໄດ້ເຂົ້າ
ຮ່ວມການດໍາເນີນຄະດີ ແລະ ປະ
ກອບຂໍ້ມູນຫລັກຖານມາຢັ້ງຢືນໃນຄວາມເປັນເຈົ້າຂອງ ຫລື ເຈົ້າ
ກໍາມະສິດຂອງຜູ້ກ່ຽວທີ່ມີສ່ວນ
ພົວພັນໃນຂໍ້ຂັດແຍ່ງນັບແຕ່ຫົວ
ທີ ເພື່ອຮັບປະກັນໃຫ້ການດໍາເນີນ
ຄະດີຮອບດ້ານ, ຄົບຖ້ວນ, ພາວະ
ວິໄສ ແລະ ຖືກຕ້ອງຕາມກົດໝາຍ
ຊຶ່ງຈະເປັນການຫລຸດຜ່ອນການຂໍ
ອຸທອນ ແລະ ຂໍລົບລ້າງຄໍາຕັດສິນ
ແລະ ຄໍາພິພາກສາຂອງສານອັນ
ເນື່ອງມາຈາກບຸກຄົນທີສາມ ຫລື
ບຸກຄົນທີ່ກ່ຽວຂ້ອງໃນຄະດີບໍ່ໄດ້
ເຂົ້າຮ່ວມການດໍາເນີນຄະດີໃນ
ເບື້ອງຕົ້ນ ແລະ ສິ່ງສໍາຄັນກໍເປັນ
ຈຸດໜຶ່ງຈະຊ່ວຍສະໜັບສະໜູນໃນ
ການຈັດຕັ້ງປະຕິບັດຄາດໝາຍສູ້
ຊົນທີ່ລະບຸໄວ້ໃນຂໍ້ 3 ຄື ອັດຕາການ
ຂໍອຸທອນຄະດີແຕ່ລະປະເພດບໍ່ເກີນ
15% ໃຫ້ປະກົດຜົນເປັນຈິງ.
ແຜນງານທີ 4 ໂຄງການທີ
6 ການຄຸ້ມຄອງຄໍາຕັດສິນທີ່ໃຊ້
ໄດ້ຢ່າງເດັດຂາດ, ຢູ່ໃນໂຄງການ
ນີ້ ກໍແມ່ນໄດ້ຂຽນແຈ້ງມີ 3 ກິດ
ຈະກໍາຄື: ສ້າງລະບົບຄໍາຕັດສິນ
ໃຫ້ຄົບຖ້ວນ, ກວດກາໄດ້, ສ້າງ
ລະບົບການຮັກສາຄໍາຕັດສິນດ້ວຍ
ລະບົບເອເລັກໂຕຣນິກ, ສ້າງກົນ
ໄກວິທີການປະສານສົມທົບກັບ
ອົງການປະຕິບັດຄໍາຕັດສິນຂອງ
ສານ. ສະເໜີໃຫ້ກໍານົດກົນໄກ ແລະ
ວິທີປະສານສົມທົບກັບເຈົ້າໜ້າທີ່
ທີ່ຮັບຜິດຊອບຢູ່ສະຖານທີ່ກັກຕົວ,
ສະຖານທີ່ກັກຂັງທີ່ກ່ຽວຂ້ອງສໍາ
ລັບໂທດຕັດອິດສະລະພາບຕື່ມ.
ເພາະໄລຍະຜ່ານມາເຫັນວ່າ: ມີ
ນັກໂທດຈໍານວນໜຶ່ງທີ່ຖືກສານ
ຕັດສິນລົງໂທດຕັດອິດສະລະພາບ,
ທີ່ຖືກຂັງຢູ່ບາງຄ້າຍຄຸມຂັງນັ້ນ
ເຈົ້າໜ້າທີ່ຮັບຜິດຊອບສະຖານທີ່
ດັ່ງກ່າວ ບໍ່ໄດ້ຮັບຄໍາຕັດສິນຂອງ
ສານ ຊຶ່ງເກີດຜົນກະທົບຕໍ່ນັກໂທດ
ທີ່ຈື່ວ່າຕົນເອງໄດ້ປະຕິບັດໂທດ
ສໍາເລັດແລ້ວ ແຕ່ພັດບໍ່ມີຄໍາຕັດສິນ
ມາຢັ້ງຢືນ. ຕໍ່ບັນຫາດັ່ງກ່າວ ຈຶ່ງ
ເຫັນວ່າການກໍານົດກົນໄກ ແລະ
ວິທີປະສານງານກັບເຈົ້າໜ້າທີ່ ທີ່
ຮັບຜິດຊອບຄ້າຍຄຸມຂັງນັ້ນ ເປັນ
ວຽກໜຶ່ງທີ່ສໍາຄັນຫລາຍຈຶ່ງຄວນ
ກໍານົດເປັນແຜນວຽກໃນໄລຍະ 5
ປີຕໍ່ໜ້າ, ເພື່ອຕີຖອຍບັນຫາທີ່ໄດ້
ກ່າວມານັ້ນ ແລະ ປະການສໍາຄັນ
ກໍເພື່ອເປັນການຈັດຕັ້ງປະຕິບັດ
ກົດໝາຍວ່າດ້ວຍສານປະຊາຊົນ
ໂດຍສະເພາະມາດຕາ 25 ຂໍ້ 8
ແລະ ມາດຕາ 27 ຂໍ້ 6 ໃຫ້ມີຜົນ
ສັກສິດ. ຕໍ່ແຜນການເຄື່ອນໄຫວ
ວຽກງານ 5 ປີ (2026 -2030)
ຂອງ ອອປສ ເຫັນວ່າ: ການກໍານົດ
ແຜນງານ, ໂຄງການ ແລະ ກິດຈະ
ກໍາທີ່ຈະຕ້ອງຈັດຕັ້ງປະຕິບັດໃນ 5
ປີຕໍ່ໜ້າຂອງ ອອປສ ຖ້າທຽບໃສ່
ບັນດາວຽກທີ່ຈັດຕັ້ງປະຕິບັດຕາມ
ພາລະບົດບາດ, ສິດ ແລະ ໜ້າທີ່
ຂອງອົງການໄອຍະການແລ້ວກໍ
ແມ່ນສົມເຫດສົມຜົນ. ແຕ່ໃນນີ້ຂໍມີ
ຄໍາເຫັນແລກປ່ຽນຢູ່ 3 ຈຸດຄື: ແຜນ
ງານທີ 4 ໂຄງການທີ 8 ໂຄງການ
ຈັດຕັ້ງປະຕິບັດວາລະແຫ່ງຊາດ
ວ່າດ້ວຍການແກ້ໄຂບັນຫາຢາເສບ
ຕິດເຫັນວ່າບັນຫາດັ່ງກ່າວ ແມ່ນ
ໄດ້ສະຫລຸບຕີລາຄາແລ້ວ, ໝາຍ
ຄວາມວ່າວາລະແຫ່ງຊາດໄດ້ຈົບ
ໄປແລ້ວ ຊຶ່ງປັດຈຸບັນຖືວ່າເປັນ
ວຽກປົກກະຕິທີ່ຈະຕ້ອງໄດ້ດໍາເນີນ
ການແກ້ໄຂ. ສະນັ້ນ, ສະເໜີໃຫ້ຕັດ
ໂຄງການທີ 8 ນີ້ອອກ.
ການສ້າງຕັ້ງຫ້ອງໃຫ້ຄໍາປຶກ
ສາທາງດ້ານກົດໝາຍໃຫ້ປະຊາຊົນ
ບໍ່ເຫັນກໍານົດໃນແຜນວຽກ 5 ປີຕໍ່
ໜ້າ (2026-2030) ແຕ່ຢ່າງໃດ
ຫລື ວ່າຈະຢຸດເຊົາການໃຫ້ຄໍາປຶກ
ສາແລ້ວບໍ? ເພາະຕະຫລອດໄລ
ຍະ 5 ປີຜ່ານມາ, ນັບແຕ່ມື້ສ້າງ
ຕັ້ງຫ້ອງໃຫ້ຄໍາປຶກສາທາງດ້ານ
ກົດໝາຍໃຫ້ປະຊາຊົນຢູ່ ອອປສ ກໍ
ມີປະຊາຊົນໄດ້ເຂົ້າມາໃຊ້ບໍລິການ
ຈໍານວນຫລາຍ ແລະ ໄດ້ຮັບການ
ຕອບຮັບ, ການຍ້ອງຍໍຊົມເຊີຍຈາກ
ປະຊາຊົນ ຊຶ່ງໄດ້ປະກອບສ່ວນເຮັດ
ໃຫ້ປະຊາຊົນໄດ້ເຂົ້າໃຈບາງເນື້ອ
ໃນ, ໃນບາງກົດໝາຍທີ່ກ່ຽວຂ້ອງ
ກັບປະເດັນທີ່ປະຊາຊົນມາຂໍຄໍາ
ປຶກສາ ແລະ ເຂົ້າໃຈຂັ້ນຕອນດໍາ
ເນີນຄະດີຂອງເຈົ້າໜ້າທີ່ອົງການ
ສືບສວນ-ສອບສວນ, ອົງການໄອ
ຍະການ, ສານ ແລະ ພາກສ່ວນ
ກ່ຽວຂ້ອງຈົນເປັນສາເຫດໃຫ້
ອອປສ ໄດ້ຂະຫຍາຍຫ້ອງໃຫ້ຄໍາ
ປຶກສາລົງສູ່ອົງການໄອຍະການ
ປະຊາຊົນຂັ້ນທ້ອງຖິ່ນບາງແຫ່ງ
ເພື່ອສ້າງເງື່ອນໄຂອໍານວຍຄວາມ
ສະດວກໃຫ້ປະຊາຊົນໄດ້ເຂົ້າເຖິງ
ຂະບວນການຍຸຕິທໍາຫລາຍຂຶ້ນ
ກວ່າເກົ່າ. ສະນັ້ນ, ຈຶ່ງສະເໜີວ່າ
ຄວນສືບຕໍ່ວຽກດັ່ງກ່າວ ແລະ ຄວນ
ກໍານົດເຂົ້າໃນແຜນວຽກ 5 ປີໃນຕໍ່
ໜ້ານີ້ ເພື່ອເປັນການປະກອບສ່ວນ
ໃນການໂຄສະນາເຜີຍແຜ່ກົດໝາຍ
ໄປພ້ອມໆກັນ. ມາດຕະການຈັດຕັ້ງ
ປະຕິບັດ (ຂໍ້ 4) ທີ່ຂຽນວ່າ: ຮັບ
ປະກັນການຕອບສະໜອງທາງ
ດ້ານງົບປະມານ, ພາຫະນະຮັບ
ໃຊ້ ແລະ ວັດຖຸອຸປະກອນອັນຈໍາເປັນເພື່ອຈັດຕັ້ງປະຕິບັດທິດທາງ
ແຜນການວາງອອກໄດ້ຮັບຜົນສໍາ
ເລັດ. ດັ່ງນັ້ນ, ຈຶ່ງສະເໜີແລກປ່ຽນ
ປະໂຫຍກສໍາຄັນໃນການຂຽນ
ວ່າ: ສະເໜີລັດຖະບານຄົ້ນຄວ້າພິຈາລະນາຕອບສະໜອງທາງ
ດ້ານງົບປະມານ, ພາຫະນະ ແລະ
ອຸປະກອນອັນຈໍາເປັນ ເພື່ອນໍາໃຊ້
ເຂົ້າໃນການຈັດຕັ້ງປະຕິບັດທິດ
ທາງ ກໍຄື ແຜນວຽກທີ່ວາງອອກ
ໃຫ້ໄດ້ຮັບຜົນສໍາເລັດ. ສຳລັບ
ງົບປະມານໃນການເຄື່ອນໄຫວ
ວຽກງານຂອງບັນດາກະຊວງ, ອົງ
ການຕ່າງໆແມ່ນລັດຖະບານເປັນ
ຜູ້ຈັດແບ່ງຕາມແຜນວຽກທີ່ກໍານົດ
ອອກ. ສໍາລັບແຜນການສ້າງ ຫລື
ວ່າຂະຫຍາຍສານປະຊາຊົນເຂດ,
ອົງການໄອຍະການປະຊາຊົນເຂດ
ແລະ ຫ້ອງການໄອຍະການເຂດ
ປະຈໍາເມືອງ, ເທສະບານ ຫລື ວ່າ
ປະຈໍານະຄອນນັ້ນ ແມ່ນເຫັນດີເປັນ
ເອກະພາບສູງ ເພາະຈະເຮັດໃຫ້ຂະ
ບວນການຍຸຕິທໍາ ຍັບໃກ້ເຂົ້າຫາ
ປະຊາຊົນ ແລະ ທັງເປັນການສ້າງ
ເງື່ອນໄຂອໍານວຍຄວາມສະດວກ
ໃຫ້ປະຊາຊົນເຂົ້າເຖິງຂະບວນການ
ຍຸຕິທໍາຫລາຍຂຶ້ນ. ແນ່ນອນວ່າ
ການຂະຫຍາຍກົງຈັກການຈັດຕັ້ງ
ແມ່ນຕິດພັນກັບບຸກຄະລາກອນ
ແລະ ງົບປະມານ
ໂດຍ: ພູວັນ
KPL