ຂປລ
ຂປລ. ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ)

ຂປລ. ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ວ່າ: ຕົນເອງເຫັນດີເປັນເອກະພາບຕໍ່ແຜນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2026- 2030) ຂອງສານປະຊາຊົນສູງສຸດ ແຕ່ກໍ່ມີຄໍາເຫັນບາງຈຸດ ທີ່ຢາກໃຫ້ແກ້ໄຂ ເພື່ອໃຫ້ເອກະສານສະບັບນີ້ ສົມບູນຂຶ້ນຕື່ມ ເປັນຕົ້ນແມ່ນແຜນງານທີ 3, ໂຄງການທີ 2 ການພັດທະນາການດໍາເນີນຄະດີໃຫ້ມີຄຸນນະພາບ ໃນກິດຈະກໍາ 2 ແລະ 4 ສະເໜີໃຫ້ກໍານົດກ່ຽວກັບ ການສ້າງກົນໄກໃຫ້ບຸກຄົນທີສາມ ແລະ ບຸກຄົນທີ່ກ່ຽວຂ້ອງໃນຄະດີ ໄດ້ເຂົ້າຮ່ວມການດໍາເນີນຄະດີ ແລະ ປະກອບຂໍ້ມູນຫລັກຖານມາຢັ້ງຢືນໃນຄວາມເປັນເຈົ້າຂອງ ຫລື ເຈົ້າກໍາມະສິດຂອງຜູ້ກ່ຽວທີ່ມີສ່ວນພົວພັນໃນຂໍ້ຂັດແຍ່ງນັບແຕ່ຫົວທີ ເພື່ອຮັບປະກັນໃຫ້ການດໍາເນີນຄະດີຮອບດ້ານ, ຄົບຖ້ວນ, ພາວະວິໄສ ແລະ ຖືກຕ້ອງຕາມກົດໝາຍ ຊຶ່ງຈະເປັນການຫລຸດຜ່ອນການຂໍອຸທອນ ແລະ ຂໍລົບລ້າງຄໍາຕັດສິນ ແລະ ຄໍາພິພາກສາຂອງສານ ອັນເນື່ອງມາຈາກບຸກຄົນທີສາມ ຫລື ບຸກຄົນທີ່ກ່ຽວຂ້ອງໃນຄະດີ ບໍ່ໄດ້ເຂົ້າຮ່ວມການດໍາເນີນຄະດີໃນເບື້ອງຕົ້ນ ແລະ ປະການສໍາຄັນກໍເປັນຈຸດໜຶ່ງຈະຊ່ວຍສະໜັບສະໜູນໃນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນທີ່ລະບຸໄວ້ໃນຂໍ້ 3 ຄື ອັດຕາການຂໍອຸທອນຄະດີແຕ່ລະປະເພດບໍ່ໃຫ້ເກີນ 15% ໃຫ້ປະກົດຜົນເປັນຈິງ.
ແຜນງານທີ 4 ໂຄງການທີ 6 ການຄຸ້ມຄອງຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດ, ຢູ່ໃນໂຄງການນີ້ ກໍແມ່ນໄດ້ຂຽນແຈ້ງມີ 3 ກິດຈະກໍາ ຄື: ສ້າງລະບົບຄໍາຕັດສິນໃຫ້ຄົບຖ້ວນ, ກວດກາໄດ້, ສ້າງລະບົບການຮັກສາຄໍາຕັດສິນດ້ວຍລະບົບເອເລັກໂຕຣນິກ, ສ້າງກົນໄກວິທີການປະສານສົມທົບກັບອົງການປະຕິບັດຄໍາຕັດສິນຂອງສານ. ສະເໜີໃຫ້ກໍານົດກົນໄກ ແລະ ວິທີປະສານສົມທົບກັບເຈົ້າໜ້າທີ່ ທີ່ຮັບຜິດຊອບຢູ່ສະຖານທີ່ກັກຕົວ, ສະຖານທີ່ກັກຂັງທີ່ກ່ຽວຂ້ອງສໍາລັບໂທດຕັດອິດສະລະພາບຕື່ມ. ເພາະໄລຍະຜ່ານມາເຫັນວ່າ: ມີນັກໂທດຈໍານວນໜຶ່ງທີ່ຖືກສານຕັດສິນລົງໂທດຕັດອິດສະລະພາບ, ທີ່ຖືກຂັງຢູ່ບາງຄ້າຍຄຸມຂັງນັ້ນ ເຈົ້າໜ້າທີ່ຮັບຜິດຊອບສະຖານທີ່ດັ່ງກ່າວ ບໍ່ໄດ້ຮັບຄໍາຕັດສິນຂອງສານ ຊຶ່ງເກີດຜົນກະທົບຕໍ່ນັກໂທດ ທີ່ຈື່ວ່າຕົນເອງໄດ້ປະຕິບັດໂທດສໍາເລັດແລ້ວ ແຕ່ພັດບໍ່ມີຄໍາຕັດສິນມາຢັ້ງຢືນ. ຕໍ່ບັນຫາດັ່ງກ່າວ ຈຶ່ງເຫັນວ່າ ການກໍານົດກົນໄກ ແລະ ວິທີປະສານງານກັບເຈົ້າໜ້າທີ່ ທີ່ຮັບຜິດຊອບຄ້າຍຄຸມຂັງນັ້ນ ເປັນວຽກໜຶ່ງທີ່ສໍາຄັນຫລາຍ ຈຶ່ງຄວນກໍານົດເປັນແຜນວຽກໃນໄລຍະ 5 ປີຕໍ່ໜ້າ, ເພື່ອຕີຖອຍບັນຫາທີ່ໄດ້ກ່າວມານັ້ນ ແລະ ປະການສໍາຄັນ ກໍເພື່ອເປັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສານປະຊາຊົນ ໂດຍສະເພາະ ມາດຕາ 25 ຂໍ້ 8 ແລະ ມາດຕາ 27 ຂໍ້ 6 ໃຫ້ມີຜົນສັກສິດ. ຕໍ່ແຜນການເຄື່ອນໄຫວວຽກງານ 5 ປີ (2026 -2030) ຂອງ ອອປສ ເຫັນວ່າ: ການກໍານົດແຜນງານ, ໂຄງການ ແລະ ກິດຈະກໍາ ທີ່ຈະຕ້ອງຈັດຕັ້ງປະຕິບັດໃນ 5 ປີຕໍ່ໜ້າຂອງ ອອປສ ຖ້າທຽບໃສ່ບັນດາວຽກທີ່ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການໄອຍະການແລ້ວກໍແມ່ນສົມເຫດສົມຜົນ. ແຕ່ໃນນີ້ຂໍມີຄໍາເຫັນແລກປ່ຽນຢູ່ 3 ຈຸດຄື: ແຜນງານທີ 4 ໂຄງການທີ 8 ໂຄງການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຫັນວ່າ ບັນຫາດັ່ງກ່າວ ແມ່ນໄດ້ສະຫລຸບຕີລາຄາແລ້ວ, ໝາຍຄວາມວ່າ ວາລະແຫ່ງຊາດໄດ້ຈົບໄປແລ້ວ ຊຶ່ງປັດຈຸບັນຖືວ່າເປັນວຽກປົກກະຕິ ທີ່ຈະຕ້ອງໄດ້ດໍາເນີນການແກ້ໄຂ. ສະນັ້ນ, ສະເໜີໃຫ້ຕັດໂຄງການທີ 8 ນີ້ອອກ.
ການສ້າງຕັ້ງຫ້ອງໃຫ້ຄໍາປຶກສາທາງດ້ານກົດໝາຍໃຫ້ປະຊາຊົນ ບໍ່ເຫັນກໍານົດໃນແຜນວຽກ 5 ປີຕໍ່ໜ້າ (2026-2030) ແຕ່ຢ່າງໃດ ຫລື ວ່າຈະຢຸດເຊົາການໃຫ້ຄໍາປຶກສາແລ້ວບໍ? ເພາະຕະຫລອດໄລຍະ 5 ປີຜ່ານມາ, ນັບແຕ່ມື້ສ້າງຕັ້ງຫ້ອງໃຫ້ຄໍາປຶກສາທາງດ້ານກົດໝາຍໃຫ້ປະຊາຊົນຢູ່ ອອປສ ກໍມີປະຊາຊົນໄດ້ເຂົ້າມາໃຊ້ບໍລິການຈໍານວນຫລາຍ ແລະ ໄດ້ຮັບການຕອບຮັບ, ການຍ້ອງຍໍຊົມເຊີຍຈາກປະຊາຊົນ ຊຶ່ງໄດ້ປະກອບສ່ວນເຮັດໃຫ້ປະຊາຊົນໄດ້ເຂົ້າໃຈບາງເນື້ອໃນໃນບາງກົດໝາຍທີ່ກ່ຽວຂ້ອງກັບປະເດັນທີ່ປະຊາຊົນມາຂໍຄໍາປຶກສາ ແລະ ເຂົ້າໃຈຂັ້ນຕອນດໍາເນີນຄະດີຂອງເຈົ້າໜ້າທີ່ອົງການສືບສວນ-ສອບສວນ, ອົງການໄອຍະການ, ສານ ແລະ ພາກສ່ວນກ່ຽວຂ້ອງຈົນເປັນສາເຫດໃຫ້ ອອປສ ໄດ້ຂະຫຍາຍຫ້ອງໃຫ້ຄໍາປຶກສາລົງສູ່ອົງການໄອຍະການປະຊາຊົນຂັ້ນທ້ອງຖິ່ນບາງແຫ່ງ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ປະຊາຊົນ ໄດ້ເຂົ້າເຖິງຂະບວນການຍຸຕິທໍາຫລາຍຂຶ້ນກວ່າເກົ່າ. ສະນັ້ນ, ຈຶ່ງສະເໜີວ່າ ຄວນສືບຕໍ່ວຽກດັ່ງກ່າວ ແລະ ຄວນກໍານົດເຂົ້າໃນແຜນວຽກ 5 ປີໃນຕໍ່ ໜ້ານີ້ ເພື່ອເປັນການປະກອບສ່ວນໃນການໂຄສະນາເຜີຍແຜ່ກົດໝາຍໄປພ້ອມໆກັນ. ມາດຕະການຈັດຕັ້ງປະຕິບັດ (ຂໍ້ 4) ທີ່ຂຽນວ່າ: ຮັບປະກັນການຕອບສະໜອງທາງດ້ານງົບປະມານ, ພາຫະນະຮັບໃຊ້ ແລະ ວັດຖຸອຸປະກອນ ອັນຈໍາເປັນເພື່ອຈັດຕັ້ງປະຕິບັດທິດທາງແຜນການວາງອອກໄດ້ຮັບຜົນສໍາເລັດ. ດັ່ງນັ້ນ, ຈຶ່ງສະເໜີແລກປ່ຽນ ປະໂຫຍກສໍາຄັນໃນການຂຽນວ່າ: ສະເໜີລັດຖະບານຄົ້ນຄວ້າ-ພິຈາລະນາ ຕອບສະໜອງທາງດ້ານງົບປະມານ, ພາຫະນະ ແລະ ອຸປະກອນອັນຈໍາເປັນ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດທິດທາງກໍຄື ແຜນວຽກທີ່ວາງອອກໃຫ້ໄດ້ຮັບຜົນສໍາເລັດ. ທັງນີ້ກໍຍ້ອນວ່າ ງົບປະມານໃນການເຄື່ອນໄຫວວຽກງານຂອງບັນດາກະຊວງ, ອົງການຕ່າງໆແມ່ນລັດຖະບານເປັນຜູ້ຈັດແບ່ງຕາມແຜນວຽກທີ່ກໍານົດອອກ. ສໍາລັບແຜນການສ້າງ ຫລື ວ່າຂະຫຍາຍສານປະຊາຊົນເຂດ, ອົງການໄອຍະການປະຊາຊົນເຂດ ແລະ ຫ້ອງການໄອຍະການເຂດປະຈໍາເມືອງ, ເທສະບານ ຫລື ວ່າປະຈໍານະຄອນນັ້ນ ແມ່ນເຫັນດີເປັນເອກະພາບສູງ ເພາະຈະເຮັດໃຫ້ຂະບວນການຍຸຕິທໍາ ຍັບໃກ້ເຂົ້າຫາປະຊາຊົນ ແລະ ທັງເປັນການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ປະຊາຊົນເຂົ້າເຖິງຂະບວນການຍຸຕິທໍາຫລາຍຂຶ້ນ. ແນ່ນອນວ່າການຂະຫຍາຍກົງຈັກການຈັດຕັ້ງແມ່ນຕິດພັນກັບບຸກຄະລາກອນ ແລະ ງົບປະມານ
KPL