ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນ

07/04/2026 11:38
ຂປລ ຂປລ. ທ້າຍເດືອນຜ່ານມາ, ທີ່ ນະຄອນຫລວງໂຕກຽວ ປະເທດ ຍີ່ປຸ່ນ ໄດ້ຈັດງານມະໂຫລານ ແຟຊັນ ແລະ ວັດທະນະທຳລາວ (Lao Fashion and Culture Festival) ເພື່ອປະກອບສ່ວນ ເຂົ້າໃນການສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງສາຍພົວພັນ ທາງການທູດລະຫວ່າງ ລາວ-ຍີ່ປຸ່ນ, ພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫຜະລິດຕະພັນແຜ່ນແພລາວ ໃຫ້ສາ ມາດກ້າວເຂົ້າສູ່ຕະຫລາດສາກົນ ນັບມື້ນັບຫລາຍຂຶ້ນ.

ຂປລ. ທ້າຍເດືອນຜ່ານມາ, ທີ່ ນະຄອນຫລວງໂຕກຽວ ປະເທດ ຍີ່ປຸ່ນ ໄດ້ຈັດງານມະໂຫລານ ແຟຊັນ ແລະ ວັດທະນະທຳລາວ (Lao Fashion and Culture Festival) ເພື່ອປະກອບສ່ວນ ເຂົ້າໃນການສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງສາຍພົວພັນ ທາງການທູດລະຫວ່າງ ລາວ-ຍີ່ປຸ່ນ, ພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫຜະລິດຕະພັນແຜ່ນແພລາວ ໃຫ້ສາ ມາດກ້າວເຂົ້າສູ່ຕະຫລາດສາກົນ ນັບມື້ນັບຫລາຍຂຶ້ນ.

ນອກຈາກນີ້, ຍັງເປັນເວທີນໍາສະເໜີ ແລະ ເອກ ອ້າງຄວາມງົດງາມຂອງວັດທະ ນະທໍາແຜ່ນແພທີ່ສະທ້ອນເຖິງພູມ ປັນຍາ ແລະ ສີມືຂອງຊາວຊ່າງ ຫັດຖະກໍາພື້ນບ້ານ, ແນໃສ່ຊ່ວຍ ສ້າງລາຍຮັບໃຫ້ແກ່ຊຸມຊົນຜູ້ຜະລິດ ແລະ ຜູ້ປະກອບການ, ພ້ອມທັງຊ່ວຍ ອະນຸລັກຮັກສາສິລະປະດັ່ງກ່າວ ໃຫ້ ຄົງຢູ່ຄູ່ສັງຄົມລາວຢ່າງຍືນຍົງ.

ເຖິງແນວໃດກໍຕາມ, ການເປີດ ງານຄັ້ງນີ້ ຍັງເປັນການສືບຕໍ່ໂຄ ສະນາເຜີຍແຜ່ວັດທະນະທໍາຂອງ ລາວ ພາຍຫລັງການເດີນທາງມາ ຢ້ຽມຢາມ ສປປ ລາວ ຂອງສົມເດັດ ເຈົ້າຍິງ ໄອໂກະ ແຫ່ງປະເທດຍີ່ປຸ່ນ ໃນເດືອນພະຈິກ 2025 ທີ່ຜ່ານ ມາ. ນອກຈາກນັ້ນ, ໃນງານດັ່ງ ກ່າວ ຍັງໄດ້ນໍາສະເໜີວິດີໂອໂຄສະ ນາການທ່ອງທ່ຽວ ເພື່ອເຜີຍແຜ່ ສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນ ແລະ ມີເອກະລັກສະເພາະຂອງ ສປປ ລາວ ໃຫ້ເປັນທີ່ຮູ້ຈັກໃນລະດັບ ພາກພື້ນ ແລະ ສາກົນ. ພ້ອມນັ້ນ, ຍັງ ໄດ້ມີການບັນເລງບົດເພງທີ່ປະສົມ ປະສານກັບດົນຕີພື້ນເມືອງ, ການ ສະແດງແຟຊັນໂຊຜ້າລາຍນາກ ແລະ ຊຸດແຜ່ນແພລາວແບບປະຍຸກ ຮ່ວມສະໄໝຈາກຫ້ອງເສື້ອຊັ້ນນໍາ ຂອງລາວ ທັງໝົດ 15 ພາກສ່ວນ.

ພາຍໃນງານຍັງໄດ້ມີກິດຈະກໍາແຈກ ລາງວັນໃຫ້ແຂກທີ່ເຂົ້າຮ່ວມງານ ໂດຍໄດ້ຮັບການສະໜັບສະໜູນຈາກ ບັນດາທຸລະກິດໃນຂະແໜງການ ທ່ອງທ່ຽວຢູ່ ສປປ ລາວ ເປັນຕົ້ນ ປີ້ຍົນໄປ-ກັບຂອງບໍລິສັດການບິນລາວ ເສັ້ນທາງພາຍໃນ ແລະ ຕ່າງ ປະເທດທີ່ກໍານົດໄວ້, ບັດເຂົ້າພັກທີ່ ໂຮງແຮມ, ຣີສອດ ແລະ ຮ້ານອາ ຫານຕ່າງໆ. ການຈັດງານໃນຄັ້ງນີ້, ແມ່ນຈັດ ຂຶ້ນໂດຍ Lao Fashion Week ແລະ ສະຖານທູດແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ ໂດຍຮ່ວມກັບ ກະຊວງວັດທະນະທໍາ ແລະ ການ ທ່ອງທ່ຽວ ແຫ່ງ ສປປ ລາວ, ສະມາ ຄົມທຸລະກິດທ່ອງທ່ຽວລາວ ແລະ ສະຖານທູດຍີ່ປຸ່ນປະຈໍາ ສປປ ລາວ.

KPL

ຂ່າວອື່ນໆ

    • ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດບົດ-ສາລະຄະດີ

      ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດ

      4/7/2026 11:56:25 AM

      ຂປລ. ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ)

    • ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງບົດ-ສາລະຄະດີ

      ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງ

      4/7/2026 11:53:56 AM

      ຂປລ. ໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກ ສະພາແຫ່ງຊາດ (ສສຊ) ເຂດ ເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະ ຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງ ສຸດ (ອອປສ) ວ່າ: ຕົນເອງ ເຫັນດີເປັນເອກະພາບຕໍ່ແຜນ ບົດລາຍງານການເຄື່ອນໄຫວ ວຽກງານ 5 ປີ (2026- 2030) ຂອງສານປະຊາຊົນສູງສຸດ

    • ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນບົດ-ສາລະຄະດີ

      ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນ

      4/7/2026 11:46:49 AM

      ຂປລ. ໃນໄລຍະເດືອນມີນາ ຫາ ເດືອນພຶດສະພາ ຂອງທຸກໆປີ ປະເທດລາວຈະຜະເຊີນກັບສະ ພາບອາກາດຮ້ອນອົບເອົ້າ ຊຶ່ງບາງ ແຂວງອຸນຫະພູມອາດສູງທະລຸ 40 ອົງສາ ຊຶ່ງສະພາບອາກາດຮ້ອນດັ່ງ ກ່າວ ບໍ່ພຽງແຕ່ສ້າງຄວາມລຳບາກ ໃນການດຳລົງຊີວິດ, ແຕ່ຍັງຕ້ອງ ພົບກັບບາງພະຍາດທີ່ມັກຈະມາ ພ້ອມກັບອາກາດຮ້ອນອີກ, ຍ້ອນ ວ່າລະດູຮ້ອນແມ່ນລະດູທີ່ເໝາະໃນ ການຂະຫຍາຍຕົວຂອງເຊື້ອແບັກ ທີເຣຍບາງຊະນິດ

    •  ຫວນຄືນມູນເຊື້ອການກຳເນີດ  ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບບົດ-ສາລະຄະດີ

      ຫວນຄືນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ

      4/7/2026 11:43:28 AM

      ຂປລ. ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປວງຊົນລາວທັງ ຊາດດຳເນີນພາລະກິດປ່ຽນແປງ ໃໝ່ຢ່າງ ຮອບດ້ານ ແລະ ມີຫລັກ ການຂອງພັກໃນເງື່ອນໄຂສະພາບ ແວດລ້ອມສາກົນ ທີ່ມີການຜັນແປ ໄປຢ່າງໄວວາ ແລະ ສະຫລັບຊັບ ຊ້ອນ ເຊິ່ງມີທັງກາລະໂອກາດທີ່ ເອື້ອອຳນວຍ ແລະ ສິ່ງທ້າທາຍ ທົດສອບນາໆປະການຕໍ່ພາລະກິດ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດຂອງພວກເຮົາ, ພວກ ເຮົາໄດ້ຜະເຊີນໜ້າໂດຍກົງກັບກົນ ອຸບາຍຫັນປ່ຽນ ໂດຍສັນຕິຢ່າງ ຮອບດ້ານຂອງພວກຈັກກະພັດ ແລະ ອິດທິກຳລັງປໍລະປັກ.

    • ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍລະດົກບົດ-ສາລະຄະດີ

      ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍລະດົກ

      4/7/2026 11:29:52 AM

      ຂປລ. ເສດຖະກິດມໍລະດົກ ມີຄວາມໝາຍ ແລະ ນິຍາມກວ້າງຂວາງ, ກ່ອນອື່ນຕ້ອງເຂົ້າໃຈຄວາມໝາຍຂອງ “ມໍລະດົກ” ທີ່ໝາຍເຖິງທຸກສິ່ງທຸກຢ່າງທີ່ເປັນວັດຖຸນິວັດຖຸທີ່ມີຄຸນຄ່າ ທີ່ພວກເຮົາໄດ້ຮັບການສືບທອດມາຈາກບັນພະບູລຸດ.

ads
ads

Top