ແອຣ ນູແວນເຊລັງ ເລັ່ງປັບຫລຸດຖ້ຽວບິນ

09/04/2026 17:25
ຂປລ ສາຍການບິນ ແອຣ ນູແວນເຊເລັງ (Air New Zealand)ຫລື Air NZ ເປີດເຜີຍວ່າ, ບໍລິສັດກຽມປັບ ຫລຸດຖ້ຽວບິນ ໃນໄລຍະເດືອນ ພືດສະພາ ແລະ ເດືອນມິຖຸນາ ພ້ອມທັງ ປັບຂຶ້ນຄ່າໂດຍສານ ພາຍຫລັງ ສົງຄາມ ອີຣານ ໄດ້ສົ່ງຜົນກະທົບ ຕໍ່ການເດີນທາງ ທາງອາກາດ

ຂປລ.ສຳນັກຂ່າວ ອິນໂຟເຄວສ: ສາຍການບິນ ແອຣ ນູແວນເຊເລັງ (Air New Zealand)ຫລື Air NZ ເປີດເຜີຍວ່າ, ບໍລິສັດກຽມປັບ ຫລຸດຖ້ຽວບິນ ໃນໄລຍະເດືອນ ພືດສະພາ ແລະ ເດືອນມິຖຸນາ ພ້ອມທັງ ປັບຂຶ້ນຄ່າໂດຍສານ ພາຍຫລັງ ສົງຄາມ ອີຣານ ໄດ້ສົ່ງຜົນກະທົບ ຕໍ່ການເດີນທາງ ທາງອາກາດ ຢູ່ທົ່ວໂລກ ແລະ ເຮັດໃຫ້ ຕົ້ນທຶນເຊື້ອໄຟເຮືອນບິນ ເພີ່ມສູງຂຶ້ນ.

ການປັບຫລຸດ ຖ້ຽວບິນ ໃນຄັ້ງນີ້,  ຖືເປັນ ຄັ້ງທີ 2 ໃນຮອບເດືອບ 1 ເດືອນ ,Air NZ ລະບຸວ່າ : ມາດຕະການລວມ ຖ້ຽວບິນ ຫລື ປັບຫລຸດ ຖ້ຽວບິນ ດັ່ງກ່າວ ຈະສົ່ງຜົນກະທົບ ຕໍ່ຖ້ຽວບິນ ປະມານ 4% ແລະ ສົ່ງຜົນຕໍ່ຜູ້ໂດຍສານ ລວມມີ ປະມານ 1% ທີ່ມີ ແຜນເດີນທາງ ໃນໄລຍະເດືອນ ພືດສະພາ ແລະ ເດືອນ ມິຖຸນາ. ໃນຂະນະທີ່ ບໍລິສັດ ພວມຜະເຊີນກັບ ລາຄາ ນໍ້າມັນເຮືອບິນ ທີ່ເພີ່ມຂຶ້ນສູງກວ່າ ລະດັບ ປົກກະຕິ ຫລາຍກວ່າ 2 ເທົ່າ ເຊັ່ນດຽວກັບ ສາຍການບິນ ທົ່ວໂລກ./

KPL

ຂ່າວອື່ນໆ

ads
ads

Top