ຂປລ
ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ລົງນາມ ຂໍ້ຕົກລົງ ໃຫ້ສັດຕະຍາບັນ ສົນທິສັນຍາ ຂອງ ສະຫະ ປະຊາຊາດ ວ່າດ້ວຍ ການຕ້ານ ອາຊະຍາກຳ ທາງໄຊເບີ (ສົນທິສັນຍາ ຮ່າໂນ້ຍ).
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 07 ເມສາ, ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ລົງນາມ ຂໍ້ຕົກລົງ ໃຫ້ສັດຕະຍາບັນ ສົນທິສັນຍາ ຂອງ ສະຫະ ປະຊາຊາດ ວ່າດ້ວຍ ການຕ້ານ ອາຊະຍາກຳ ທາງໄຊເບີ (ສົນທິສັນຍາ ຮ່າໂນ້ຍ). ຫວຽດນາມ ແມ່ນປະເທດທຳອິດ ຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ແມ່ນປະເທດ ທີ 2 ໃນໂລກ ໃຫ້ສັດຕະຍາບັນ ສົນທິສັນຍາ ຮ່າໂນ້ຍ, ຖັດຈາກ ກາຕາ.
ຫວຽດນາມ ໄດ້ປະຕິບັດ ສຳເລັດ ລະບຽບການ ໃຫ້ສັດຕະຍາບັນ ຢ່າງວ່ອງໄວ, ຜ່ານນັ້ນ ໄດ້ກາຍເປັນ ປະເທດທຳອິດ ຢູ່ອາຊີ ຕາເວັນອອກສ່ຽງໃຕ້ ແລະ ແມ່ນປະເທດທີ 2 ໃນໂລກ ແມ່ນສະມາຊິກ ທາງການ ຂອງ ສົນທິສັນຍາ ຮ່າໂນ້ຍ. ໂດຍແຖວໜ້າ ແມ່ນສະມາຊິກທາງການ, ຫວຽດນາມ ສາມາດ ປະກອບສ່ວນ ຢ່າງແທ້ຈິງກວ່າ ເຂົ້າໃນວິວັດການສ້າງ ແລະ ພັດທະນາ ຂອບນິຕິກຳ ສາກົນທາງໄຊເບີ.
ສົນທິສັນຍາ ຮ່າໂນ້ຍ ແມ່ນພື້ນຖານ ນິຕິກຳ ສາກົນສຳຄັນ ເພື່ອໃຫ້ ຫວຽດນາມ ເພີ່ມທະວີ ການປ້ອງກັນ, ກວດພົບ, ສືບສວນ ແລະ ປັບໄໝ ລົງໂທດ ອາຊະຍາກຳ ທາງໄຊເບີ ຢ່າງມີປະສິດທິຜົນ, ຕອບສະໜອງ ຄວາມຮຽກຮ້ອງ ຮັບປະກັນ ຄວາມໝັ້ນຄົງ ແຫ່ງຊາດ, ຄວາມເປັນ ລະບຽບຮຽບຮ້ອຍ ທາງສັງຄົມ ໃນສະພາບການ ຫັນເປັນດີຈີຕອນ ແລະ ເຊື່ອມໂຍງ ເຂົ້າກັບ ສາກົນຢ່າງເລິກເຊິ່ງ, ກວ້າງຂວາງ.
ສົນທິສັນຍາ ດັ່ງກ່າວ ໄດ້ລົງນາມຄັ້ງທຳອິດ ຢູ່ ຮ່າໂນ້ຍ ໃນເດືອນ ຕຸລາ 2025. ສົນທິສັນຍານີ້ ໄດ້ໃສ່ຊື່ຕາມສະຖານທີ່ແຫ່ງໜຶ່ງ ຂອງ ຫວຽດນາມ, ເປັນຂີດໝາຍ ດ້ານປະຫວັດສາດ ໃນວິວັດການ ເຊື່ອມໂຍງ ເຂົ້າກັບສາກົນ ຂອງ ຫວຽດນາມ, ເຊິ່ງສະແດງໃຫ້ເຫັນ ກຳລັງ ຄວາມສາມາດ ແລະ ທີ່ຕັ້ງ ຂອງ ຫວຽດນາມ ໃນການ ແກ້ໄຂ ບັນດາ ບັນຫາລວມ ຂອງ ປະຊາຄົມສາກົນ./
KPL