ຂປລ
ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ເຊັນລັດຖະດຳລັດສຳຄັນ ດັດປັບນະໂຍບາຍພາສີ; ໃນນັ້ນ ຫາກໍປັບປຸງກົນໄກ ຈັດວາງອັດຕາພາສີ ສຳລັບເຫລັກກ້າ, ອາລູມີນຽມ ແລະ ທອງ, ທັງຈັດວາງອັດຕາພາສີ ສຳລັບ ຜະລິດຕະພັນ ການຢານຳເຂົ້າຂຶ້ນເຖິງ 100%.
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ເຊັນລັດຖະດຳລັດສຳຄັນ ດັດປັບນະໂຍບາຍພາສີ; ໃນນັ້ນ ຫາກໍປັບປຸງກົນໄກ ຈັດວາງອັດຕາພາສີ ສຳລັບເຫລັກກ້າ, ອາລູມີນຽມ ແລະ ທອງ, ທັງຈັດວາງອັດຕາພາສີ ສຳລັບ ຜະລິດຕະພັນ ການຢານຳເຂົ້າຂຶ້ນເຖິງ 100%.
ໂດຍເນື້ອໃນລະອຽດ, ສຳລັບ ຂົງເຂດໂລຫະ, ສ.ອາເມລິກາ ສືບຕໍ່ຮັກສາລະດັບ ອັດຕາພາສີ 50% ສໍາລັບເຫລັກກ້າ, ອາລູມີນຽມ ແລະ ທອງນຳເຂົ້າ ຕາມມາດຕາ 232. ເຖິງຢ່າງໃດກໍຕາມ, ວິທີການເກັບພາສີ ໄດ້ຮັບການດັດປັບເມື່ອນຳໃຊ້ ລາຄາຕົວຈິງ ທີ່ລູກຄ້າ ສ.ອາເມລິກາ ຕ້ອງຈ່າຍ, ໂດຍປ່ຽນແທນໃຫ້ມູນຄ່າ ທີ່ໄດ້ແຈ້ງອອກ, ເພື່ອແນໃສ່ຈຳກັດສະພາບແຈ້ງ ມູນຄ່າຕ່ຳ ເພື່ອຫລຸດອັດຕາພາສີ.
ຕາມນະໂຍບາຍໃໝ່ແລ້ວ, ບັນດາ ຜະລິດຕະພັນ ທີ່ມີ ອັດຕາໂລຫະຕ່ຳກວ່າ 15% ຕາມນ້ຳໜັກສຸດທິຈະໄດ້ຍົກເວັ້ນພາສີ 100%. ສຳລັບ ຜະລິດຕະພັນ ທີ່ມີອັດຕາ ໂລຫະສູງກວ່າ 15%, ລະດັບອັດຕາພາສີ ຈະຫລຸດລົງເຫລືອພຽງ 25% ແຕ່ໝູນໃຊ້ສຳລັບ ມູນຄ່າທັງໝົດ ຂອງ ສິນຄ້າ. ນອກຈາກນັ້ນແລ້ວ, ເຄື່ອງອຸປະກອນ ອຸດສາຫະກຳ ແລະ ຕາໜ່າງໄຟຟ້າ ຈຳນວນໜຶ່ງ ທີ່ນຳໃຊ້ໂລຫະຫລາຍ ຈະໄດ້ຮັບອັດຕາພາສີ ພິເສດ 15% ຮອດປີ 2027 ເພື່ອແນໃສ່ຊຸກຍູ້ ການລົງທຶນເຂົ້າ ໃນການຜະລິດ. ບັນດາຜະລິດຕະພັນ ຜະລິດຢູ່ຕ່າງປະເທດ ແຕ່ນຳໃຊ້ວັດຖຸດິບ ເປັນໂລຫະທັງໝົດ ຈາກ ສ.ອາເມລິກາ ກໍໄດ້ໝູນໃຊ້ ອັດຕາພາສີທີ່ຕ່ຳກວ່າ, ປະມານ 10%. /
KPL