ສສຊ ເຂດເລືອກຕັ້ງ 7 ສະເໜີໃຫ້ກຳນົດລະອຽດດ້ານຜົນກະທົບໂຄງການທາງລົດໄຟລາວ-ຫວຽດນາມ.

02/04/2026 11:16
ຂປລ ຂປລ. ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ເປັນອີກໂຄງການໜຶ່ງທີ່ຈະສ້າງຜົນປະໂຫຍດໃຫ້ປະເທດຊາດ. ທ່ານ ຄໍາແສນ ສີສະວົງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ປະກອບຄໍາເຫັນໃສ່ ບົດລາຍງານ ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດຊຸດທີ X

ຂປລ.  ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ເປັນອີກໂຄງການໜຶ່ງທີ່ຈະສ້າງຜົນປະໂຫຍດໃຫ້ປະເທດຊາດ. ທ່ານ  ຄໍາແສນ ສີສະວົງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7  ແຂວງໄຊຍະບູລີ ໄດ້ປະກອບຄໍາເຫັນໃສ່ ບົດລາຍງານ ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດຊຸດທີ X  ວ່າ:  ໂດຍມີຄວາມເປັນເອກະພາບ ແລະ ຍ້ອງຍໍຊົມເຊີຍ ລັດ ຖະບານ ຕໍ່ໂຄງການດັ່ງກ່າວ, ຂ້າພະເຈົ້າ ຂໍປະກອບຄໍາເຫັນແລກປ່ຽນ ເພື່ອເຮັດໃຫ້ໂຄງການດັ່ງກ່າວ ໄດ້ດໍາເນີນໄປຢ່າງລາບລື່ນ ມີປະສິດທິພາບ ແລະ ປະສິດທິຜົນສູງ ໃຫ້ທຸກຝ່າຍໄດ້ມີປະໂຫຍດ ໂດຍສະເພາະ ແມ່ນຜູ້ລົງທຶນ, ລັດຖະບານ ແລະ ປະຊາຊົນທີ່ຖືກຜົນກະທົບ ໄດ້ມີຜົນປະໂຫຍດຮ່ວມກັນ  ແລະ ມີຄວາມເປັນເອກະພາບ ກັບບັນດາ ສະມາຊິກສະພາແຫ່ງຊາດ ທີ່ປະກອບຄໍາເຫັນໄປແລ້ວນັ້ນ ໂດຍສະເພາະແມ່ນການຊົດເຊີຍຕໍ່ປະຊາຊົນທີ່ຖືກໂຄງການ ເພື່ອເຮັດໃຫ້ການຊົດເຊີຍນັ້ນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງໂລ່ງລ່ຽນ, ຂ້າພະເຈົ້າສະເໜີໃຫ້ລັດຖະບານ ເຮັດບົດວິພາກ, ບົດວິເຄາະ ລົງເລິກ ຜົນກະທົບຕໍ່ສັງຄົມຢ່າງລະອຽດ ເປັນຕົ້ນແມ່ນ ດິນທີ່ຖືກຜົນກະທົບ, ປະເພດດິນກະສິກໍາ, ດິນໃນເຂດກໍ່ສ້າງ, ຄົວເຮືອນທີ່ຖືກຜົນກະທົບ, ບ້ານທີ່ຖືກຜົນກະທົບ ການຍົກຍ້າຍມີເທົ່າໃດ? ເພາະເຮົາຈະໄດ້ຄິດໄລ່ລະອຽດເປັນໂຕເລກທາງດ້ານເສດຖະກິດໄດ້, ນອກນັ້ນ ຜົນກະທົບຕໍ່ສັງຄົມ, ຮີດຄອງປະເພນີ, ໂຮງຮຽນ, ໂຮງໝໍ ຖ້າຍົກຍ້າຍໄປແລ້ວຈະມີຄວາມສະດວກສະບາຍແນວໃດ? ອີກປະການໜຶ່ງ ໃນບົດວິເຄາະ ຢາກໃຫ້ມີມາດຕະການແກ້ໄຂ ເພາະເຮົາມີບົດຮຽນແລ້ວ ໃນຫລາຍໂຄງການທີ່ຜ່ານມາ ເຮົາຄວນຈະຖອດຖອນບົດຮຽນດັ່ງກ່າວ ແລ້ວເອົາເຂົ້າໃນສັນຍາແມ່ແບບ ຫລື ຕົ້ນສະບັບເລີຍ.  ຕໍ່ກັບໄລຍະສໍາປະທານກັບໄລຍະຄືນທຶນ ຕ້ອງໃຫ້ສອດຄ່ອງ ແລະ ຕິດພັນກັນ ໃນຈຸດນີ້ເຫັນວ່າໄລຍະຄືນທຶນໄວ 14ປີ ໄລຍະສໍາປະທານຄວນຈະຢູ່ໃນ 35-40 ປີ.

ໂຄງການພັດທະນາເສັ້ນທາງລົດໄຟລາວ-ຫວຽດນາມ (ນະຄອນຫລວງວຽງຈັນ ຫາ ທ່າເຮືອຫວຸ່ງອ່າງ ສສ ຫວຽດນາມ)ທີ່ຈະເລີ່ມຈັດຕັ້ງປະຕິບັດຖືເປັນໂຄງການຍຸດທະສາດທີ່ສໍາຄັນທາງດ້ານການເຊື່ອມໂຍງເຊື່ອມຈອດຂອງປະເທດທີ່ນອນໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໄລຍະ 2026-2030 ຊຶ່ງເປັນໂຄງການທີ່ລັດຖະບານລາວ ແລະ ຫວຽດນາມ ໃຫ້ການສະໜັບສະໜູນ. ໂຄງການກໍ່ສ້າງທາງລົດໄຟແຕ່ຕົວເມືອງທ່າແຂກ ແຂວງຄຳມ່ວນ ຫາ ມູຢາ ຊາຍແດນລາວ-ຫວຽດນາມ ໄລຍະທາງ 147 ກິໂລແມັດ ກວມເອົາ 4 ຕົວເມືອງ (ເມືອງທ່າແຂກ ໄລຍະ 26 ກິໂລແມັດ, ເມືອງມະຫາໄຊ36 ກິໂລແມັດ, ເມືອງຍົມມະລາດ 63 ກິໂລແມັດ ແລະ ເມືອງບົວລະພາ 22 ກິໄລແມັດ), ກວມເນື້ອທີ່ທັງໝົດ 1.628,40 ເຮັກຕາ, ກວມ 48 ບ້ານ 2.210 ຄອບຄົວ ແລະ ມີຕອນດິນ3.148 ຕອນ. ໂຄງການດັ່ງກ່າວ, ໄດ້ຮັບຮອງມູນຄ່າການຊົດເຊີຍແລ້ວຕາມມະຕິຄະນະປະຈຳສະພາປະຊາຊົນແຂວງຄໍາມ່ວນ ແລະ ຂໍ້ຕົກລົງຂອງເຈົ້າ ແຂວງວ່າດ້ວຍການນໍາໃຊ້ນະໂຍບາຍວ່າດ້ວຍການທົດແທນຄ່າເສຍຫາຍເນື້ອທີ່ດິນ, ສິ່ງປຸກສ້າງແລະ ຜົນລະປູກຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ, ຄາດຄະເນມູນຄ່າການລົງທຶນທັງໝົດ 1.339 ລ້ານໂດລາສະຫະລັດ ແລະ ມີອາຍຸສຳປະທານ 50 ປີ.

KPL

ຂ່າວອື່ນໆ

ads
ads

Top