ຂປລ ພິທີປະກາດປັບປຸງກົງ ຈັກການຈັດຕັ້ງຂອງຫ້ອງວ່າການ ສູນກາງພັກ ຈັດຂຶ້ນໃນວັນທີ 7 ເມສາ 2026 ໂດຍການເປັນປະ ທານຂອງທ່ານ ເພັດ ພົມພີພັກ lop xtdkfdkooe0A ol6 ' vvdra ddko{Ia [v5 f|6 o[eoko sk]n ;k'czo37ltokxh v'da o c]t ]b []h k'dkooe.-h cI''kogfa d16j ]k; ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 08.04.2026 ປີທີ 25 ສະບັບທີ 6.413 8A '|h kza o0tspkp,t8y dv'xt-5 ,.spj z6 h cmomq j ;xtgmf 7A 'mu XII 0v'ra d .sh dkpgxa o9y 'K dt-;' ;m 8h v'gvq k.9.lj 75h ,7v'dy f9tdemj v'mj P; muj ,u 7;k,lj P' c]t Ia [xtda o7;k,xvfwr0v'oa dmj v'mj P; dv'xt-5 ,ltrk[= ]y sko dv'mb ora fmtokvk-u ;tlb dlk ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ( ຂວາ ) ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ lts]v'[5 oxu .\j ]k; [q orN o4koxt1a f s]5 fzj vodkogfu omk'sa ooe.-h ]q fw22h kcmo]q foE,a o ຂປລ. ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ (ຮສສ) ຈັດກອງ ປະຊຸມເພື່ອປຶກສາຫາລືກ່ຽວກັບ ເຄື່ອງມື ແລະ ວາງແຜນໂຄສະນາ ເຜີຍແຜ່ການປ້ອງກັນ ແລະ ລຶບລ້າງ ການນໍາໃຊ້ແຮງງານເດັກຢູ່ ສປປ ລາວ ໃນວັນທີ 7 ເມສາ 2026 ໂດຍ ການເປັນປະທານຮ່ວມຂອງທ່ານ ຄຳເພັດ ອ່ອນລາສີ ຮອງຫົວໜ້າ ກົມຄຸ້ມຄອງແຮງງານ ແລະ ທ່ານ ວຽງປະສິດ ທິບພະສຸດາ ຜູ້ປະສານ ງານອົງການແຮງງານສາກົນ (ILO) ປະຈຳ ສປປ ລາວ, ມີ ຮອງຫົວໜ້າກົມ ປົກປ້ອງແຮງງານ ສູນກາງສະຫະພັນກໍາມະບານລາວ, ຮອງເລຂາທິການສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ພ້ອມດ້ວຍຜູ້ຕາງໜ້າຈາກສະຖານ ທູດການາດາ ປະຈໍາລາວ ແລະ ຜູ້ ຕາງໜ້າຄູ່ຮ່ວມງານຈາກຂະແໜງ ການທີ່ກ່ຽວຂ້ອງອ້ອມຂ້າງສູນກາງ ເຂົ້າຮ່ວມ. ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມວຽກງານ ວັດທະນະທຳ ແລະ ການທ່ອງທ່ຽວທົ່ວປະເທດ ປະ ຂປລ. ສຳນັກງານນາຍົກລັດຖະ ມົນຕີ (ສນຍ) ຈັດພິທີປະກາດ ການນຳຂັ້ນສູງອອກພັກການ-ຮັບ ອຸດໜູນບຳນານ ແລະ ຍົກຍ້າຍ ພະນັກງານນຳພາ-ຄຸ້ມຄອງຂອງ ຫ້ອງວ່າການ ສນຍ ໄປຮັບໜ້າທີ່ໃໝ່ ໃນວັນທີ 6 ເມສາ 2026 ໃຫ້ກຽດ ເປັນປະທານຂອງທ່ານ ສອນໄຊ sh v';j kdkol6 odk'ra d xa [x5 'dq '9a ddko9a f8A ' ຂປລ. ໃນວັນທີ 7 ເມສາ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກຊົມເຊີຍເຖິງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນ ໂອກາດທີ່ສະຫາຍໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ. ເນື້ອໃນໂທລະເລກໄດ້ລະບຸວ່າ: ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈມາຍັງສະຫາຍເນື່ອງໃນໂອກາດທີ່ສະຫາຍໄດ້ຮັບເລືອກຕັ້ງໃຫ້ ດໍາລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຫວຽດ ນາມ ຊຸດທີ XVI. ການທີ່ສະຫາຍໄດ້ຮັບມອບໝາຍໜ້າທີ່ສຳຄັນໃນຄັ້ງນີ້ ສະແດງໃຫ້ ເຫັນເຖິງຄວາມເຊື່ອໝັ້ນສູງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ ຄວາມປີຊາສາມາດໃນການນໍາພາ-ຊີ້ນຳຂອງສະຫາຍ ແລະ ເປັນການ ຕີລາຄາສູງຕໍ່ຜົນງານອັນໃຫຍ່ຫລວງ ແລະ ການປະກອບສ່ວນຢ່າງບໍ່ຮູ້ ອິດຮູ້ເມື່ອຍຂອງສະຫາຍຕະຫລອດໄລຍະຜ່ານມາ. g]0kmy dko.spj ra d xx ]k; lqj '3m]tg]d -q ,g-u pg4y '76j Ij ;,8ec|j ' ll s;Pfok, ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບສານຊົມເຊີຍຈາກທ່ານ ອາເລັກຊານເດີ ລູກາ ເຊັນໂກ ປະທານາທິບໍດີ ແຫ່ງ ສ ເບລາຣຸດຊີ ເນື່ອງໃນໂອກາດໄດ້ຮັບ ເລືອກຕັ້ງເປັນປະທານປະເທດ ແຫ່ງ ສປປ ລາວ ອີກໜຶ່ງສະໄໝ. ເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງ ຈິງໃຈມາຍັງທ່ານເນື່ອງໃນໂອກາດທີ່ໄດ້ຮັບເລືອກຕັ້ງເປັນປະທານປະ ເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອີກໜຶ່ງ ສະໄໝ. ຂ້າພະເຈົ້າເຊື່ອໝັ້ນວ່າພາຍໃຕ້ການຊີ້ນຳຂອງທ່ານ, ສປປ ລາວ ຈະສືບຕໍ່ພັດທະນາ ແລະ ເສີມຂະຫຍາຍການພົວພັນສາກົນຢ່າງປະສົບ ຜົນສຳເລັດ ໂດຍສະເພາະກັບ ສາທາລະນະລັດ ເບລາຣຸດຊີ. ຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນມິດຕະພາບລະຫວ່າງປະເທດຂອງພວກເຮົາ ເປັນພື້ນຖານທີ່ໜັກແໜ້ນສຳລັບການຮ່ວມມືສອງຝ່າຍໃຫ້ມີໝາກຜົນ ໃນຫລາຍຂົງເຂດ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າຈະໄດ້ພົບປະກັບທ່ານອີກຄັ້ງ ເພື່ອປຶກສາ ຫາລືບັນຫາບຸລິມະສິດຂອງເບລາຣຸດຊີ-ລາວ, ບັນຫາພາກພື້ນ ແລະ ສາກົນ. ຂ້າພະເຈົ້າຂໍຖືໂອກາດນີ້ອວຍພອນໃຫ້ທ່ານຈົ່ງມີສຸຂະພາບ ເຂັ້ມແຂງ ແລະ ປະສົບຜົນສຳເລັດອັນໃຫຍ່ຫລວງໃນໜ້າທີ່ອັນມີກຽດ ສູງສົ່ງຂອງທ່ານ ແລະ ປະຊາຊົນລາວຈົ່ງມີແຕ່ສັນຕິສຸກ ແລະ ຄວາມ ສົມບູນພູນສຸກ. lko-q ,g-u p9kd76j Ij ;,8ec|j ' ສີພັນດອນ ນາຍົກລັດຖະມົນຕີ, ມີ ທ່ານລັດຖະມົນຕີ, ຫົວໜ້າ ຫສນຍ; ລັດຖະມົນຕີ-ຮອງລັດຖະມົນຕີ ປະຈຳ ສນຍ, ຮອງຫົວໜ້າ ຫສນຍ, ຮອງຫົວໜ້າຄະນະຈັດຕັ້ງສູນກາງ ພັກ, ພ້ອມດ້ວຍພະນັກງານ-ລັດຖະ ກອນພາຍໃນ ຫສນຍ ທີ່ມີຕຳແໜ່ງ ບໍລິຫານຂັ້ນຮອງຫົວໜ້າພະແນກ ຂຶ້ນໄປເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງ ສູນກາງພັກ ໄດ້ຜ່ານມະຕິຕົກລົງ ຂອງກົມການເມືອງສູນກາງພັກ ແລະ ລັດຖະດຳລັດ ຂອງປະທານ ປະເທດ ວ່າດ້ວຍອະນຸມັດໃຫ້ການ ນຳຂັ້ນສູງອອກພັກການ-ຮັບອຸດ ອ່ານຕໍ່ໜ້າ 2 xtmkoltrkcsj '-kf lqj '3m]tg]d-q ,g-u p76j Ij ;,8ec|j ' ຂປລ. ໃນວັນທີ 6 ເມສາ 2026 ນີ້, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກຊົມເຊີຍເຖິງສະຫາຍ ເຈິນ ແທັງ ເໝີ້ນ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານ ສະພາແຫ່ງຊາດ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ໃນ ໂອກາດທີ່ສະຫາຍໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ອີກວາລະໜຶ່ງ. ເນື້ອໃນໂທລະເລກໄດ້ລະບຸວ່າ: ໃນນາມສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນ ຢ່າງຍິ່ງມາຍັງສະຫາຍທີ່ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ອີກວາລະໜຶ່ງໃນກອງປະຊຸມຄັ້ງປະຖົມມະ ລືກຂອງສະພາແຫ່ງຊາດ ຊຸດທີ XVI, ໃນວັນທີ 6 ເມສາ 2026. ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ອວຍພອນໄຊອັນ ປະເສີດມາຍັງສະຫາຍມານະໂອກາດນີ້ດ້ວຍ. ຈໍາປີ 2025 ແລະ ທິດທາງແຜນການປີ 2026 ໃນວັນທີ 7 ເມສາ 2026 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ໄດ້ເນັ້ນໃຫ້ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການຄຸ້ມຄອງການ ທ່ອງທ່ຽວໃຫ້ເປັນລະບຽບຮຽບຮ້ອຍ ແລະ ທັນການ, ໝາຍຄວາມວ່າຕ້ອງຮັບປະກັນດ້ານຄວາມປອດໄພເປັນ ບຸລິມະສິດ ຊຶ່ງພວກເຮົາຕ້ອງໄດ້ຮີບຮ້ອນຄົ້ນຄວ້າດ້ານນິຕິ ກໍາໃຫ້ຄົບຊຸດ ເພື່ອໃຫ້ສາມາດນໍາໃຊ້ເຂົ້າໃນການຄຸ້ມຄອງ ທຸກທຸລະກິດການທ່ອງທ່ຽວໃຫ້ເຂັ້ມງວດຍິ່ງຂຶ້ນ. ຕົວຢ່າງ: ກໍລະນີບັນຫານັກທ່ອງທ່ຽວເສຍຊີວິດກໍເກີດມາຈາກ ຄວາມບໍ່ປອດໄພ ແລະ ມາດຕະຖານອາຫານ-ເຄື່ອງດື່ມ ຊຶ່ງແມ່ນວຽກງານທີ່ສໍາຄັນຂອງກະຊວງ ວທ ທີ່ຕ້ອງໄດ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕິດຕາມ, ຊຸກຍູ້ຄືແນວ ໃດ. ພ້ອມນີ້, ກໍໃຫ້ເອົາໃຈໃສ່ການຄຸ້ມຄອງກິດຈະກໍາ ທ່ອງທ່ຽວທີ່ມີຄວາມສ່ຽງ ແລະ
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 08/04/2026 xtgmf]k; ປະທານສະພາແຫ່ງຊາດ... ກະຊວງ ວທ... ສນຍ ປະກາດການນຳຂັ້ນສູງ... ເລຂາທິການໃຫຍ່... ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ( ຂວາ ) ໜູນບຳນານ ຄື: ທ່ານ ພົນເອກ ຈັນສະໜອນ ຈັນຍາລາດ ກຳມະ ການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາ ຍົກລັດຖະມົນຕີ; ທ່ານ ສອນໄຊ ສິດພະໄຊ ກຳມະການສູນກາງພັກ, ລັດຖະມົນຕີປະຈຳສຳນັກງານນາ ຍົກລັດຖະມົນຕີ ແລະ ທ່ານ ສີນາວາ ສຸພານຸວົງ ລັດຖະມົນຕີປະຈຳສຳ ນັກງານນາຍົກລັດຖະມົນຕີ. ພ້ອມ ກັນນັ້ນ, ກໍໄດ້ຜ່ານຄຳສັ່ງຂອງນາ ຍົກລັດຖະມົນຕີ ວ່າດ້ວຍການຍົກ ຍ້າຍພະນັກງານນຳພາ-ຄຸ້ມຄອງ ໄປປະຈຳການບ່ອນໃໝ່ ຄື: ທ່ານ ວິຣະພົງສ໌ ພົມດວງດີ ແລະ ທ່ານ ພັນ ພົມມະຈັນ ຫົວໜ້າກົມ, ເລຂາ ນຸການປະຈຳ, ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການ ເມືອງສູນກາງພັກ, ອະດີດຮອງ ນາຍົກລັດຖະມົນຕີ ໄປຮັບໜ້າທີ່ ໃໝ່ຢູ່ສູນກາງແນວລາວສ້າງຊາດ. ຫລັງຈາກນັ້ນ, ກໍໄດ້ມອບນິຕິກຳ ດັ່ງກ່າວໃຫ້ແກ່ບັນດາທ່ານທີ່ໄດ້ ຮັບນະໂຍບາຍອອກພັກການ-ຮັບ ອຸດໜູນບຳນານ ແລະ ຍົກຍ້າຍໃນ ຄັ້ງນີ້. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ການທີ່ສະຫາຍໄດ້ຮັບການເລືອກຕັ້ງ ໃຫ້ດຳລົງຕໍາແໜ່ງທີ່ສຳຄັນດັ່ງກ່າວ ອີກວາລະໜຶ່ງເປັນການສະແດງໃຫ້ ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຢ່າງ ສູງຈາກພັກ, ລັດ, ບັນດາສະມາຊິກ ສະພາແຫ່ງຊາດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງທີ່ມີຕໍ່ສະຫາຍ ຊຶ່ງເປັນການນຳຜູ້ທີ່ມີປະສົບການ ສູງ, ມີບົດຮຽນອັນອຸດົມສົມບູນ ແລະ ມີຜົນງານທີ່ພົ້ນເດັ່ນໃນການ ປະຕິບັດໜ້າທີ່ວຽກງານໃນໄລຍະ ຜ່ານມາ. ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກ ແໜ້ນວ່າດ້ວຍຄວາມຮູ້ຄວາມສາ ມາດ, ບົດຮຽນອັນລໍ້າຄ່າ ແລະ ປະສົບການທີ່ຫລາກຫລາຍຂອງ ສະຫາຍ, ສະຫາຍຈະນໍາພາສະພາ ແຫ່ງຊາດຫວຽດນາມ ຈັດຕັ້ງປະ ຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການນິຕິບັນຍັດທີ່ມີ ກຽດສະຫງ່າ ແລະ ສູງສົ່ງດ້ວຍ ຜົນສຳເລັດອັນຈົບງາມ, ປະກອບ ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນ ວ່າດ້ວຍຄວາມຮູ້ຄວາມສາມາດ ແລະ ປະສົບການອັນອຸດົມສົມບູນ ຂອງສະຫາຍ, ສະຫາຍຈະຮ່ວມ ກັບບັນດາການນຳຂອງພັກ-ລັດ ຫວຽດນາມ ສືບຕໍ່ນຳພາປະເທດ ຊາດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງຍາດໄດ້ຜົນສຳເລັດໃໝ່ ໃຫຍ່ຫລວງກວ່າເກົ່າໃນການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ເພື່ອບັນລຸເປົ້າໝາຍ ປະຊາຊົນມີຄວາມຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະ ຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ຂ້າພະເຈົ້າມີຄວາມຍິນດີສືບຕໍ່ ເຮັດວຽກຢ່າງໃກ້ຊິດກັບສະຫາຍ ເພື່ອເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ໃຫ້ນັບມື້ ນັບຈະເລີນງອກງາມ ແລະ ແຕກ ດອກອອກຜົນຍິ່ງໆຂຶ້ນ ເພື່ອນຳເອົາ ຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດພວກເຮົາ ກໍຄື ເພື່ອສັນຕິ ພາບ, ສະຖຽນລະພາບ ແລະ ການ ຮ່ວມມືເພື່ອການພັດທະນາຢູ່ໃນພາກ ພື້ນ ແລະ ໃນໂລກ. ຂໍອວຍພອນໄຊອັນປະເສີດມາ ຍັງສະຫາຍຈົ່ງມີພະລານາໄມສົມ ບູນ, ມີຄວາມຜາສຸກ ແລະ ຍາດໄດ້ ຜົນສຳເລັດອັນໃຫຍ່ຫລວງໃນໜ້າທີ່ ອັນມີກຽດສູງສົ່ງຂອງສະຫາຍ. ເກີດໃໝ່ເຊັ່ນ: ບາລູນ, ປາຣາມໍ ເຕີ້ ຕ້ອງມີມາດຕະການຄຸ້ມຄອງ ສະເພາະດ້ານ, ພ້ອມກັນນັ້ນ ກໍ ໃຫ້ພະຍາຍາມຫັນເປັນທັນສະໄໝ ໂດຍສະເພາະລະບົບການແຈ້ງ ເຕືອນເຫດ, ການສະໜອງຂໍ້ມູນ, ລະບົບຕິດຕໍ່ສຸກເສີນ ແລະ ອື່ນໆທີ່ ປະກອບມີຫລາຍພາສາ, ເອົາໃຈໃສ່ ປະສານສົມທົບກັບທຸກພາກສ່ວນທີ່ ກ່ຽວຂ້ອງພ້ອມກັນແກ້ໄຂສິ່ງອຸດ ຕັນ, ກີດຂວາງຕໍ່ການທ່ອງທ່ຽວ ໂດຍໄວໃຫ້ສາມາດອໍານວຍຄວາມ ສະດວກໃນການກະຕຸ້ນການທ່ອງ ທ່ຽວໃຫ້ໂລ່ງລ່ຽນຍິ່ງຂຶ້ນ. ວຽກງານທ່ອງທ່ຽວເປັນຂະ ແໜງເສດຖະກິດສໍາຄັນອັນໜຶ່ງເປັນ ເສດຖະກິດປາຍແຫລມທີ່ປະກອບ ສ່ວນຢ່າງແຂງແຮງເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຂອງ ຊາດ ໂດຍສະເພາະແມ່ນການສ້າງ ລາຍຮັບກັບທີ່ ແລະ ກະຈາຍເຖິງ ປະຊາຊົນຢ່າງທົ່ວເຖິງ. ດັ່ງນັ້ນ, ວຽກທ່ອງທ່ຽວຍິ່ງຕ້ອງໄດ້ເອົາໃຈ ໃສ່ພັດທະນາ, ຄຸ້ມຄອງ ແລະ ໂຄ ສະນາການທ່ອງທ່ຽວລາວເຮົາທີ່ ເປັນທ່າແຮງເຊັ່ນ: ການທ່ອງທ່ຽວ ດ້ານວັດທະນະທຳ, ປະຫວັດສາດ ແລະ ທໍາມະຊາດຕາມທິດຍືນຍົງ, ປະຊາຊົນມີສ່ວນຮ່ວມສຳຄັນທີ່ສຸດ ກໍຄື ການເຊື່ອມສານວັດທະນະທຳ ເຂົ້າໃນການທ່ອງທ່ຽວ, ເປັນຜະ ລິດຕະພັນທີ່ສາມາດຂາຍ ແລະ ໃຫ້ນັກທ່ອງທ່ຽວສໍາຜັດໄດ້, ບໍ່ ສ່ວນອັນສຳຄັນເຂົ້າໃນພາລະກິດ ສ້າງສາພັດທະນາປະເທດຊາດ ຫວຽດນາມວິລະຊົນໃຫ້ຮັ່ງມີເຂັ້ມ ແຂງ, ເຮັດໃຫ້ຖານະບົດບາດຂອງ ປະເທດຊາດຫວຽດນາມ ນັບມື້ ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ ຈະໄດ້ເຮັດວຽກຮ່ວມກັບສະຫາຍ ແລະ ສະພາແຫ່ງຊາດຫວຽດນາມ ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ໂດຍສະເພາະລະຫວ່າງສະພາ ແຫ່ງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ໄດ້ຮັບ ການເສີມຂະຫຍາຍສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ໃນໂອກາດອັນສະຫງ່າລາສີ ນີ້, ຂໍອວຍພອນໄຊອັນປະເສີດແດ່ ສະຫາຍຈົ່ງມີພະລານາໄມອັນສົມ ບູນ, ປະສົບຜົນສໍາເລັດໃນໜ້າທີ່ ວຽກງານອັນໃຫຍ່ຫລວງ ແລະ ມີ ກຽດສະຫງ່າຂອງຕົນ. ຕໍ່ພິທີໂດຍໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາ ທ່ານທີ່ໄດ້ຮັບນະໂຍບາຍອອກພັກ ການ-ຮັບອຸດໜູນບຳນານໃນຄັ້ງ ນີ້ ຊຶ່ງໄດ້ມີຜົນງານອັນໃຫຍ່ຫລວງ ຫລາຍດ້ານປະກອບສ່ວນໃນພາລະ ກິດຕໍ່ສູ້ກູ້ຊາດ ກໍຄື ພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ຕະຫລອດຮອດຄຸນ ງາມຄວາມດີ, ຄຸນສົມບັດສິນທຳ ປະຕິວັດ, ຄວາມຮູ້-ຄວາມສາມາດ, ຄວາມເປັນແບບຢ່າງ, ນໍ້າໃຈເສຍ ສະລະ ແລະ ຄວາມຮັບຊອບສູງຕໍ່ ໜ້າທີ່ການເມືອງທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ ຊຶ່ງຄົນຮຸ່ນ ໜຸ່ມ ກໍຄື ພະນັກງານຮຸ່ນສືບທອດ ຕ້ອງໄດ້ຖອດຖອນບົດຮຽນເອົາ ເປັນແບບຢ່າງ ເພື່ອໝູນໃຊ້ເຂົ້າໃນ ການປະຕິບັດວຽກງານໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນສູງ. ພ້ອມກັນນັ້ນ, ກໍເຊື່ອໝັ້ນວ່າເມື່ອໄດ້ ອອກພັກການ-ຮັບບຳນານແລ້ວ, ບັນດາທ່ານຍັງສືບຕໍ່ປະກອບສ່ວນ ຊ່ວຍພັກ-ລັດ ດ້ວຍຮູບການຕ່າງໆ ແລະ ສືບຕໍ່ເປັນແບບຢ່າງທີ່ດີ, ທັງ ສືບຕໍ່ອະທິບາຍຊີ້ແຈງແນວທາງ ນະໂຍບາຍຂອງພັກ-ລັດ ໃຫ້ຄົນ ອ້ອມຂ້າງໄດ້ຮັບຮູ້ ແລະ ເຂົ້າໃຈ. ສໍາລັບການຍົກຍ້າຍພະນັກງານນໍາ ພາ-ຄຸ້ມຄອງຂອງຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ໄປ ຮັບໜ້າທີ່ໃໝ່ຢູ່ສູນກາງແນວລາວ ສ້າງຊາດສະແດງໃຫ້ເຫັນວ່າທັງ ສອງທ່ານແມ່ນໄດ້ຮັບຄວາມເຊື່ອ ໝັ້ນໄວ້ວາງໃຈ ແລະ ມີຄວາມຮັບ ຜິດຊອບສູງຕໍ່ການນຳຂັ້ນເທິງ ຊຶ່ງ ຕ້ອງໄດ້ສືບຕໍ່ຍົກສູງຄວາມຮັບຜິດ ຊອບໃນການປະຕິບັດໜ້າທີ່ການ ເມືອງຂອງຕົນໃຫ້ສູງກວ່າເກົ່າ, ເປັນແບບຢ່າງໃນການປະຕິບັດໜ້າ ທີ່ວຽກງານຮອບດ້ານ ແລະ ທີ່ສຳ ຄັນຕ້ອງເປັນແກນກາງຮັກສາ ຄວາມສາມັກຄີພາຍໃນ. ໃນຕອນທ້າຍ, ທ່ານນາຍົກລັດ ຖະມົນຕີ ຍັງໄດ້ຍົກໃຫ້ເຫັນສະພາບ ການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໂດຍສະເພາະບັນຫາ ຄວາມບໍ່ສະຫງົບຢູ່ເຂດຕາເວັນອອກ ກາງ ຊຶ່ງໄດ້ສົ່ງຜົນກະທົບຕໍ່ການ ພັດທະນາເສດຖະກິດ-ສັງຄົມຂອງ ຫລາຍປະເທດໃນໂລກ. ໃນນັ້ນ, ສປປ ລາວ ກໍບໍ່ສາມາດຫລີກລ່ຽງ ໄດ້ ໂດຍສະເພາະບັນຫາຂາດແຄນ ນໍ້າມັນເຊື້ອໄຟ ແລະ ລາຄາທີ່ເພີ່ມ ຂຶ້ນສູງຢ່າງຕໍ່ເນື່ອງເຮັດໃຫ້ມີຄວາມ ສ່ຽງຕໍ່ການເໜັງຕີງຂອງລາຄາສິນ ຄ້າ, ອັດຕາແລກປ່ຽນ, ອັດຕາເງິນ ເຟີ້ ແລະ ມີຜົນກະທົບຕໍ່ການດຳລົງ ຊີວິດຂອງປະຊາຊົນ ກໍຄື ການປະ ຕິບັດແຜນພັດທະນາຕ່າງໆຂອງ ລັດຖະບານ. ຕໍ່ສະພາບດັ່ງກ່າວ, ລັດຖະບານໄດ້ອອກຄຳສັ່ງ 40/ ນຍ ວ່າດ້ວຍການເພີ່ມທະວີແກ້ໄຂ ບັນຫາຜົນກະທົບຈາກລາຄານໍ້າມັນ ເຊື້ອໄຟ ແລະ ຂໍ້ຕົກລົງ 21/ນຍ ວ່າ ດ້ວຍການແຕ່ງຕັ້ງຄະນະສະເພາະ ກິດແກ້ໄຂບັນຫານໍ້າມັນເຊື້ອໄຟ ເພື່ອ ຄົ້ນຄວ້າ, ລາຍງານ ແລະ ສະເໜີ ມາດຕະການຕໍ່ລັດຖະບານໃນແຕ່ ລະວັນ. ອັນສຳຄັນ, ທ່ານນາຍົກ ລັດຖະມົນຕີ ໄດ້ມີຄໍາເຫັນເນັ້ນໃຫ້ຜູ້ ເຂົ້າຮ່ວມ ແລະ ທົ່ວສັງຄົມເອົາໃຈ ໃສ່ປະຢັດມັດທະຢັດ ແລະ ຫັນໄປ ນໍ້າໃຊ້ລົດເມຂົນສົ່ງສາທາລະນະ, ລົດໄຟຟ້າ ແລະ ພະລັງງານທົດ ແທນຕ່າງໆຕາມທ່າແຮງຂອງຕົນ ໃຫ້ຫລາຍຂຶ້ນ; ສືບຕໍ່ຕິດຕາມການ ຈັດຕັ້ງຜັນຂະຫຍາຍບັນດາໜ້າວຽກ ທີ່ທ່ານເລຂາທິການໃຫຍ່, ປະທານ ປະເທດ ໄດ້ມີຄຳເຫັນຊີ້ນຳ ແລະ ເນັ້ນໜັກຕໍ່ກອງປະຊຸມຄັ້ງປະຖົມ ມະລືກຂອງລັດຖະບານ ຊຸດທີ X ໃນວັນທີ 31 ມີນາ ຜ່ານມາ ໂດຍ ສະເພາະວຽກງານບຸລິມະສິດ ແລະ ເຄັ່ງຮ້ອນຕ່າງໆ; ຕ້ອງມີສະຕິໃນ ການເສບຂ່າວ ແລະ ພ້ອມກັນເປັນ ກະບອກສຽງອະທິບາຍຊີ້ແຈງໃຫ້ ຄົນອ້ອມຂ້າງ ແລະ ສັງຄົມຮັບ ຮູ້ເຂົ້າໃຈ, ທັງຕີຖອຍຂ່າວທີ່ບິດ ເບືອນຕ່າງໆ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ແມ່ນພຽງແຕ່ປົກປັກຮັກສາໄວ້ພຽງ ຢ່າງດຽວ. ຕາມແຜນທິດທາງ 5 ປີຕໍ່ໜ້າເຫັນວ່າ: ກະຊວງວັດທະ ນະທຳ ແລະ ການທ່ອງທ່ຽວ ໄດ້ ມີແຜນຫລາຍຢ່າງເພື່ອກະຕຸ້ນການ ທ່ອງທ່ຽວເຊັ່ນ: ການຈັດປີທ່ອງ ທ່ຽວລາວ-ຈີນ2027, ປີທ່ອງທ່ຽວ ລາວ 2029 ແລະ ປີທ່ອງທ່ຽວ ລາວ-ຫວຽດນາມ 2030 ຊຶ່ງມີ ແບບແຜນທີ່ດີແຕ່ຫົວທີແຕ່ຈະກ້າວ ໄປຮອດບັນດາກິດຈະກໍາເຫລົ່າ ນັ້ນ, ຕ້ອງໄດ້ກະກຽມນັບແຕ່ນີ້ເປັນ ຕົ້ນໄປ ໂດຍສະເພາະປີທ່ອງທ່ຽວ ລາວ-ຈີນ, ຈະຈັດປີ 2027 ກໍຕ້ອງ ມີການປະສານສົມທົບກັນພາຍໃນ ພາກລັດ ແລະ ລະຫວ່າງພັກລັດ ແລະ ເອກະຊົນ, ລະຫວ່າງສູນກາງ ແລະ ທ້ອງຖິ່ນ ເພື່ອແບ່ງຄວາມ ຮັບຜິດຊອບໃຫ້ຊັດເຈນແນໃສ່ກະ ກຽມສ້າງຜະລິດຕະພັນການທ່ອງ ທ່ຽວໃຫ້ມີຄວາມຫລາກຫລາຍ, ໂດດເດັ່ນ ແລະ ໜ້າສົນໃຈເພື່ອ ດຶງດູດນັກທ່ອງທ່ຽວ, ຕ້ອງກໍານົດ ໄດ້ແລ້ວວ່າແຕ່ລະແຂວງຈະເຮັດ ຫຍັງ? ສໍາຄັນໃຫ້ມີອັນໃໝ່ທີ່ໂດດ ເດັ່ນເປັນເອກະລັກຂອງແຕ່ລະ ທ້ອງຖິ່ນ, ແຕ່ລະຊົນເຜົ່າແລ້ວ ຕ້ອງໄດ້ໂຄສະນາແຕ່ດຽວນີ້ ຈຶ່ງ ຈະສາມາດດຶງດູດນັກທ່ອງທ່ຽວ ຈີນໄດ້, ຮູບແບບ ແລະ ກິດຈະກໍາ ໂຄສະນາຈະເຮັດແນວໃດໃນຍຸກ ການພັດທະນາຂອງເຕັກໂນໂລ ຊີຄືປັດຈຸບັນ, ການໄປຮ່ວມວາງ ສະແດງຢູ່ຕ່າງປະເທດຈະສຸມໃສ່ ເປົ້າໝາຍຄືແນວໃດ. ຖ້າເຮັດໄດ້ຄື ແນວນັ້ນ, ບັນດາກິດຈະກໍາທີ່ກະ ຊວງເຮົາກໍານົດໄວ້ຈຶ່ງຈະໄດ້ຮັບ ປະສິດທິພາບ ແລະ ປະສິດທິຜົນດີ. ດ້ານວຽກງານວັດທະນະທຳ ຄຽງຄູ່ກັບຂະບວນການສ້າງຄອບ ຄົວ ແລະ ບ້ານວັດທະນະທຳໃນ ຂອບເຂດທົ່ວປະເທດທີ່ເຫັນວ່າ ກະຊວງໄດ້ເອົາໃຈໃສ່ສົມທົບກັບ ແຕ່ລະທ້ອງຖິ່ນຊຸກຍູ້ຢ່າງຕັ້ງໜ້າ ໃນໄລຍະຜ່ານມາ, ສະເພາະ 2025 ສາມາດສ້າງໄດ້ 20 ພັນກວ່າ ຄອບຄົວ ແລະ 130 ກວ່າບ້ານ, ເຖິງຈະບໍ່ບັນລຸຕາມຄາດໝາຍ (ຄາດໝາຍ 26 ພັນຄອບຄົວ ແລະ 150 ບ້ານ) ແຕ່ກໍເປັນຕົວເລກທີ່ ຫລາຍພໍສົມຄວນ. ເຖິງຢ່າງໃດກໍ ດີ, ການສ້າງຕ້ອງໄດ້ຄໍານຶງເຖິງ ຄຸນນະພາບເປັນກົກ ແລະ ຕ້ອງ ເປັນເຈົ້າການຕິດຕາມປະເມີນຄືນ ວ່າຄອບຄົວ ຫລື ບ້ານທີ່ໄດ້ຮັບການ ຢັ້ງຢືນນັ້ນ ຍັງຮັກສາມາດຖານໄວ້ ຄືເກົ່າ ຫລື ບໍ່?, ສໍາຄັນໃຫ້ສາມາດ ແກ້ໄຂບັນຫາງົມງວາຍຫັນມາ ເຊື່ອຖື ແລະ ປະຕິບັດຕາມຮີດຄອງ ປະເພນີທີ່ກ້າວໜ້າຕາມ3ລັກສະນະ ຂອງວັດທະນະທຳລາວເຮົາ ຄື: ລັກສະນະຊາດ, ລັກສະນະວິທະ ຍາດ ແລະ ລັກສະນະມະຫາຊົນ. ການເສີມຂະຫຍາຍຄຸນຄ່າວັດ ທະນະທຳຂອງຊາດຕ້ອງເຮັດ ຢ່າງມີຈຸດສຸມໃຫ້ແທດເໝາະກັບ ຍຸກສະໄໝ ແລະ ມີຄວາມຍືນຍົງ ຄຽງຄູ່ກັບການແກ້ໄຂປະກົດການ ຫ ຍໍ້ ທໍ້ ຕ່ າ ງ ໆ ລ ວ ມ ທັ ງ ຫ າ ງ ສຽງໂຈມຕີຂອງສັງຄົມທີ່ຢູ່ໃນ ຄວາມຮັບຜິດຊອບຂອງຕົນໃຫ້ ທັນການ; ການປະດິດຄິດແຕ່ງ ສິລະປະ-ວັນນະຄະດີເຊັ່ນ: ບົດ ເພງ, ບົດຟ້ອນ, ກະວີ ແລະ ອື່ນໆ ກໍຕ້ອງຫັນປ່ຽນໃຫ້ທັນຍຸກທັນສະ ໄໝ ໂດຍຢຶດຖືການອະນຸລັກຮັກສາ ໄປຄຽງຄູ່ກັບການພັດທະນາ ໂດຍ ສະເພາະແມ່ນໝູນໃຊ້ເຕັກໂນໂລຊີ ເປັນເຄື່ອງມືເຜີຍແຜ່ຢ່າງກວ້າງ ຂວາງ. ສໍາຄັນ, ແມ່ນຕ້ອງສາມາດ ເຊື່ອມສານວັດທະນະທຳທີ່ເປັນ ເອກະລັກຂອງຊາດເຮົາເຂົ້າກັບ ການທ່ອງທ່ຽວຕາມທິດປະຊາຊົນ ມີສ່ວນຮ່ວມຖືວັດທະນະທຳເປັນ ເຄື່ອງມືທີ່ຊຸກຍູ້ການສ້າງລາຍຮັບ ໃຫ້ແກ່ປະຊາຊົນຢ່າງແທ້ຈິງບໍ່ແມ່ນ ພຽງແຕ່ປົກປັກຮັກສາໄວ້ແຕ່ຕ້ອງ ສ້າງວັດທະນະທຳໃຫ້ມີຊີວິດນໍາ ຜົນປະໂຫຍດມາສູ່ປະຊາຊົນຢ່າງ ທົ່ວເຖິງ. ນອກນີ້, ການຄົ້ນຄວ້ານໍາ ສະເໜີວັດທະນະທຳລາວເຂົ້າເປັນ ມໍລະດົກໂລກ ກໍໃຫ້ພ້ອມກັນເອົາໃຈ ໃສ່ແທ້ເພາະໄດ້ກໍານົດແຈ້ງໃນມະຕິ ຕົກລົງຂອງພັກ-ລັດ ຖືເປັນວຽກ ບຸລິມະສິດໜຶ່ງຂອງລັດຖະບານໃນ ການຍົກສູງບົດບາດ ກໍຄື ຊື່ສຽງ ຂອງຊາດໃຫ້ພົ້ນເດັ່ນໃນເວທີ ສາກົນຜ່ານວັດທະນະທຳ ຊຶ່ງປີ 2026 ນີ້, ກໍໄດ້ຮັບການລາຍງານ ວ່າ: ອຸທິຍານແຫ່ງຊາດນາກາຍນໍ້າເທີນພວມຢູ່ໃນຂັ້ນຕອນຄົ້ນຄວ້າ ສະເໜີເປັນແຫລ່ງມໍລະດົກໂລກ ແລະ ລາບ ອາຫານປະຈໍາຊາດ ກໍພວມຢູ່ໃນຂັ້ນຕອນພິຈາລະນາ ຈາກອົງການ UNESCO ເຊັ່ນ ດຽວກັນ. ຂ່າວ-ພາບ: ກິດຕາ
08/04/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ເມືອງວຽງຄໍາ. dv'xt-5 ,7q [7tot[= ]y sko'kora d g,n v';P'7e 7A 'mu 4 ltw\mu V ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ບົດສະເໜີ glu ,0tspkp,6 og-N v mkfcmh xt8y ;a f 0v'de]a 'xh v'da o7;k,lts'[q (ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ, ວັນທີ 5 ເມສາ 1961-5 ເມສາ 2026) ຂປລ. ເມື່ອມໍ່ໆມານີ້, ກອງປະ ຊຸມຄົບຄະນະບໍລິຫານງານພັກ ເມືອງວຽງຄໍາ ຄັ້ງທີ 4 ສະໄໝທີ V ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມປົກຄອງເມືອງວຽງ ຄໍາ ແຂວງວຽງຈັນ ໂດຍພາຍໃຕ້ ການເປັນປະທານຂອງ ສະຫາຍ ສົມໝາຍ ໄຊຍະວົງ ກໍາມະການພັກ ແຂວງ, ເລຂາຄະນະບໍລິຫານພັກ ເມືອງວຽງຄໍາ, ໃຫ້ກຽດເຂົ້າຮ່ວມ ໂດຍ ສະຫາຍ ພອນແກ້ວ ຂຸນພົນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກ ພັກ-ພະນັກງານ ແຂວງວຽງຈັນ, ມີຄະນະກຳມະການປະຈໍາພັກ ເມືອງ, ກໍາມະການພັກເມືອງ, ມີ ເລຂາຄະນະພັກຮາກຖານ, ເລຂາ ໜ່ວຍພັກຫ້ອງການ, ເລຂາໜ່ວຍ ພັກແຕ່ລະໂຮງຮຽນ ແລະ ເລຂາພັກ ບ້ານ ນາຍບ້ານ 17 ບ້ານທົ່ວເມືອງ ເຂົ້າຮ່ວມທັງໝົດ 87ສະຫາຍ, ຍິງ 13 ສະຫາຍ. ສະຫາຍ ສົມໝາຍ ໄຊຍະວົງ ກຳມະການພັກແຂວງ, ເລຂາຄະ ນະບໍລິຫານງານພັກເມືອງວຽງ ຄໍາ ຂຶ້ນຜ່ານບົດສະຫລຸບຕີລາ ຄາວຽກງານຮອບດ້ານ ປະຈໍາປີ 2025 ຜ່ານມາ ແລະ ທິດທາງແຜນ ວຽກຈຸດສຸມ 6 ເດືອນຕົ້ນປີ 2026. ຈາກນັ້ນຜູ້ແທນໄດ້ພ້ອມກັນປະ ກອບຄໍາຄິດເຫັນໃສ່ຮ່າງບົດສະ ຫລຸບ ເພື່ອພ້ອມກັນປັບປຸງດ້ານ ເນື້ອໃນໃຫ້ສອດຄ່ອງກັບສະພາບ ຄວາມເປັນຈິງ, ມີຄວາມຊັດເຈນ ຂຶ້ນ, ພ້ອມນັ້ນ ກອງປະຊຸມໄດ້ເປັນ ເອກະສັນຮັບຮອງເອົາບົດສະຫລຸບ ປີ 2025 ແລະ ທິດທາງແຜນການ ປີ 2026 ເພື່ອພ້ອມກັນສືບຕໍ່ຈັດ ຕັ້ງປະຕິບັດວຽກງານໃນຕໍ່ໜ້າ ຄື: ຄະນະພັກທຸກຂັ້ນຕ້ອງເປັນ ເຈົ້າການຄົ້ນຄວ້າເຊື່ອມຊຶມ, ຈັດ ຕັ້ງຜັນຂະຫຍາຍແນວທາງນະໂຍ ບາຍ, ມະຕິ, ຄຳສັ່ງ ຂອງພັກ, ລະ ບຽບກົດໝາຍຂອງລັດໃຫ້ເລິກ ເຊິ່ງກວ່າເກົ່າ ແລະ ນໍາເອົາແນວ ທາງນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ ໄປຈັດຕັ້ງເຜີຍ ແຜ່, ເຊື່ອມຊຶມໃຫ້ພະນັກງານລັດ ຖະກອນ ແລະ ປະຊາຊົນບັນດາ ເຜົ່າຢ່າງທົ່ວເຖິງ. ສືບຕໍ່ປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຢ່າງຮອບດ້ານ, ເອົາ ໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ບັນດາສະມາຊິກພັກ, ພະນັກງານ ແລະ ກຳລັງປະກອບ ອາວຸດ ຕະຫລອດຮອດພໍ່ແມ່ປະຊາ ຊົນບັນດາເຜົ່າ ໃຫ້ເຂົ້າໃຈ, ຮູ້ຈໍາ ແນກໄດ້ມິດ-ສັດຕູຢ່າງຈະແຈ້ງ, ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນດ້ວຍຄວາມຮັບຜິດຊອບ ສູງ. ເອົາໃຈໃສ່ຊຸກຍູ້ການຜະລິດໃຫ້ ເປັນສິນຄ້າຂອງປະຊາຊົນ ສ້າງໃຫ້ ໄດ້ຄອບຄົວຕົວແບບທາງດ້ານການ ຜະລິດເປັນສິນຄ້າໃຫ້ໄດ້ຫລາຍ, ຫັນການລ້ຽງສັດປະເພດຕ່າງໆ ແບບເປັນຟາມ ແລະ ການປູກພືດ ຜັກສະອາດກາຍເປັນສິນຄ້າໃຫ້ ຫລາຍຂຶ້ນ. ວາງແຜນຄຸ້ມຄອງ, ປົກ ປັກຮັກສາຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ສ້າງຕົວ ເມືອງ ໃຫ້ກາຍເປັນເມືອງເທສະ ບານທີ່ມີຄວາມສະຫງົບ, ສະອາດ, ສີຂຽວ, ສະຫວ່າງຕາມແຜນການ ພັດທະນາວຽກງານ 4 ສ. ເອົາໃຈ ໃສ່ປັບປຸງຄຸນນະພາບການສຶກສາ ການຮຽນ-ການສອນຕາມ3ລັກສະ ນະ 5 ຫລັກມູນ ທັງພາກລັດ ແລະ ເອກະຊົນ ໃຫ້ສອດຄ່ອງເພື່ອໃຫ້ ລູກຫລານເປັນຜູ້ສືບທອດທີ່ດີຂອງ ປະເທດຊາດ. ສືບຕໍ່ຊຸກຍູ້ວຽກງານ ຕ່າງໆ ກ່ຽວກັບການສ້າງຕັ້ງຕາ ແສງ ໃຫ້ໄດ້ເຄື່ອນໄຫວຕາມພາລະ ບົດບາດຢ່າງເຕັມເມັດເຕັມໜ່ວຍ. ໃນກອງປະຊຸມ, ສະຫາຍ ພອນ ແກ້ວ ຂຸນພົນ ໄດ້ໂອ້ລົມບັນດາ ສະຫາຍຄະນະບໍລິຫານງານພັກ ເມືອງ ຈົ່ງພ້ອມກັນສືບຕໍ່ນໍາພາ-ຊີ້ ນໍາໜ້າທີ່ການເມືອງໃນຄວາມຮັບ ຜິດຊອບຂອງຕົນໃນການຈັດຕັ້ງປະ ຕິບັດວຽກງານຂອງຕົນ; ໃນຕໍ່ໜ້າ ຄະນະພັກທຸກຂັ້ນຕ້ອງຖືເອົາວຽກ ງານການເມືອງ-ແນວຄິດ ເປັນໜ້າ ທີ່ສໍາຄັນພື້ນຖານ ເປັນວຽກກົກ, ເປັນວຽກທີ່ຕ້ອງໄດ້ເຮັດກ່ອນ, ເຮັດ ເປັນປະຈໍາ ແລະ ສອດຫ້ອຍໄປທຸກ ຂົງເຂດວຽກງານ. ພ້ອມນີ້ສະຫາຍ ຍັງໃຫ້ກຽດປະດັບຫລຽນກາລະ ນຶກ 50 ປີ ໃຫ້ຜູ້ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ ຈໍານວນໜຶ່ງຕື່ມອີກ. ຂປລ. ກໍາລັງປ້ອງກັນຄວາມສະ ຫງົບປະຊາຊົນແມ່ນກໍາລັງປະກອບ ອາວຸດປະຕິວັດອັນແຫລມຄົມໂດຍ ແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ສ້າງຕັ້ງ, ນໍາພາເດັດຂາດ, ໂດຍກົງຮອບດ້ານ, ເປັນກໍາລັງທີ່ ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຮັບໃຊ້ສິດຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ, ກໍາ ລັງປ້ອງກັນຄວາມສະຫງົບປະຊາ ຊົນໄດ້ກໍາເນີດເຕີບໃຫຍ່ຂະຫຍາຍ ຕົວໃນຂະບວນການຕໍ່ສູ້ປົດປ່ອຍ ຊາດຕ້ານຈັກກະພັດຜູ້ຮຸກຮານ, ປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ເວລາໃດກໍມີມູນເຊື້ອ ການຕໍ່ສູ້ອົງອາດກ້າຫານ , ມີນໍ້າໃຈ ເສຍສະລະເດັດດ່ຽວບໍ່ຍອມຈໍາ ນົນ, ມີຄວາມສັດຊື່ບໍລິສຸດ ແລະ ມີຄວາມສາມັກຄີເປັນປຶກແຜ່ນ ແໜ້ນໜາ. ຕະຫລອດໄລຍະ 65 ປີຜ່ານມາ ກຳລັງປ້ອງກັນຄວາມສະຫງົບປະ ຊາຊົນ ແມ່ນມີຄວາມຈົງຮັກພັກດີ ຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ອຸດົມການ ສັງຄົມນິຍົມ ແລະ ພຶດຕິກໍາແຫ່ງ ການຕໍ່ສູ້ກູ້ຊາດ ອັນຍືດເຍື້ອຍາວ ນານໄດ້ຢັ້ງຢືນຢ່າງຈະແຈ້ງແລ້ວ ວ່າ: ກໍາລັງປະກອບອາວຸດ ພວກ ເຮົາແມ່ນມາຈາກປະຊາຊົນ, ໂດຍ ປະຊາຊົນ ແລະ ເພື່ອປະຊາຊົນ ພາຍ ໃຕ້ການນໍາພາ ແລະ ສຶກສາອົບຮົມ ຈາກພັກ. ສະນັ້ນ, ຍາມໃດກໍມີ ຄວາມຈົງຮັກພັກ, ບໍລິສຸດຜຸດຜ່ອງ, ມີລະບຽບແບບແຜນທີ່ຂັ້ມງວດ, ມີ ຄວາມເດັດດ່ຽວໜຽວແໜ້ນ ພິລະ ອາດຫານ, ມີນ້ໍາໃຈເສຍສະລະອັນ ສູງສົ່ງ ເພື່ອຊາດ, ເພື່ອປະຊາຊົນ, ເພື່ອອຸດົມການສັງຄົມນິຍົມ, ມີມູນ ເຊື້ອລົງຮາກຖານປຸກລຸກຂົນຂວາຍ ແລະ ໃກ້ຊິດຕິດແທດກັບປະຊາຊົນ. ໃນພາລະກິດປະຕິວັດ ປົດປ່ອຍຊາດ ໃນເມື່ອກ່ອນກໍຄືພາລະກິດປະຕິວັດ ປົກປັກຮັກສາ ແລະ ສ້າງສາພັດ ທະ ນາປະເທດຊາດ ໃນປັດຈຸບັນກຳລັງ ປ້ອງກັນຄວາມສະຫງົບ ໄດ້ຖືສໍາ ຄັນຕໍ່ວຽກງານ ລົງຮາກຖານປຸກ ລຸກຂົນຂວາຍ ແລະ ໃກ້ຊິດຕິດ ແທດກັບປະຊາຊົນ(ຮ່ວມສຸກ, ຮ່ວມ ທຸກກັບປະຊາຊົນ) ອັນນີ້ທັງແມ່ນ ມູນເຊື້ອ ແລະ ທັງແມ່ນໜ້າທີ່ຍຸດທະ ສາດ ໃນແຕ່ລະໄລຍະຂອງພັກເຮົາ. ມີມູນເຊື້ອສູ້ຮົບພິລະອາດຫານ ແລະ ຕໍ່ສູ້ບໍ່ຍອມຈໍານົນກັບສັດຕູ ແລະ ກຸ່ມ ຄົນບໍ່ດີ. ພຶດຕິກໍາແຫ່ງການຕໍ່ສູ້ກູ້ ຊາດ ຍືດເຍື້ອຍາວນານ, ດຸເດືອດ, ຂ້ຽວຂາດ, ກໍາລັງປ້ອງກັນຄວາມ ສະຫງົບພວກເຮົາຍາມໃດກໍເດັດ ດ່ຽວໜຽວແໜ້ນ ມີຄວາມອາດ ຫານບໍ່ຫວັ່ນໄຫວຄອນແຄນຕໍ່ຂໍ້ ຫຍຸ້ງຍາກ ແລະ ອຸປະສັກຕ່າງໆ ແລະ ມີໄຫວພິບ ເພື່ອເອົາຊະນະ ສັດຕູ ກໍາລັງພວກເຮົາໄດ້ໃຊ້ສິລະ ປະຍຸດ ຍຸດທະວີທີ່ຍິ່ງສູ້ຮົບ ກໍຍິ່ງ ເຕີບໃຫຍ່ເຂັ້ມແຂງ, ຍິ່ງສູ້ຮົບກໍຍິ່ງ ມີໄຊຊະນະ, ສາມາດຕີເອົາຊະນະ ຈັກກະພັດ ລ່າເມືອງ ຂຶ້ນແບບເກົ່າ ແລະ ແບບໃໝ່ ສາມາດປົດປ່ອຍ ປະເທດຊາດມາໄດ້ຢ່າງສົມບູນ. ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ກໍາລັງປ້ອງກັນຄວາມສະ ຫງົບພວກເຮົາ ກໍໄດ້ຕັ້ງໜ້າເຮັດ ວຽກງານ ປ້ອງກັນຄວາມສະຫງົບ ໄດ້ດີ; ສາມາດທັບມ້າງທຸກກົນ ອຸບາຍທໍາລາຍມ້າງເພ ຂອງພວກ ຈັກກະພັດພາຍນອກ ແລະ ບັນດາ ອິດທິກໍາລັງທີ່ເປັນປໍລະປັກ, ປົກ ປັກຮັກສາສະຖຽນລະພາບ ທາງ ດ້ານການເມືອງ, ຄວາມສະຫງົບ ປອດໄພ, ຄວາມເປັນລະບຽບຮຽບ ຮ້ອຍ ທາງດ້ານສັງຄົມ, ມີມູນເຊື້ອ ດຸໝັ່ນຂະຫຍັນພຽນ ໃນການອອກ ແຮງງານ, ເພີ່ມພູນຜະລິດຜົນ; ປະ ຢັດມັດທະຍັດ, ເພິ່ງຕົນເອງ-ກຸ້ມ ຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ. ກົມກອງຕັ້ງຢູ່ໃສ ກໍ ເພີ່ມພູນຢູ່ບ່ອນນັ້ນ ເພື່ອຮັບປະກັນ ໃຫ້ກົມກອງມີຄວາມສາມາດກຸ້ມ ຕົນເອງທາງດ້ານສະບຽງອາຫານ, ຮັບປະກັນໃນການສູ້ຮົບ, ເຮັດຫລ້ອນ ໜ້າທີ່ເປັນຢ່າງດີ ແລະ ປັບປຸງຊີວິດ ການເປັນຢູ່ຂອງພະນັກງານ-ນັກ ຮົບໃຫ້ດີຂຶ້ນເທື່ອລະກ້າວ, ມີມູນ ເຊື້ອສາມັກຄີ ເປັນເອກະພາບ ພາຍ ໃນ ແລະ ສາມັກຄີກັບປະຊາຊົນ ບັນດາເຜົ່າ ຢ່າງແໜ້ນແຟ້ນ. ຍາມ ໃດກໍຍຶດໝັ້ນຄວາມສາມັກຄີເປັນ ເອກະພາບພາຍໃນ, ປະຕິບັດການ ພົວພັນລະຫວ່າງ ກຳລັງປະກອບ ອາວຸດ ກັບປະຊາຊົນຄືປາກັບນ້ຳ, ສ້າງກ້ອນກຳລັງສາມັກຄີ ເປັນປຶກ ແຜ່ນກັບປະຊາຊົນບັນດາເຜົ່າ, ອີງ ໃສ່ປະຊາຊົນ ແລະ ໄດ້ຮັບການອູ້ມ ຊູຊ່ວຍເຫລືອເບິ່ງແຍງລ້ຽງດູ ຈາກ ປະຊາຊົນບັນດາເຜົ່າ, ເຂົາເຈົ້າບໍ່ ພຽງແຕ່ໄດ້ອຸທິດວັດຖຸ ແລະ ຈິດໃຈ ໃຫ້ກຳລັງພວກເຮົາ ແຕ່ຍັງໄດ້ຈັດ ສົ່ງລູກຫລານ ຂອງຕົນປະກອບ ສ່ວນເຂົ້າໃນຖັນແຖວກຳລັງປ້ອງ ກັນຄວາມສະຫງົບ ແລະ ຊ່ວຍເປັນ ຫູເປັນຕາ ໃນການຮັກສາຄວາມ ສະຫງົບຂອງບ້ານ-ເມືອງ. ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==