ຂປລ
ຂປລ. ໃນວັນທີ 27 ມີນາ 2026, ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ (ສສກ), ຄະນະຜູ້ອໍານວຍການ ແລະ ນັກຮຽນຈາກໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ, ໂຮງຮຽນລຽວໂຕ, ໂຮງຮຽນມັດທະຍົມ ສຶກສາສົມບູນ ສັນຕິພາບຫລວງພະບາງ ໄດ້ສືບຕໍ່ທັດສະນະສຶກສາ ຢູ່ໂຮງຮຽນມັດທະຍົມ ເລກ1 ນະຄອນລີ້ຈຽງ ທີ່ແຂວງຢຸນນານ ສປ ຈີນ

ຂປລ. ໃນວັນທີ 27 ມີນາ 2026, ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ (ສສກ), ຄະນະຜູ້ອໍານວຍການ ແລະ ນັກຮຽນຈາກໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ, ໂຮງຮຽນລຽວໂຕ, ໂຮງຮຽນມັດທະຍົມ ສຶກສາສົມບູນ ສັນຕິພາບຫລວງພະບາງ ໄດ້ສືບຕໍ່ທັດສະນະສຶກສາ ຢູ່ໂຮງຮຽນມັດທະຍົມ ເລກ1 ນະຄອນລີ້ຈຽງ ທີ່ແຂວງຢຸນນານ ສປ ຈີນ ແນໃສ່ການສ້າງໂອກາດໃຫ້ເຍົາວະຊົນໄດ້ພົບປະ ແລະ ແລກປ່ຽນຄວາມຮູ້ ຊຶ່ງບັນດານັກຮຽນດັ່ງກ່າວ, ຈະເປັນກຳລັງສຳຄັນໃນການສືບຕໍ່ ແລະ ພັດທະນາມິດຕະພາບລາວ-ຈີນ ໃຫ້ຍືນຍົງ.

ໃນໂອກາດນີ້, ນາງ ວິສະດາ ແກ້ວໄຕ ນັກຮຽນຈາກ ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ຊັ້ນ ມ5 ໄດ້ສະແດງຄວາມຂອບໃຈ ຕໍ່ກະຊວງສຶກສາທິການ ແລະ ກິລາ ແລະ ຫ້ອງການການຕ່າງປະເທດ ແຂວງຢຸນນານ ສປ ຈີນ ທີ່ໄດ້ຈັດກິດຈະກຳ "ສະເໜ່ຢຸນນານ-ການແລກປ່ຽນມິດຕະພາບຊາວໜຸ່ມລາວ-ຈີນ", ການມາທັດສະນະຄັ້ງນີ້ ໄດ້ເປີດປະສົບການໃໝ່ໆ ໂດຍສະເພາະແມ່ນ ໄດ້ແລກປ່ຽນວັດທະນະທຳ ລະຫວ່າງນັກຮຽນລາວ ແລະ ນັກຮຽນຈີນ, ໄດ້ພົບປະ ແລະ ສ້າງເພື່ອນໃໝ່ທີ່ເປັນນັກຮຽນຈີນ ໂດຍສື່ສານກັນເປັນພາສາອັງກິດ ຊຶ່ງສະຖານທີ່ມັກທີ່ສຸດກໍແມ່ນ ພິພິທະພັນທາງລົດໄຟ ໂດຍໄດ້ຮຽນຮູ້ກ່ຽວກັບປະຫວັດຄວາມເປັນມາ ຂອງການສ້າງເສັ້ນທາງລົດໄຟ, ຂະບວນການວິວັດ ແລະ ການພັດທະນາຂອງລົດໄຟ. ພິເສດ ກໍຄື ການສ້າງເສັ້ນທາງລົດໄຟລາວ-ຈີນ ທີ່ໄດ້ນໍ່ເອົາຜົນປະໂຫຍດ ມາສູ່ປະຊາຊົນສອງຊາດ ໃນການໄປມາຫາສູ່ສະດວກສະບາຍ ແລະ ວ່ອງໄວ, ການຂົນສົ່ງສິນຄ້າຕ່າງໆ ນັບມື້ນັບຫລາຍຂຶ້ນ. ການມາທັດສະນະຄັ້ງນີ້, ໄດ້ສ້າງແຮງບັນດານໃຈໃນການຮໍ່າຮຽນ ໂດຍສະເພາະ ແມ່ນການຍົກລະດັບຄວາມຮູ້ດ້ານພາສາອັງກິດ ດ້ານການຟັງ, ການເວົ້າ ແລະ ການຂຽນໃຫ້ເກັ່ງຂຶ້ນ ເພື່ອຈະໄດ້ມີໂອກາດມາສຶກສາຕໍ່ ໃນລະດັບປະລິນຍາຕີ ຢູ່ ສປ ຈີນ.
ພ້ອມກັນນີ້, ນາງ ອາລັນຍາ ໄຊຍະແສງ ນັກຮຽນຈາກໂຮງຮຽນຫລຽວໂຕ ຊັ້ນ ມ7 ໄດ້ໃຫ້ສຳພາດວ່າ: ການມາທັດສະນະໃນຄັ້ງນີ້, ໄດ້ທັງມ່ວນຊື່ນ ແລະ ໄດ້ທັງຄວາມຮູ້ຫລາຍຢ່າງ ເປັນຕົ້ນແມ່ນປະຫວັດຄວາມເປັນມາຂອງບາງຊົນເຜົ່າ ທີ່ດຳລົງຊີວິດຢູ່ແຂວງຢຸນນານ, ໄດ້ສຳຜັດກັບວັດທະນະທຳ, ສະຖານທີ່ທ່ອງທ່ຽວ ແລະ ສະຖານທີ່ສຳຄັນຕ່າງໆ ຂອງແຂວງຢຸນນານ, ໄດ້ພົບປະ ແລະ ຢ້ຽມຢາມໂຮງຮຽນຕ່າງໆ ແລະ ເຮັດກິດຈະກຳຮ່ວມກັນ, ການສົນທະນາແລກປ່ຽນປະສົບການ ໂດຍນັກຮຽນຈາກ ສປປ ລາວ ກໍໄດ້ນຳສະເໜີການຟ້ອນລຳວົງລາວ ແລະ ປະເພນີອັນດີງາມຂອງຊາດລາວ, ໃນຂະນະທີ່ນັກຮຽນຈີນ ກໍໄດ້ນຳສະເໜີສິລະປະ ແລະ ວັດທະນະທຳຂອງຕົນເຊັ່ນກັນ. ພ້ອມນີ້, ນາງ ອາລັນຍາ ໄຊຍະແສງ ຍັງເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ສຶບຕໍ່ຈັດກິດຈະກຳແບບນີ້ໃນປີຕໍ່ໆໄປ ເພື່ອເປີດໂອກາດບັນດາໝູ່ເພື່ອນ ໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວເຊັ່ນດຽວກັນ.

ສ່ວນ ນາງ ອັງຄະນາ ພອນສະຫວັນ ນັກຮຽນຈາກໂຮງຮຽນ ມສ ສັນຕິພາບ ແຂວງຫລວງພະບາງ ຊັ້ນ ມ6 ກໍໄດ້ໃຫ້ຮູ້ວ່າ: ການມາທັດສະນະໃນຄັ້ງນີ້, ບໍ່ພຽງແຕ່ເປັນການເປີດໂລກກວ້າງເທົ່ານັ້ນ, ແຕ່ແມ່ນການເປີດປະຕູຫົວໃຈ ໃຫ້ເຂົ້າໃຈເຖິງມິດຕະພາບ ແລະ ແລກປ່ຽນວັດທະນະທຳ ໂດຍ ມສ ສັນຕິພາບ ໄດ້ນຳເອົາສີລະປະການຟ້ອນແບບລາວໆ ມາປະສົມປະສານກັບວັດທະນະທຳຈີນ ຈົນກາຍເປັນການຟ້ອນແຫ່ງມິດຕະພາບທີ່ງົດງາມ ຊຶ່ງເປັນຊ່ວງເວລາທີ່ເຕັມໄປດ້ວຍຮອຍຍິ້ມ ແລະ ຄວາມມ່ວນຊື່ນ. ການມາທັດສະນະຄັ້ງນີ້, ຍັງໄດ້ສຳຜັດຄວາມທັນສະໄໝ ແລະ ອາລິຍະທຳບູຮານ, ອາຫານທີ່ເປັນເອກະລັກຂອງແຕ່ລະສະຖານທີ່, ສະຖານທີ່ທ່ອງທ່ຽວສຳຄັນຕ່າງໆ. ພ້ອມທັງຖືໂອກາດນີ້, ຂອບໃຈໂຄງການດັ່ງກ່າວ ທີ່ເປີດໂອກາດໃຫ້ໄດ້ມາສຳຜັດປະເທດຈີນ ແລະ ແລກປ່ຽນວັດທະນະທໍາ ກັບໝູ່ເພື່ອນຄົນຈີນ ຊຶ່ງໄດ້ສ້າງຄວາມຊົງຈຳ ແລະ ຮອຍຍິ້ມທີ່ບໍ່ມີວັນລືມ.
ໂດຍ: ກິດຕາ
KPL