ອຸທິຍານແຫ່ງຊາດ ຫີນໜາມໜໍ່ ອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ລໍຄ່ອຍນັກທ່ອງທ່ຽວເຂົ້າມາສຳພັດ

02/04/2026 11:24
ຂປລ ຂປລ. ອຸທິຍານແຫ່ງຊາດ ຫີນໜາມໜໍ່ ຕັ້ງຢູ່ທິດຕາເວັນອອກສ່ຽງໃຕ້ຂອງປະເທດລາວ,​ ມີເນື້ອທີ່ປະມານ 82.000 ເຮັກຕາ, ຢູ່ພາກກາງຂອງສາຍພູຫລວງໃນເຂດພື້ນທີ່ມີພູຫີນປູນສູງຊັນຈໍານວນຫລາຍ ແລະ ເປັນເຂດຊາຍແດນລະຫວ່າງ ສປປ ລາວ ກັບ ສສ ຫວຽດນາມ

ຂປລ.  ອຸທິຍານແຫ່ງຊາດ ຫີນໜາມໜໍ່ ຕັ້ງຢູ່ທິດຕາເວັນອອກສ່ຽງໃຕ້ຂອງປະເທດລາວ,​ ມີເນື້ອທີ່ປະມານ 82.000 ເຮັກຕາ, ຢູ່ພາກກາງຂອງສາຍພູຫລວງໃນເຂດພື້ນທີ່ມີພູຫີນປູນສູງຊັນຈໍານວນຫລາຍ ແລະ ເປັນເຂດຊາຍແດນລະຫວ່າງ ສປປ ລາວ ກັບ ສສ ຫວຽດນາມ ໂດຍມີຂອບເຂດຊາຍແດນທາງທິດຕາເວັນອອກຕິດກັບ  ອຸທິຍານແຫ່ງຊາດ ຟອງຍາ-ແກບາງ ພື້ນທີ່ມໍລະດົກໂລກທາງດ້ານທໍາມະຊາດໃນປະເທດຫວຽດນາມ ແລະ ເມື່ອເຂດພື້ນທີ່ອະນຸລັກທັງສອງແຫ່ງນີ້ລວມເຂົ້າກັນຈະກາຍເປັນພູມິທັດພູຫີນປູນຂະໜາດໃຫຍ່ທີ່ສຸດໃນໂລກ.

 ອຸທິຍານແຫ່ງຊາດ ຫີນໜາມໜໍ່ເປັນພື້ນທີ່ພູຫີນປູນທີ່ມີຄວາມງາມໂດດເດັ່ນ, ສຳຄັນທາງດ້ານນິເວດວິທະຍາ ແລະ ການອະນຸລັກທຳມະຊາດ, ເປັນເຂດພື້ນທີ່ອະນຸລັກ ທີ່ສວຍສົດງົດງາມໜ້າປະທັບໃຈ, ເປັນຖິ່ນທີ່ຢູ່ອາໄສທີ່ສໍາຄັນຂອງຊີວະນາໆພັນຫລາກຫລາຍຊະນິດ ແລະ ບາງຊະນິດກໍ່ໃກ້ສູນພັນ ແລະ ກໍເປັນແຫລ່ງກໍາເນີດຂອງລະບົບນິເວດທໍາມະຊາດທີ່ຫລາກຫລາຍ ລວມທັງປ່າໄມ້ດົງດິບດັ້ງເດີມທີ່ອຸດົມສົມບູນ, ນໍ້າຕົກຕາດທີ່ສວຍງາມ ແລະ ລະບົບນິເວດຖໍ້າທີ່ມີຄວາມສະຫລັບຊັບຊ້ອນເປັນຕົ້ນແມ່ນ ຖໍ້ານໍ້າລອດເຊບັ້ງໄຟ ເຊິ່ງເປັນຖໍ້າພູຫີນປູນທີ່ກວ້າງໃຫຍ່ທີ່ສຸດແຫ່ງໜຶ່ງຂອງໂລກ ມີສາຍນໍ້າໄຫລລອດຜ່ານທຸກລະດູການ.

  ຄໍາວ່າ ຫີນໜາມໜໍ່ ແປວ່າ ພູຫີນປູນທີ່ມີຍອດແຫລມຄົມຄ້າຍຄືກັບໜໍ່ໄມ້ ເຊິ່ງໝາຍເຖິງພູມີທັດຂອງປ່າພູຫີນປູນທີ່ສູງຊັນ, ມີຍອດແຫລມຄົມອັນເປັນເອກະລັກສະເພາະໂດດເດັ່ນທີ່ເກີດຂຶ້ນຈາກຂະບວນການວິວັດທະນາການທາງດ້ານທໍລະນີວິທະຍາເປັນເວລາ 300 ລ້ານປີ. ອຸທິຍານແຫ່ງນີ້ໄດ້ຮັບຮອງເປັນມໍລະດົກໂລກຮ່ວມຊາຍແດນ ກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ຂອງ ສສ ຫວຽດນາມ ຢ່າງເປັນທາງການ ໃນກອງປະຊຸມມໍລະດົກໂລກ ຄັ້ງທີ 47 ທີ່ປາຣີ ປະເທດຝຣັ່ງ ໃນວັນທີ 13 ກໍລະກົດ2025. ການຮັບຮອງຄັ້ງນີ້, ເຮັດໃຫ້ຫີນໜາມໜໍ່ ກາຍເປັນມໍລະດົກໂລກແຫ່ງທີ 4 ຂອງ ສປປ ລາວ ແລະ ເປັນມໍລະດົກໂລກທາງທຳມະຊາດແຫ່ງທໍາອິດ, ພ້ອມທັງເປັນມໍລະດົກໂລກແບບຮ່ວມຊາຍແດນແຫ່ງທໍາອິດໃນພາກພື້ນ.

       ອຸທິຍານ​ແຫ່ງນີ້ ບໍ່ພຽງແຕ່ເປັນສະຖານທີ່ມະຫັດສະຈັນທາງທໍາມະຊາດເທົ່ານັ້ນ ​ມັນຍັງເປັນສະຖານທີ່ ທີ່ມີຄຸນຄ່າຄວາມສໍາຄັນທາງດ້ານວັດທະນະທໍາ ແລະ ປະຫວັດສາດອີກດ້ວຍ ພ້ອມກັບເປັນທີ່ຢູ່ອາໄສຂອງປະຊາຊົນຫລາຍຊົນເຜົ່າ ເຊິ່ງແຕ່ລະຊົນເຜົ່າກໍມີຮີດຄອງປະເພນີ ແລະ ວິຖີຊີວິດທີ່ເປັນເອກະລັກສະເພາະທີ່ແຕກຕ່າງກັນ,    ອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນທີ່ຕັ້ງຂອງຖໍ້າຈໍານວນຫລາຍແຫ່ງ ເຊິ່ງໃນນັ້ນມີຖໍ້ານໍ້າລອດເຊບັ້ງໄຟ ເປັນຖໍ້າທີ່ມີລັກສະນະໂດດເດັ່ນທີ່ສຸດແຫ່ງໜຶ່ງໃນພື້ນທີ່ອຸທິຍານ, ຖໍ້າແຫ່ງນີ້ເປັນສິ່ງມະຫັດສະຈັນທາງທໍາມະຊາດທີ່ເກີດຂຶ້ນຈາກການໄຫລຂອງສາຍນໍ້າເຊບັ້ງໄຟ 6,4 ກິໂລແມັດ ລອດຜ່ານພື້ນພູຫີນປູນເປັນເວລາຫລາຍລ້ານປີ ຈົນເຮັດໃຫ້ກາຍເປັນຖໍ້າຂະໜາດໃຫຍ່ທີ່ສຸດແຫ່ງໜຶ່ງຂອງໂລກ ທີ່ມີສາຍນໍ້າໄຫລຜ່ານໂດຍຄວາມກວ້າງສະເລ່ຍ 76 ແມັດ, ສູງ 53 ແມັດ ພ້ອມກັບກວ້າງສຸດເຖິງ 200 ແມັດ ແລະ ສູງສຸດເຖິງ 120 ແມັດ, ເປັນຖໍ້າທີ່ມີຊື່ສຽງໂດ່ງດັງທາງດ້ານໂຄງສ້າງທີ່ສວຍສົດງົດງາມ ແລະ ລະບົບນິເວດທໍາມະຊາດທີ່ອຸດົມສົມບູນ. ຖໍ້ານໍ້າລອດເຊບັ້ງໄຟເປັນອັນຍະມະນີໃຕ້ພື້ນດິນ, ຝາດ້ານໃນຂອງຖໍ້າປະດັບດ້ວຍຫີນງອກຫີນຍ່ອຍທີ່ສວຍສົດງົດງາມທີ່ຄ້າຍຄືກັບຜ້າກັ້ງ ແລະ ໄຂ່ມຸກມັງກອນຈໍານວນຫລາຍຕາມພື້ນຖໍ້າ. ພາຍໃນຖໍ້າ ກໍຍັງມີອ່າງນໍ້າໃສເຢັນຂະໜາດໃຫຍ່ທີ່ມີຄວາມຍາວເຖິງ 61 ແມັດ (ເປັນອ່າງນໍ້າທີ່ໃຫຍ່ທີ່ສຸດກວ່າໝູ່ໃນຖໍ້າ)  ສ່ວນດ້ານນອກຂອງຖ້ໍາ ກໍຈະສັງເກດເຫັນວັງນໍ້າໃຫຍ່ທີ່ມີລັດສະໝີປະມານ 200ແມັດ ກັບ ຫາດຊາຍອ້ອມຮອບ ເຊິ່ງການປົກປັກຮັກສາວັງນໍ້າແຫ່ງນີ້ ກໍໄດ້ສ້າງເປັນວັງສະຫງວນປາຂອງບ້ານເພື່ອໃຫ້ເປັນບ່ອນແຜ່ພັນຂອງສັດນ້ຳ ແລະ ຮັບປະກັນແຫລ່ງອາຫານແບບຍືນຍົງໃຫ້ທັງປະຊາຊົນ ແລະ ລະບົບນິເວດທໍາມະຊາດໃນພື້ນທີ່. ສ່ວນບໍລິເວນປາກຖ້ຳນ້ຳລອດເຊບັ້ງໄຟມີອ່າງນ້ຳໃຫຍ່ຂຽວງາມເຫັນປາໃຫຍ່ນ້ອຍລອຍຫລິ້ນຕາມໜ້ານ້ຳປາກຖ້ຳເຊບັ້ງໄຟ ຕະຫລອດປີ ແລະ ມີສຽງນ້ຳໄຫລລອດຕາມຫວ່າງຫີນ, ມີປ່າໄມ້ທີ່ຂຽວອ້ອມຮອບອ່າງແມ່ນ້ຳ, ມີສາຍລົມພັດບໍ່ຂາດສາຍ ແລະ  ເໝາະກັບການມາພັກຜ່ອນຢ່ອນໃຈກັບທຳມະຊາດແບບນີ້. ນອກຈາກນີ້, ສະຖານທີ່ທ່ອງທ່ຽວຖ້ຳນ້ຳລອດເຊບັ້ງໄຟແຫ່ງນີ້ ຍັງມີການບໍລິການທີ່ພັກແບບບັງກະໂລ, ສາມາດກາງເຕັ້ນນອນໃນຕຸບ, ຕາມແຄມແມ່ນ້ຳເຊບັ້ງໄຟຟັງສຽງນ້ຳໄຫລ, ສຽງສັດສາວາສິ່ງທີ່ຢູ່ຕາມພູຜາຫີນ ສ່ວນກົງກັນຂ້າມຂອງແມ່ນ້ຳກໍ່ມີຜາຫີນທີ່ຕັ້ງສູງຕະການຕາ ລຽບຕາມແຄມແມ່ນ້ຳເຊບັ້ງໄຟ, ຍອດຈອມຜາຫີນຈະເຫັນເປັນຊໍ່ໜາມລຽນກັນສະລັບຊັບຊ້ອນໄປຕາມຜາຫີນ ເຫັນແລ້ວເປັນຕາອອນຊອນ, ພ້ອມນີ້ຍັງມີຮ້ານອາຫານຄອຍໃຫ້ບໍລິການກັບນັກທ່ອງທ່ຽວ ແລະ ຍັງມີກິດຈະກຳຫລາຍຢ່າງ ເຊັນ; ລອງເຮືອລອດພາຍໃນຖ້ຳ, ຍ່າງເລາະປ່າຂຶ້ນຊົມວິວທຳມະຊາດ, ໂດດຈ້ອງຈາກຈຸດຊົມວິວ, ມີຕະຫຼາດນັດຂອງຊາວບ້ານ  ແລະ ອື່ນໆ,  ມີພະນັກງານເອື້ອອຳນວຍຄວາມສະດວກໃຫ້ກັບແຂກທີ່ມາທ່ຽວ.

              ອຸທິຍານແຫ່ງຊາດ  ຫີນໜາມໜໍ່ ບໍ່ພຽງແຕ່ເປັນມໍລະດົກໂລກແຫ່ງໃໝ່ຂອງ ສສປ ລາວ ເທົ່ານັ້ນ ແຕ່ຍັງເປັນສັນຍະລັກແຫ່ງຄວາມພາກພູມໃຈ ແລະ ເປັນສະຖານທີ່ ທີ່ລໍຄ່ອຍນັກທ່ອງທ່ຽວຈາກທົ່ວໂລກເຂົ້າມາສຳພັດກັບຄວາມງາມ ແລະ ຄວາມມະຫັດສະຈັນທີ່ທາງທຳມະຊາດເຊື່ອງຊ້ອນຢູ່ໃນໃຈກາງຂອງອາຊີຕາເວັນອອກສຽງໃຕ້.

KPL

ຂ່າວອື່ນໆ

ads
ads

Top