ຂປລ
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ສະມາຊິກສະພາ ແຫ່ງຊາດຊຸດທີ XVI ເປັນປະທານປະເທດ ສສ.ຫວຽດນາມ ອາຍຸການ 2026-2031.
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 7 ເມສາ, ຢູ່ນະຄອນຫລວງຮ່າໂນ້ຍ, ດ້ວຍບັດເຫັນດີ 495/495 ສະມາຊິກ ເຂົ້າຮ່ວມ ການລົງຄະແນນສຽງ ຮັບຮອງເອົາ, ສະພາແຫ່ງຊາດ ຊຸດທີ XVI ໄດ້ຮັບຮອງເອົາມະຕິວ່າດ້ວຍການເລືອກຕັ້ງ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ສະມາຊິກສະພາ ແຫ່ງຊາດຊຸດທີ XVI ເປັນປະທານປະເທດ ສສ.ຫວຽດນາມ ອາຍຸການ 2026-2031.
ພາຍຫລັງ ໄດ້ຮັບການເລືອກຕັ້ງ ຈາກສະພາແຫ່ງຊາດ, ທ່ານ ໂຕເລິມ ສາບານຕົນວ່າ: ພາຍໃຕ້ທຸງແດງດາວຄຳອັນສັກກະລະບູຊາ ຂອງ ປະເທດຊາດ, ຕໍ່ໜ້າສະພາແຫ່ງຊາດ, ພໍ່ແມ່ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງ, ຂ້າພະເຈົ້າ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຂໍສະບານຕົນ ຈົ່ງຮັກພັກດີ ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ລັດຖະທຳມະນູນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ມານະພະຍາຍາມ ປະຕິບັດສຳເລັດ ທຸກໜ້າທີ່ເຊິ່ງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້.
ທ່ານ ໂຕເລິມ ກ່າວວ່າ ການເປັນເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແມ່ນຄວາມເປັນກຽດ ອັນຍິ່ງໃຫຍ່, ແມ່ນຄວາມຮັບຜິດຊອບ ແລະ ພັນທະອັນສັກກະລະບູຊາ ສູງສົ່ງ ແລະ ຄວາມໄວ້ເນື້ອເຊື່ອໃຈ, ຄວາມຄາດຫວັງ ຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຕໍ່ຜູ້ນຳໜ້າພັກ ແລະ ລັດ.
ຂ້າພະເຈົ້າ ໃນຖານະເປັນ ເລຂາທິການໃຫຍ່, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແມ່ນການຮັກສາ ສະພາບແວດລ້ອມ ແຫ່ງສັນຕິພາບ, ມີສະຖຽນລະພາບ, ຊຸກຍູ້ປະເທດຊາດ ໃຫ້ພັດທະນາໂດຍໄວ, ຍືນຍົງ, ຍົກສູງການດຳລົງຊີວິດ ທຸກດ້ານຂອງປະຊາຊົນ, ເພື່ອໃຫ້ປະຊາຊົນ ໄດ້ຊົມໃຊ້ທຸກໝາກຜົນ ຂອງ ການພັດທະນາ, ເພີ່ມທະວີ ການປະກອບສ່ວນ ຂອງ ຫວຽດນາມ ໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມກ້າວໜ້າ ໃນພາກພື້ນ ແລະ ໂລກ.
ພ້ອມກັບທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຈະສຸມໃສ່ ກໍ່ສ້າງລັດ ແຫ່ງກົດໝາຍ ສັງຄົມນິຍົມ, ສ້າງພື້ນຖານເສດຖະກິດໃຫ້ເປັນເຈົ້າ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ສ້າງພື້ນຖານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ທົ່ວປວງຊົນ ຢ່າງຮອບດ້ານ ແລະ ທັນສະໄໝ, ລະບົບການເມືອງ ກະທັດລັດ, ມີປະສິດທິຜົນ, ປະສິດທິພາບ, ສັງຄົມພັດທະນາ, ສາມັກຄີ, ວັດທະນະທຳ ແລະ ມະນຸດສະທຳ. ນອກຈາກນີ້, ສະພາແຫ່ງຊາດ ໄດ້ລົງຄະແນນສຽງ ຮັບຮອງເອົາມະຕິ ກ່ຽວກັບ ໂຄງປະກອບ ການຈັດຕັ້ງ ລັດຖະບານ ໂດຍມີອາຍຸການ 2026-2031./
KPL