ອົງການອາຫານໂລກ ປະຈຳລາວ ພົບປະແລກປ່ຽນຂໍ້ມູນຂ່າວສານກັບສື່ມວນຊົນລາວ

02/04/2026 11:11
ຂປລ ຂປລ. ອົງການອາຫານໂລກ ປະຈຳ ສປປ ລາວ (WFP) ຈັດກິດຈະກຳພົບປະແລກປ່ຽນຂໍ້ມູນຂ່າວສານ ດ້ານການຈັດຕັ້ງປະຕິບັດວຽກງານຂອງອົງການອາຫານໂລກ ໃນໄລຍະຜ່ານມາ ໃຫ້ບັນດາສື່ມວນຊົນລາວ ໃນວັນທີ 26 ມີນາ 2026 ຢູ່ນະຄອນຫລວງວຽງຈັນ

ຂປລ. ອົງການອາຫານໂລກ ປະຈຳ ສປປ ລາວ (WFP) ຈັດກິດຈະກຳພົບປະແລກປ່ຽນຂໍ້ມູນຂ່າວສານ ດ້ານການຈັດຕັ້ງປະຕິບັດວຽກງານຂອງອົງການອາຫານໂລກ ໃນໄລຍະຜ່ານມາ ໃຫ້ບັນດາສື່ມວນຊົນລາວ ໃນວັນທີ 26 ມີນາ 2026 ຢູ່ນະຄອນຫລວງວຽງຈັນ ເພື່ອໃຫ້ສື່ມວນຊົນໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການຈັດຕັ້ງປະຕິ ບັດວຽກງານແຕ່ລະກິດຈະກຳຂອງໂຄງການ ທີ່ອົງການອາຫານໂລກ ໄດ້ລົງໄປຈັດຕັ້ງປະຕິບັດ ໃນ 15 ແຂວງ ທົ່ວປະເທດ (ຍົກເວັ້ນນະຄອນຫລວງວຽງຈັນ, ບໍລິຄຳໄຊ ແລະ ແຂວງໄຊສົມບູນ) ເພື່ອນຳໄປໂຄສະນາເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້.

ທ່ານ ມາກ ອານເດຣ ໂປຣສ (Marc-André Prost) ຜູ້ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ: ການພົບປະຄັ້ງນີ້ ກໍເພື່ອຮັບຟັງບົດສະຫລຸບການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ຢູ່ ສປປ ລາວ ຂອງອົງການອາຫານໂລກ ໃນໄລຍະໜຶ່ງປີຜ່ານມາ, ທັງເປັນການແລກປ່ຽນຂໍ້ມູນຕ່າງໆຂອງໂຄງການ ແລະ ເພື່ອເປັນການແລກປ່ຽນບົດຮຽນລະຫວ່າງ WFP ແລະ ສື່ມວນຊົນ ເພື່ອສ້າງຄວາມເຂົ້າໃຈຕໍ່ວຽກງານດັ່ງກ່າວ ຊຶ່ງ WFP ໄດ້ຈັດຕັ້ງປະຕິບັດກິດຈະກຳຫລັກຢູ່ ສປປ ລາວ ເປັນຕົ້ນ ຂະຫຍາຍ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແຜນງານອາຫານທ່ຽງແຫ່ງຊາດ; ສະໜັບສະໜູນການປ້ອງກັນການຂາດສານອາຫານ; ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນຮັບມືກັບການປ່ຽນແປງດິນຟ້າອາກາດ, ການຄຸ້ມຄອງໄພພິບັດ ແລະ ວຽກງານປ້ອງກັນສັງຄົມ; ຊ່ວຍເຫລືອລັດຖະບານໃນການຕອບໂຕ້ໄພພິບັດ ແລະ ສະໜັບສະໜູນລັດຖະບານໃນວຽກງານພາລາທິການ.

ທ່ານ ມາກ ອານເດຣ ໂປຣສ ໄດ້ກ່າວຕື່ມວ່າ: ໃນປີ 2025 ຜ່ານມາ, ອົງການອາຫານໂລກ ໄດ້ຈັດຕັ້ງປະຕິບັດກິດຈະກໍາໃນ 15 ແຂວງ, ມີ 59 ເມືອງໃນ 148 ເມືອງໃນທົ່ວປະເທດ, ມີຜູ້ໄດ້ຮັບການຊ່ວຍເຫລືອ 332.086 ຄົນ, ລວມທັງ 6.882 ຄົນທີ່ເປັນຄົນເສຍອົງຄະ. ສຳລັບວຽກງານອາຫານທ່ຽງ ໃນໂຮງຮຽນປະຈຳປີ 2025, WFP ໄດ້ໃຫ້ການຊ່ວຍເຫລືອເດັກນ້ອຍ 198.800 ຄົນ ໃນໂຮງຮຽນ 1.609 ແຫ່ງ ເທົ່າກັບ 35% ຂອງໂຮງຮຽນປະຖົມທົ່ວປະເທດ. ພ້ອມນີ້, ໄດ້ສ້າງລະບົບນ້ຳປະປາ 181 ແຫ່ງ ແລະ ໂຮງຄົວ 187 ແຫ່ງ ໃນ 13 ແຂວງ, ເຊື່ອມໂຍງກະສິກອນກັບໂຮງຮຽນ ໂດຍສະເພາະ ກະສິກອນທ້ອງຖິ່ນ ໄດ້ສະໜອງອາຫານໃຫ້ແກ່ ໂຮງຮຽນໃນ 24 ເມືອງ ໃນ 5 ແຂວງ. ພ້ອມນີ້, ກະສິກອນລາຍຍ່ອຍ 2.990 ຄົນ ໄດ້ຮັບການຊ່ວຍເຫລືອດ້ານການຝຶກອົບຮົມ, ປັດໄຈການຜະລິດ, ອຸປະກອນ ແລະ ພື້ນຖານໂຄງລ່າງ. ນອກຈາກນີ້, ລັດຖະບານໄດ້ເພີ່ມງົບປະມານ ເຂົ້າໃນຄາບອາຫານທ່ຽງໃນໂຮງຮຽນຂຶ້ນ ເຖິງ 400%, ຊຶ່ງເຮັດໃຫ້ອັດຕາການເຂົ້າຮຽນ ໃນໂຮງຮຽນເປົ້າໝາຍ ເພີ່ມຂຶ້ນຈາກ 4% ຈາກປີ 2024 ເປັນ 97% ໃນປີ 2025.

ສຳລັບຮ່າງແຜນຍຸດທະສາດລະດັບຊາດຂອງ WFP (2027-2031) ເປົ້າໝາຍທີ 1 ຄື: ປະຊາຊົນໄດ້ຮັບໂພຊະນາການຕະຫລອດປີ ຜ່ານຕ່ອງໂສ້ມູນຄ່າອາຫານທ້ອງຖິ່ນທີ່ເຂັ້ມແຂງ; ເປົ້າໝາຍທີ 2 ແມ່ນລະບົບຂອງລັດຖະບານມີຄວາມສາມາດໃນການ ແກ້ໄຂບັນຫາຄວາມບໍ່ໝັ້ນຄົງທາງດ້ານອາຫານ ແລະ ການຂາດໂພຊະນາການ ແລະ ເປົ້າໝາຍທີ 3 ແມ່ນປະຊາຊົນທີ່ໄດ້ຮັບຜົນກະທົບຈາກວິກິດການ ສາມາດຕອນສະໜອງຄວາມຕ້ອງການຂອງຕົນເອງ ຜ່ານລະບົບແຫ່ງຊາດທີ່ເຂັ້ມແຂງກວ່າເກົ່າ.

ໂດຍ: ມະນີທອນ

KPL

ຂ່າວອື່ນໆ

ads
ads

Top