ຂປລ
ເຮືອບິນຂົນສົ່ງບໍ່ມີຄົນຂັບ ຂະໜາດໃຫຍ່ NORINCO LUCA ທີ່ ກຸ່ມບໍລິສັດ NORINCO ຂອງ ຈີນ ໄດ້ຄົ້ນຄວ້າ ຜະລິດເອງ ໄດ້ທົດລອງບິນ ເປັນຄັ້ງທຳອິດ ຢ່າງສໍາເລັດ ຢູ່ນະຄອນເຈິ້ງໂຈ່ວ ແຂວງເຫີໜານ
ຂປລ. ວິທະຍຸ ໂທລະພາບ ສູນກາງຈີນ (CMG): ເມື່ອວັນທີ 31 ມີນາຜ່ານມາ, ເຮືອບິນຂົນສົ່ງບໍ່ມີຄົນຂັບ ຂະໜາດໃຫຍ່ NORINCO LUCA ທີ່ ກຸ່ມບໍລິສັດ NORINCO ຂອງ ຈີນ ໄດ້ຄົ້ນຄວ້າ ຜະລິດເອງ ໄດ້ທົດລອງບິນ ເປັນຄັ້ງທຳອິດ ຢ່າງສໍາເລັດ ຢູ່ນະຄອນເຈິ້ງໂຈ່ວ ແຂວງເຫີໜານ, ກາຍເປັນເຮືອບິນ ຂົນສົ່ງບໍ່ມີຄົນຂັບ ຂະໜາດໃຫຍ່ທີ່ສຸດ ເປັນຄັ້ງທຳອິດ ຂອງ ໂລກ.
ໂດຍເຮຶອບິນລຳນີ້ ມີນ້ຳໜັກ ເຖິງ 7 ໂຕນ, ບັນທຸກນ້ຳໜັກໄດ້ ເຖິງ 3,5 ໂຕນ, ສາມາດສຳເລັດ ການປ່ຽນຖ່າຍ ສິນຄ້າ ພາຍໃນ 15 ນາທີ ແລະ ບິນໄດ້ຫລາຍກວ່າ 3.000 ກິໂລແມັດ. ໃນຂະນະດຽວກັນ, ຍັງສາມາດ ບິນຂຶ້ນ ຫລື ລົງຈອດ ຕາມທາງແລ່ນ ໄລຍະສັ້ນພຽງ 200 ແມັດ. ຄາດວ່າ ໃນອະນາຄົດ, ຈະສາມາດນຳໃຊ້ ໃນຂົງເຂດການຈໍລະຈອນ ສິນຄ້າ ທາງອາກາດ ພາຍໃນ ປະເທດ, ການຮັບມື ສຸກເສີນ, ການກູ້ໄພ, ການປ້ອງກັນ ໄພນ້ຳຖ້ວມ ແລະ ຂົງເຂດອື່ນໆ./
KPL