ຫວຽດນາມ ຕ້ອນນັກທ່ອງທ່ຽວສາກົນ ປະມານ 6,76 ລ້ານເທື່ອຄົນ ໃນໄຕມາດທີ 1

07/04/2026 14:53
ຂປລ ໃນສະພາບການ ທ່ອງທ່ຽວທົ່ວໂລກ ໄດ້ຖືກຜົນກະທົບ ຈາກການປະທະກັນ ດ້ານພູມສາດການເມືອງ, ຂະແໜງທ່ອງທ່ຽວ ຫວຽດນາມ ຍັງມີ ສັນຍານເຕີບໂຕ ຢ່າງຕັ້ງໜ້າ. ຕາມຕົວເລກສະຖິຕິ ຂອງ ກົມທ່ອງທ່ຽວ ແຫ່ງຊາດ ຫວຽດນາມ ລະບຸວ່າ

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ໃນ​ສະ​ພາບ​ການ​ ທ່ອງ​ທ່ຽ​ວ​ທົ່ວ​ໂລກ ​ໄດ້ຖືກ​ຜົນ​ກະ​ທົບ​ ຈາກ​ການ​ປ​ະ​ທະ​ກັນ ​ດ້ານ​ພູມສາດ​ການ​ເມືອງ, ຂະ​ແໜງ​ທ່ອງ​ທ່ຽວ ຫວ​ຽດ​ນາມ ຍັງ​ມີ​ ສັນ​ຍານ​ເຕີບ​ໂຕ​ ຢ່າງ​ຕັ້ງ​ໜ້າ. ຕາມ​ຕົວເລກສະ​ຖິ​ຕິ​ ຂອງ​ ກົມ​ທ່ອງ​ທ່ຽວ​ ແຫ່ງ​ຊາດ ຫວຽດ​ນາມ ລະບຸວ່າ , ໄລ່​ສະ​ເພາະ​ ເດືອນມີ​ນາ 2026, ຫວຽດ​ນາມ ສາມາດຕ້ອນ​ຮັບນັກທ່ອງ​ທ່ຽວ ​ສາ​ກົນ​ເກືອບ 2,1 ລ້ານ​ເທື່ອ​ຄົນ. ໂດຍສະເພາະ ໃນໄລຍະ 3 ເດືອນ​ຕົ້ນ​ປີ 2026, ຍອດ​ຈຳ​ນວນ ​ນັກທ່ອງ​ທ່ຽວ​ ເດີນທາງມາ ຫວຽດ​ນ​ມາມ ບັນ​ລຸ 6,67 ລ້ານ​ເທື່​ອ​ຄົນ, ເພີ່ມ​ຂຶ້ນ 12,4% ເມື່ອ​ທຽບ​ໃສ່ ​ໄລ​ຍະ​ດຽວ​ກັນ​ ຂອງ​ ປີ 2025.

          ໃນນັ້ນ ນັກທ່ອງທ່ຽວ ຈີນ ບັນລຸ 1,4 ລ້ານ​ເທື່ອ​ຄົນ ແລະ ສ.ເກົາ​ຫລີ ບັນລຸ 1,3 ລ້ານ​ເທື່ອ​ຄົນ ແລະ ຍັງສືບ​ຕໍ່​ເປັນ 2 ຕະ​ຫລາດ​ ທີ່​ມີ ​ຈຳ​ນວນ​ ນັກ​ທ່ອງ​ທ່ຽວ​ຫລາຍ​ທີ່​ສຸດ, ກວມ​ເອົ​າ​ ປະ​ມານ 40% ຂອງ ຍອດ​ຈຳ​ນວນ​ ນັກທ່ອງ​ທ່ຽວ​​ສາ​ກົນ. ສິ່ງ​ທີ່​ໜ້າ​ສົນ​ໃຈ, ນັກ​ທ່ອງ​ທ່ຽວ ​ທີ່​ມາ​ຈາກ​ ບັນ​ດາ​ປະ​ເທດ ເອີ​ຣົບ ມີ​ລະ​ດັບ ​ເພີ່ມ​ຂຶ້ນ ​ກວມເອົາ 55,6%. ພິ​ເສດ, ຕະ​ຫລາດ ຣັດ​ເຊຍ ໄດ້​ເພີ່ມ​ຂຶ້ນ​ເຖິງ 163,4%, ເຊິ່ງສະ​ແດງ​ໃຫ້​ເຫັນວ່າ ນັກທ່ອງທ່ຽວ ຣັດເຊຍ ໄດ້ໃຫ້ຄວ​າມ​ສົນໃຈ​ ​ຕໍ່​ ປະເທດຫວຽດ​ນາມ ​ ນັບ​ມື້​ເພີ່ມຂຶ້ນ. ໂດຍລວມແລ້ວ ​​ຂະ​ແໜງ​ທ່ອງ​ທ່ຽວ ຫວຽດນາມ​ ໃນ​ເດືອນມີ​ນາ 2026 ແລະ ທັງ​ໄຕ​ມາດ​ທີ 1 ປີ 2026 ແມ່ນບໍ່​ພ​ຽງ​ແຕ່ ​ເຕີບ​ໂຕ ​ທາງດ້ານ ຈຳ​ນວນນັກ​ທ່ອງ​ທ່ຽວ​ ເທົ່ານັ້ນ, ຫາກ​​ຍັງໄດ້ຮັບ​ການ​ເປີດກວ້າງ ແລະ ຫັນ​ຕະ​ຫລາດ ​ດ້ວຍຫລາກ​ຫລາຍ​ຮູບ​ແບບ ​ຢ່າງ​ຕໍ່​ເນື່ອງ​ອີກ​ດ້ວຍ./

 

KPL

ຂ່າວອື່ນໆ

ads
ads

Top