ເສດຖະກິດ ໃນ ອາຊຽນ-ຈີນ-ຍີ່ປຸ່ນ-ສ.ເກົາຫລີ ປີ 2026 ຈະເຕີບໂຕ 4%

07/04/2026 14:53
ຂປລ ຫ້ອງການ ຄົ້ນຄວ້າ ເສດຖະກິດມະຫາພາກຂອງອາຊຽນ ແລະ ຈີນ, ຍີ່ປຸ່ນ, ສ.ເກົາຫລີ ໄດ້ເປີດເຜີຍ ບົດລາຍງານ ກ່ຽວກັບ ການຄາດຄະເນ ເສດຖະກິດ ຂອງພາກພື້ນນີ້ ໂດຍຄາດວ່າ: ຈັງຫວະ ການເຕີບໂຕ ຂອງ ເສດຖະກິດ ໃນປີ 2026 ແລະ 2027 ກວມເອົາ 4%.

ຂປລ. ວິທະຍຸໂທລະພາບ ສູນກາງຈີນ (CMG): ວັນ​ທີ 6 ເມ​ສາ​ນີ້, ຫ້ອງ​ການ​ ຄົ້ນ​ຄວ້າ​ ເສດ​ຖະ​ກິດ​ມະ​ຫາ​ພາກ​ຂອງ​ອາ​ຊຽນ ແລະ​ ຈີນ, ຍີ່​ປຸ່ນ, ສ.ເກົາຫລີ ໄດ້​ເປີດ​ເຜີຍ ​ບົດ​ລາຍ​ງາ​ນ​ ກ່ຽວກັບ ການຄາດ​ຄະ​ເນ ​ເສດ​ຖະ​ກິດ​ ຂອງ​ພາກ​ພື້ນນີ້ ໂດຍ​ຄາດ​ວ່າ: ​ຈັງ​ຫວະ​ ການ​ເຕີບ​ໂຕ​ ຂອງ ​ເສດ​ຖະ​ກິດ​ ໃນ​ປີ 2026 ແລະ 2027 ກວມເອົາ 4%. ຍ້ອນວ່າ ການ​ປະ​ທະ​ກັນ ​ຢູ່​ເຂດຕາ​ເວັນ​ອອກ​ກາງ​ ໄດ້​ຮຸນ​ແຮງ​ຂຶ້ນ​ ຢ່າງ​ຕໍ່​ເນື່ອງ ແລະ​ ການສະ​ໜອງ​ ດ້ານ​ພະ​ລັງ​ງານ​ທົ່ວ​ໂລກ​ ຖືກ​​ຜົນ​ກະ​ທົບ ຈະ​ເຮັດ​ໃຫ້​ຈັງ​ຫວະ ​ການ​ເຕີບ​ໂຕ​ຂອງ​ເສດ​​ຖະ​ກິດ​ ໃນ​ພາກ​ພື້ນ​ມີ​ຄວາມ​ສ່ຽງ ຫລຸດ​ລົງເລື້ອຍໆ.

ບົດ​ລາຍ​ງານ​ ລະ​ບຸ ​ຕື່ມ​ວ່າ: ໂຄງ​ສ້າງ ​ເສດ​ຖະ​ກິດ ​ໃນ​ພາກ​ພື້ນ​ອາ​ຊຽນ ແລະ ​ຈີນ, ຍີ່​ປຸ່ນ, ສ.ເກົາຫລີ ພວມ​ມີ​ການ​ປ່ຽນ​ແປງ​ ອັນ​ເລິກ​ເຊິ່ງ. ປັດ​ຈຸ​ບັນ, ພາກ​ພື້ນ​ ດັ່ງ​ກ່າວ​ ໄດ້​ກາຍ​ເປັນ ​ໜຶ່ງ​ໃນ​ຕະຫລາດ ​ຂະໜາດໃຫຍ່​ທີ່​ສຸດ​ໃນ​ໂລກ, ກວມເອົາ 28% ຂອງ​ ຄວາມ​ຕ້ອ​ງ​ການ ​​ສຸດ​ທ້າຍ ໃນ​ທົ່ວ​ໂລກ. ພ້ອມ​ດຽວ​ກັນ​ນັ້ນ, ລະ​ດັບ​ ການ​ເພິ່ງ​ພາ​ ອາ​ໄສ​ຕະຫລາດ​ ສ.ອາ​ເມ​ລິ​ກາ​ ໄດ້ຫລຸດ​ລົງ​ ຢ່າງ​ຊັດ​ເຈນ, ຮູບ​ແບບ ​ການ​ພັດ​ທະ​ນາ ເສດ​ຖະ​ກິດ​ ໃນ​ພາກ​ພື້ນ​​ ໄດ້​ປ່ຽນຈາກ​ແຫລ່ງ​ ການ​ຜະ​ລິດ ​ທີ່ ​​​ສຸມ​ໃສ່ ຕະຫລາດ​ ພາຍນອກ ​​ມາເປັນ​ຕະຫລາດ​ ພາກ​ພື້ນ​ ທີ່​ກະ​ຕຸກ​ຊຸກ​ຍູ້ ​ດ້ວຍ​ຄວາມ​ຕ້ອງ​ການ​ພາຍ​ໃນ./

KPL

ຂ່າວອື່ນໆ

ads
ads

Top