ຂປລ
ຂປລ. ເສດຖະກິດມໍລະດົກ ມີຄວາມໝາຍ ແລະ ນິຍາມກວ້າງຂວາງ, ກ່ອນອື່ນຕ້ອງເຂົ້າໃຈຄວາມໝາຍຂອງ “ມໍລະດົກ” ທີ່ໝາຍເຖິງທຸກສິ່ງທຸກຢ່າງທີ່ເປັນວັດຖຸນິວັດຖຸທີ່ມີຄຸນຄ່າ ທີ່ພວກເຮົາໄດ້ຮັບການສືບທອດມາຈາກບັນພະບູລຸດ.
ຂປລ. ເສດຖະກິດມໍລະດົກ ມີຄວາມໝາຍ ແລະ ນິຍາມກວ້າງຂວາງ, ກ່ອນອື່ນຕ້ອງເຂົ້າໃຈຄວາມໝາຍຂອງ “ມໍລະດົກ” ທີ່ໝາຍເຖິງທຸກສິ່ງທຸກຢ່າງທີ່ເປັນວັດຖຸນິວັດຖຸທີ່ມີຄຸນຄ່າ ທີ່ພວກເຮົາໄດ້ຮັບການສືບທອດມາຈາກບັນພະບູລຸດ. ມໍລະດົກບໍ່ພຽງແຕ່ເປັນເອກະລັກຂອງຊາດເທົ່ານັ້ນ, ແຕ່ຍັງເປັນຊັບສິນ ຫລື ສົມບັດທີ່ມີຄຸນຄ່າທີ່ສາມາດນໍາໃຊ້ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ດັ່ງນັ້ນ, ເສດຖະກິດມໍລະດົກ ຈຶ່ງໝາຍເຖິງຂະບວນການຫັນປ່ຽນມໍລະດົກວັດທະນະທໍາ, ປະຫວັດສາດ, ສະຖາປັດຍະກໍາ, ສິລະປະ ມາປັບໃຊ້ໃນຮູບແບບການຜະລິດ ແລະ ບໍລິການ ໃຫ້ເກີດລາຍຮັບ ແລະ ຍັງຮັກສາເອກະລັກທາງສັງຄົມ ແລະ ຄວາມຕໍ່ເນື່ອງທາງປະຫວັດສາດ; ເປັນການປະສານລະຫວ່າງ “ການຮັກສາອະດີດ” ແລະ “ການສ້າງອະນາຄົດ” ໃຫ້ເກີດຜົນປະໂຫຍດ ທັງທາງເສດຖະກິດ ແລະ ສັງ ຄົນ. ສະນັ້ນ, ເສດຖະກິດມໍລະດົກ ຈຶ່ງມີບົດບາດສໍາຄັນຫລາຍໃນການສ້າງເສດຖະກິດໃຫ້ມີການເຕີບໂຕຢ່າງ ຮອບດ້ານ ແລະ ມີຄວາມຍືນຍົງ ເປັນຕົ້ນ ແມ່ນຊ່ວຍສ້າງວຽກເຮັດງານທໍາ ແລະ ສ້າງລາຍໄດ້ໃຫ້ກັບຊຸມຊົນ ໃນທ້ອງຖິ່ນ ແລະ ປົກປ້ອງຄຸນຄ່າວັດທະນະທໍາທີ່ອາດຈະສູນເສຍໄປກັບການເຕີບໂຕທາງອຸດສາຫະກໍາ.
ນັບແຕ່ສັດຕະວັດທີ 21, ແນວຄວາມຄິດທາງດ້ານມໍລະດົກເສດຖະກິດ ແມ່ນໄດ້ເລີ່ມມີຄວາມໂດດເດັ່ນຂຶ້ນ,ປະເທດຕ່າງໆ ໄດ້ຊອກຫາວິທີການເຊື່ອມໂຍງການອະນຸລັກວັດທະນະທໍາເຂົ້າກັບການພັດທະນາແບບຍືນຍົງ.ດັ່ງນັ້ນ, ບົດບາດ ແລະ ຄວາມສໍາຄັນຂອງມໍລະດົກທາງດ້ານເສດຖະກິດແມ່ນນັບມື້ນັບເພີ່ມຂຶ້ນ ເປັນຕົ້ນ ແມ່ນການຮັກສາຄວາມເປັນເອກະລັກ ທີ່ຈະຊ່ວຍເສີມສ້າງຄວາມຕໍ່ເນື່ອງທາງດ້ານວັດທະນະທໍາ, ການລວມເອົາຮີດຄອງປະເພນີເຂົ້າກັບນະວັດຕະກໍາສະໄໝໃໝ່, ການສົ່ງເສີມການເຕີບໂຕແບບຍືນຍົງ ແລະ ຍັງເປັນການສະໜັບສະໜູນເສດຖະກິດທ້ອງຖິ່ນ ໂດຍສະເພາະໃນເຂດຊົນນະບົດ ບ່ອນທີ່ມີຫັດຖະກໍາພື້ນເມືອງ, ກະສິກໍາ ຫລື ການທ່ອງທ່ຽວ ທີ່ສາມາດເຊື່ອມໂຍງວັດທະນະທໍາເຂົ້າກັບການດໍາລົງຊີວິດ ແລະ ຍັງເປັນການເພີ່ມທະວີພະລັງສ້າງສັນ (Soft Power) ແລະ ອຸດສາຫະກໍາສ້າງສັນໂດຍການຫັນປ່ຽນມໍລະດົກໃຫ້ເປັນໂອກາດທາງດ້ານເສດຖະກິດ. ຕົວຢ່າງ: ໃນ ປະເທດຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ອຸດສາຫະກໍາທີ່ອີງໃສ່ມໍລະດົກ ແມ່ນມີຕັ້ງແຕ່ສິລະປະການສະແດງ ແລະ ຫັດຖະກໍາແບບດັ່ງເດີມ ຈົນເຖິງການນໍາໃຊ້ເຕັກໂນໂລຊີເຂົ້າຊ່ວຍ ເຊັ່ນ: ການນໍາ ສະເໜີຫໍພິພິທະພັນແບບດີຈິຕອນ ເຊິ່ງໄດ້ກາຍເປັນອົງປະກອບສໍາຄັນທີ່ປະກອບສ່ວນຕໍ່ການເຕີບໂຕຂອງ ເສດຖະກິດ.
ສໍາລັບບັນດາປະເທດກໍາລັງພັດທະນາທີ່ມີຊັບພະຍາກອນວັດທະນະທໍາອຸດົມສົມບູນ ແຕ່ມີພື້ນຖານອຸດສາຫະກໍາທີ່ຈໍາກັດ, ເສດຖະກິດມໍລະດົກ ເປັນອີກທາງເລືອກໜຶ່ງທີ່ມີ ຄວາມເປັນເອກະລັກສະເພາະ ທີ່ນໍາໄປສູ່ການພັດທະນາເສດຖະກິດທີ່ຫລາກຫລາຍ ແລະ ຍືນຍົງ ເຊິ່ງສອດຄ່ອງກັບການເພີ່ມທະວີສິດອໍານາດຂອງຊຸມຊົນ ແລະ ຄວາມຍືນຍົງທາງວັດທະນະທໍາ ເພາະມໍລະດົກທາງດ້ານເສດຖະກິດເປັນຊັບພະຍາກອນຍຸດທະສາດ ສໍາລັບການພັດທະນາແບບຍືນຍົງ ແລະ ມີສ່ວນຮ່ວມ ພ້ອມທັງສົ່ງເສີມເອກະລັກແຫ່ງຊາດ, ການດໍາລົງຊີວິດຂອງປະຊາຊົນຢູ່ເຂດຊົນນະບົດ ແລະ ຄວາມສາມັກຄີໃນສັງຄົມ. ທັງນີ້ກໍຍ້ອນວ່າ ເສດຖະກິດມໍລະດົກ ແມ່ນມີລັກສະນະຕິດພັນ ແລະ ເປັນຂອງຊຸມຊົນ ເຊິ່ງຊຸມຊົນ ທ້ອງຖິ່ນບໍ່ພຽງແຕ່ເປັນຜູ້ໄດ້ຮັບຜົນປະໂຫຍດ, ແຕ່ຍັງເປັນຜູ້ມີບົດບາດຫລັກໃນການຮັກສາ, ປົກປ້ອງ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກອີກດ້ວຍ; ເມື່ອປະຊາຊົນໄດ້ຮັບສິດໃນການມີສ່ວນຮ່ວມໃນການຄຸ້ມຄອງ ແລະ ໄດ້ຮັບຜົນປະໂຫຍດຈາກມໍລະດົກ, ພວກເຂົາເຈົ້າຈະເປັນເຈົ້າການ ແລະ ມີສະຕິໃນການປົກປັກຮັກສາ ດ້ວຍຄວາມສະໝັກໃຈຕໍ່ມໍລະດົກນັ້ນ. ສະນັ້ນ, ຫລັກມູນພື້ນຖານຂອງການພັດທະນາເສດຖະກິດມໍລະດົກ ແມ່ນການປະສານສົມທົບຢ່າງກົມກຽວ ລະຫວ່າງການອະນຸລັກຮັກສາ ແລະ ການພັດທະນາ, ຖ້າຫາກພຽງ ແຕ່ເນັ້ນໜັກການເສີມຂະຫຍາຍຄຸນຄ່າທາງດ້ານເສດຖະກິດຢ່າງດຽວ, ມໍລະດົກອາດຈະເສື່ອມໂຊນ, ສູນເສຍຮູບຮ່າງ ຫລື ສູນຫາຍໄປ. ໃນທາງກົງກັນຂ້າມ, ຖ້າຫາກພຽງແຕ່ອະນຸລັກຮັກສາຢ່າງບໍລິສຸດ ໂດຍບໍ່ຊອກ ຫາວິທີການເສີມຂະຫຍາຍມູນຄ່າ, ກໍຈະກາຍເປັນພາລະໃຫ້ແກ່ຊຸມຊົນ ແລະ ເສດຖະກິດພາຍໃນປະເທດ.
KPL