ຫວຽດນາມ ໄຂກອງປະຊຸມຄັ້ງປະຖົມມະເລິກ ສະພາແຫ່ງຊາດ ຊຸດທີ 16

06/04/2026 16:03
ຂປລ ກອງປະຊຸມ ຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16 ໄດ້ໄຂຂຶ້ນຢ່າງສົມກຽດ ໃນຕອນເຊົ້າວັນທີ 06 ເມສາ, ຢູ່ຫໍສະພາແຫ່ງຊາດ, ທີ່ນະຄອນຫລວງ ຮ່າໂນ້ຍ.

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ກອງປ​ະ​ຊຸມ​ ຄັ້ງ​ປະ​ຖົມ​ມະ​ເລິກ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16 ໄດ້​ໄຂ​ຂຶ້ນ​ຢ່າງ​ສົມ​ກຽດ ​ໃນ​ຕອນ​ເຊົ້າ​ວັນ​ທີ 06 ເມ​ສາ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ທີ່ນະຄອນຫລວງ ຮ່າ​ໂນ້ຍ. ໂດຍເຂົ້າ​ຮ່ວມ​ ວາ​ລະ​ໄຂ​ ລວມມີ ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ ຄະ​ນະ​ບໍ​ລິ​ຫານ​ງານ​ ສູນ​ກາງ​ພັກ ​ກອມ​ມູ​ນິດ ຫວຽດ​ນາມ; ທ່ານ ເລື​ອງ​ເກື່ອງ ປະ​ທານ ​ປະ​ເທດ; ທ່ານ ຟ້າມ​ມິນ​ຈິງ ນາ​ຍົກ​ ລັດ​ຖະ​ມົນ​ຕີ; ທ່ານ ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ ຄະ​ນະ​ເລ​ຂາ​ ສູນ​ກາງ​ພັກ; ຜູ້​ຕາງ​ໜ້າ​ບັນ​ດາ​ ​ຄະ​ນະ​​ທູ​ດ ຕາ​ນຸ​ທູດ, ບັນ​ດາ ​ອົງ​ການ ​ຈັດ​ຕັ້ງ​ສາ​ກົນ ພ້ອມ​ກັບ ​ສະ​ມາ​ຊິກ​ ສະ​ພາ​ແຫ່ງ​ຊາດ ​ຊຸດ​ທີ 16 ຈໍາ​ນວນ 500 ທ່ານ.

ທ່ານ​ປະ​ທານ​ ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ກ່າວ​ຄຳ​ເຫັນ ​ໄຂ​ກອງ​ປະ​ຊຸມ, ໂດຍຊີ້​ແຈງວ່​າ ການ​ເລືອກ​ຕັ້ງ​ ສະ​ມາ​ຊິກ​ ສະ​ພາ​ແຫ່ງ​ຊາດ​ ຊຸດ​ທີ 16 ແລະ ສະ​ມາ​ຊິກ​ສະ​ພາ​ ປະ​ຊາ​ຊົນ​ທຸກ​ຂັ້ນ ທີ່ມີ ອາ​ຍຸ​ການ ໃນໄລຍະ 2026-2031 ຜ່ານ​ມາ​ ໄດ້ບັນ​ລຸ​ຜົນ​ສຳ​ເລັດ​ ຢ່າງ​ຈົບ​ງາມ​. ໝາກ​ຜົນ​ ການ​ເລືອກ​ຕັ້ງ ​ໄດ້ສືບ​ຕໍ່​ຢືນ​ຢັນ​ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ຂອງ ປະ​ຊາ​ຊົນ ​ທີ່​ມີ​ຕໍ່​ພັກ-ລັດ.

ບັນ​ດາ ​ເນື້ອ​ໃນ​ຕົ້ນ​ຕໍ ​ຂອງ ກອ​ງ​ປະ​ຊຸມ ໃນ​ຄັ້ງ​ນີ້, ທ່ານ​ ເຈິ່ນ​ແທັງ​ເໝີ້ນ ໃຫ້​ຮູ້​ວ່າ: ສະ​ພາ​ແຫ່ງ​ຊາດ ໄດ້​ພິ​ຈາ​ລະ​ນາ, ຕົກ​ລົງ​ສ້າງ​ ໂຄງ​ປະ​ກອບ ການ​ຈັດ​ຕັ້ງ ແລະ ໃຫ້​ສັດ​ຕະ​ຍາ​ບັນ​ ບຸກ​ຄະ​ລາ​ກອນ ​ຂັ້ນ​ສູງ​ ຂອງ ​ກົງ​ຈັກ​ລັດ. ນີ້​ແມ່ນ​ເນື້ອ​ໃນ​ ຈຸດ​ສຸມ ​ຂອງ ກອງ​ປະ​ຊຸມ, ທີ່ມີ​ຄວາມ​ໝາຍ​ສຳ​ຄັນ, ຕັດ​ສິນ​ໂດຍ​ກົງ​ເຖິງ​ ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ ​ການ​ເຄື່ອນ​ໄຫວ​ ຂອງ​ ກົງ​ຈັກ​ລັດ​ ໃນ​ທັງ​ອາ​ຍຸ​ການ.

 ສະ​ພາ ​ແຫ່ງ​ຊາດ ​ໄດ້​ພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ ​ກົດ​ໝາຍ 8 ສະ​ບັບແລະມະ​ຕິ ​ກຳ​ນົດ​ກົດ​ໝາຍ 1 ສະ​ບັບ, ສະ​ຕິ​ກ່ຽວ​ກັບ ​ໂຄງ​ການ ​ຕິດ​ຕາມ ກວດ​ກາ​ ຂອງ​ ສະ​ພາ​ແຫ່ງ​ຊາດ​ ປີ 2027, ມະ​ຕິ​ກ່ຽວ​ກັບ​ ການ​ຕິດ​ຕາມ​ ຫົວ​ເລື່ອງ​ ສະ​ເພາະ​ ຂອງ ​ສະ​ພາ​ແຫ່ງ​ຊາດ ແລະ ມະ​ຕິ​ລວມ​ ຂອງ ກອງ​ປະ​ຊຸມ ​ຄັ້ງ​ປະ​ຖົມ​ມະ​ເລິກ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16”.

​ຈາກນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ມີ​ບົດ​ກ່າວ​ປາ​ໄສ​ ສຳ​ຄັນ​ ຕໍ່​​ໜ້າສະ​ພາ​ ແຫ່ງ​ຊາດ, ປະ​ຊາ​ຊົນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ ໃນ​ທົ່ວ​ປະ​ເທດ. ຄຽງຄູກັນນັ້ນ, ທ່ານ​ ຍັງໄດ້ເນັ້​ນ​ໜັກ​ວ່າ ນີ້​ແມ່ນກອງ​ປະ​ຊຸມ ​ບູ​ລະ​ນະ​ ການ​ຈັດ​ຕັ້ງ​ ກົງ​ຈັກ​ລັດ ຕາມ​ລັດ​ຖະ​ທຳ​ມະ​ນູນ; ພ້ອມ​ກັນ​ນັ້ນ ກອງ​ປະ​ຊຸມກໍ​ສຸມ​ໃສ່​ ຫັນ​ມະ​ຕິ​ ກອງ​ປະ​ຊຸມ​ໃຫຍ່​ ຜູ້​ແທນ ​ທົ່ວ​ປະ​ເທດ ​ຄັ້ງ​ທີ 14 ຂອງ​ ພັກ​ກອມ​ມູ​ນິດ ຫວຽດ​ນາມ ເປັນ​ລະ​ບອບ ​ລະ​ບຽບ​ການ; ສ້າງ​ພື້ນ​ຖານ​ ນິ​ຕິ​ກຳ, ລະ​ບອບ ແລະ ກຳ​ລັງ​ໜູນ ​ນະ​ໂຍ​ບາຍ ເພື່ອ​ໃຫ້​ປະ​ເທດ​ຊາດ​ ກ້າວ​ເຂົ້າ​ສູ່ ​ໄລ​ຍະ​ພັດ​ທະ​ນາ​ໃໝ່. ນອກຈາກນັ້ນ, ກອງປະຊຸມ ໃນຄັ້ງນີ້ ຍັງຄາດວ່າ, ຈະໃຊ້ເວລາເຮັດວຽກ ປະມານ 11 ວັນ./

KPL

ຂ່າວອື່ນໆ

ads
ads

Top