ຂປລ
ທຳນຽບ ປະທານາທິບໍດີ ສ.ເກົາຫລີ ໄດ້ຖະແຫລງວ່າ: ເພື່ອຮັບມືກັບ ສະພາບການ ສະໜອງພະລັງງານ ທີ່ ຫຍຸ້ງຍາກ ເນື່ອງຈາກ ຄວາມບໍ່ສະຖຽນລະພາບ ໃນເຂດ ຕາເວັນອອກກາງ
ຂປລ.ວິທະຍຸໂທລະພາບ ສູນກາງຈີນ (CMG): ເມື່ອບໍ່ດົນມານີ້, ທຳນຽບ ປະທານາທິບໍດີ ສ.ເກົາຫລີ ໄດ້ຖະແຫລງວ່າ: ເພື່ອຮັບມືກັບ ສະພາບການ ສະໜອງພະລັງງານ ທີ່ ຫຍຸ້ງຍາກ ເນື່ອງຈາກ ຄວາມບໍ່ສະຖຽນລະພາບ ໃນເຂດ ຕາເວັນອອກກາງ, ລັດຖະບານ ສ.ເກົາຫລີ ມີແຜນ ຈະຜ່ານການ ໃຫ້ເງິນອຸດໜູນ ເພື່ອຊຸກຍູ້ໃຫ້ ປະຊາຊົນ ໃຊ້ລົດສາທາລະນະ ໃນເວລາ ທີ່ບໍ່ແມ່ນໂມງເຂົ້າການ-ເລີກການ.
ສ.ເກົາຫລີ ມີການເພິ່ງພາ ອາໄສສູງ ຕໍ່ການນຳເຂົ້າ ພະລັງງານ, ໂດຍປະມານ 70% ຂອງ ນ້ຳມັນເຊື້ອໄຟ ແລະ ປະມານ 20% ຂອງ ອາຍແກັສ ທຳມະຊາດ ທາດແຫລວ ແມ່ນມາຈາກ ເຂດຕາເວັນອອກກາງ. ການໂຈມຕີ ທາງກາດທະຫານ ສ.ອາເມລິກາ ແລະ ອິດສະຣາແອນ ຕໍ່ ອີຣານ ເມື່ອວັນທີ 28 ກຸມພາຜ່ານມາ, ໄດ້ສົ່ງຜົນກະທົບ ຕໍ່ການສະ ໜອງພະລັງງານ ສາກົນ ເຮັດໃຫ້ ລາຄາພະລັງງານ ເພີ່ມສູງຂຶ້ນ.
ລັດຖະບານ ສ.ເກົາຫລີ ໄດ້ປັບລະດັບ ການເຕືອນໄພ ດ້ານວິກິດການ ຊັບພະຍາກອນ ໃຫ້ສູງຂຶ້ນ ຫລາຍຄັ້ງ ນັບແຕ່ ຕົ້ນເດືອນມີນາ ປີນີ້ ເປັນຕົ້ນມາ ແລະ ໄດ້ປັບຂຶ້ນ ເປັນລະດັບ 3 ໃນວັນທີ 2 ເມສານີ້. ລະດັບ ສູງສຸດ ຂອງລະບົບເຕືອນໄພນີ້ ແມ່ນລະດັບ 4./.
KPL