ຂປລ
ນັບແຕ່ ເສັ້ນທາງ ລົດໄຟ ລາວ-ຈີນ ເປີດນໍາໃຊ້ເປັນຕົ້ນມາ, ສາມາດ ຂົນສົ່ງ ຜູ້ໂດຍສານ ໄດ້ຫລາຍກວ່າ 70 ລ້ານເທື່ອຄົນ. ໃນນັ້ນ, ຂະບວນ ລົດໄຟ ໂດຍສານທາງຢູ່ລາວ ໄດ້ເພີ່ມຂຶ້ນ ຈາກ 4 ຂະບວນຕໍ່ວັນ ໃນໄລຍະເບື້ອງຕົ້ນຫລາຍສຸດ 18 ຂະບວນຕໍ່ວັນ

ຂປລ.ຕາມແຫລ່ງຂ່າວ ວິທະຍຸໂທລະພາບ ສູນກາງຈີນ (CMG): ແຫລ່ງຂ່າວ ຈາກ ກຸ່ມບໍລິສັດ ທາງລົດໄຟຈີນ ສາຂາ ຄຸນໝິງ ແຈ້ງໃຫ້ຮູ້ ໃນວັນທີ 31 ມີນານີ້ວ່າ: ນັບແຕ່ ເສັ້ນທາງ ລົດໄຟ ລາວ-ຈີນ ເປີດນໍາໃຊ້ເປັນຕົ້ນມາ, ສາມາດ ຂົນສົ່ງ ຜູ້ໂດຍສານ ໄດ້ຫລາຍກວ່າ 70 ລ້ານເທື່ອຄົນ. ໃນນັ້ນ, ຂະບວນ ລົດໄຟ ໂດຍສານທາງຢູ່ລາວ ໄດ້ເພີ່ມຂຶ້ນ ຈາກ 4 ຂະບວນຕໍ່ວັນ ໃນໄລຍະເບື້ອງຕົ້ນຫລາຍສຸດ 18 ຂະບວນຕໍ່ວັນ, ຂະນະທີ່ ຂະບວນລົດໄຟໂດຍສານ ຄວາມໄວທໍາມະດາ ໄດ້ເພີ່ມຂຶ້ນຫລາຍກວ່າ 10 ຂະບວນ ໂດຍໄດ້ຂົນສົ່ງຜູ້ໂດຍສານ ທັງໝົດປະມານ 13 ລ້ານເທື່ອຄົນ.
ນອກຈາກນີ້, ຂະບວນລົດໄຟ ໂດຍສານ ສາກົນ ຂອງ ທາງລົດໄຟລາວ-ຈີນ ໄດ້ບໍລິການຫລາຍກວ່າ 3.100 ຂະບວນ, ຈໍານວນຄົນເຂົ້າ-ອອກເມືອງ ຈາກ 300 ເທື່ອຄົນຕໍ່ວັນ ໃນເບື້ອງຕົ້ນເພີ່ມຂຶ້ນ ຫລາຍສຸດ 1.600 ເທື່ອຄົນຕໍ່ວັນ, ມີຜູ້ໂດຍສານທັງໝົດ 780.000 ເທື່ອຄົນ ຈາກ ຫລາຍກວ່າ 120 ປະເທດ ແລະ ເຂດແຄວ້ນທົ່ວໂລກ ໄດ້ທ່ອງທ່ຽວ ໂດຍຜ່ານ ຂະບວນລົດໄຟ ໂດຍສານສາກົນ ຂ້າມຊາດ, ໄດ້ເສີມຂະຫຍາຍ ບົດບາດສໍາຄັນ ເຂົ້າໃນການ ຊຸກຍູ້ການພັດທະນາ ເສດຖະກິດ ແລະ ການແລກປ່ຽນ ດ້ານວັດທະນະທໍາໃນພາກພື້ນ./.
KPL