ທ່ານ ມິນອອງລາຍ ໄດ້ຮັບເລືອກຕັ້ງ ເປັນປະທານາທິບໍດີ ມຽນມາ

06/04/2026 16:03
ຂປລ ຄະນະ ກໍາມະການ ເລືອກຕັ້ງປະທານາທິບໍດີ ມຽນມາ ຂອງ ສະພາສະຫະພາບ ມຽນມາ ໄດ້ຈັດການ ລົງຄະແນນສຽງ ເພື່ອເລືອກຕັ້ງ ປະທານາທິບໍດີ, ທ່ານ ມິນອອງລາຍ ໄດ້ຮັບເລືອກຕັ້ງ ດ້ວຍຄະແນນສຽງສູງ.

ຂປລ. ວິທະຍຸໂທລະພາບ ສູນກາງຈີນ (CMG): ວັນທີ 3 ເມສານີ້, ຄະນະ ກໍາມະການ ເລືອກຕັ້ງປະທານາທິບໍດີ ມຽນມາ ຂອງ ສະ​ພາ​ສະ​ຫະພາບ ມຽນມາ ໄດ້ຈັດການ ລົງຄະແນນສຽງ ເພື່ອເລືອກຕັ້ງ ປະທານາທິບໍດີ, ທ່ານ ມິນ​ອອງ​ລາຍ ໄດ້ຮັບເລືອກຕັ້ງ ດ້ວຍຄະແນນສຽງສູງ.

ໃນການລົງຄະແນນສຽງ ທັງໝົດ 584 ສຽງ, ທ່ານ ​ມິນ​ອອງ​ລາຍ ໄດ້ຮັບສຽງເຫັນດີ 429 ສຽງ, ຂະນະທີ່ທ່ານ ອູຢໍຊໍ ໄດ້ຮັບສຽງເຫັນດີ 126 ສຽງ ແລະ ທ່ານນາງ ນານນິນິໄອ ໄດ້ຮັບສຽງເຫັນດີ 29 ສຽງ. ອີງຕາມ ຜົນການລົງຄະແນນສຽງ, ທ່ານ ອູຢໍຊໍ ແລະ ທ່ານນາງ ນານນິນິໄອ ຈະດໍາລົງຕໍາແໜ່ງ ຮອງປະທານາທິບໍດີ ມຽນມາ. ປີນີ້ ທ່ານ ​ມິນ​ອອງ​ລາຍມີອາຍຸ 69 ປີ, ເຄີຍດໍາລົງຕໍາແໜ່ງ ຜູ້ບັນຊາການໃຫຍ່ ກອງທັບ ມຽນມາ ແລະ ຮັກສາ ການປະທານາ ທິບໍດີມຽນມາ ມາແລ້ວ.

KPL

ຂ່າວອື່ນໆ

ads
ads

Top