ຂປລ
ພາກພື້ນຕາເວັນອອກກາງ ບໍ່ພຽງແຕ່ເປັນໃຈກາງ ດ້ານພະລັງງານ ທີ່ສຳຄັນເທົ່ານັ້ນ, ຫາກຍັງເປັນ ແຫລ່ງຜະລິດ ແລະ ສົ່ງອອກ ຝຸ່ນເຄມີ ທີ່ສຳຄັນໃນໂລກອີກດ້ວຍ. ເມື່ອການປະທະກັນ ລະຫວ່າງ ສ.ອາເມລິກາ-ອິດສະຣາແອນ ກັບ ອີຣານ
ຂປລ.ວິທະຍຸໂທລະພາບ ສູນກາງຈີນ (CMG): ພາກພື້ນຕາເວັນອອກກາງ ບໍ່ພຽງແຕ່ເປັນໃຈກາງ ດ້ານພະລັງງານ ທີ່ສຳຄັນເທົ່ານັ້ນ, ຫາກຍັງເປັນ ແຫລ່ງຜະລິດ ແລະ ສົ່ງອອກ ຝຸ່ນເຄມີ ທີ່ສຳຄັນໃນໂລກອີກດ້ວຍ. ເມື່ອການປະທະກັນ ລະຫວ່າງ ສ.ອາເມລິກາ-ອິດສະຣາແອນ ກັບ ອີຣານ ໄດ້ສືບຕໍ່ຂື້ນຢ່າງຮຸນແຮງ ແລະ ການຂົນສົ່ງທາງທະເລ ຜ່ານຊ່ອງແຄບຮໍມຸດໄດ້ຮັບຜົນກະທົບຫລາຍ, ເຊິ່ງເຮັດໃຫ້ການສະໜອງຝຸ່ນເຄມີທົ່ວໂລກ ພວມຜະເຊີນກັບຄວາມສ່ຽງ.
ອິນເດຍ ເປັນປະເທດ ກະສິກຳ ທີ່ສຳຄັນຂອງໂລກ ແລະ ພ້ອມດຽວກັນ ກໍເປັນປະເທດ ທີ່ນຳເຂົ້າ ຝຸ່ນເຄມີຫລາຍ. ໂດຍຊາວກະສິກອນ ອິນເດຍ ສ່ວນໜຶ່ງ ໄດ້ສະແດງຄວາມ ເປັນຫ່ວງ ຕໍ່ການສະໜອງ ຝຸ່ນເຄມີ ແລະ ລະດູການປູກພືດ.
ປັດຈຸບັນ, ລັດຖະບານ ອິນເດຍ ພວມດຳເນີນ ມາດຕະການເຊັ່ນ: ຍົກສູງເງິນອຸດໜູນ ແລະ ເພີ່ມທະວີ ການຈັດສັນ ເພື່ອຮັກສາ ສະຖຽນ ລະພາບ ດ້ານການສະໜອງ ຝຸ່ນເຄມີ. ລາຄາ ຝຸ່ນເຄມີ ໃນຕະຫລາດ ປັດຈຸບັນ ໂດຍລວມແລ້ວ ຍັງຄົງໝັ້ນທ່ຽງຢູ່, ແຕ່ເມື່ອລະດູການ ປູກພືດໃກ້ເຂົ້າມາ, ຄວາມຕ້ອງການ ຝຸ່ນເຄມີ ຈະເພີ່ມຂຶ້ນ ຢ່າງວ່ອງໄວ, ເຊິ່ງອາດເຮັດໃຫ້ ຄວາມຂັດແຍ່ງ ລະຫວ່າງ ການສະໜອງ ແລະ ຄວາມຕ້ອງການ ຮຸນແຮງຂຶ້ນຕື່ມ./
KPL