ໂຄງການພັດທະນາຊົນນະບົດ ແບບປະສົມປະສານ ສ້າງຜົນປະໂຫຍດໃຫ້ປະຊາຊົນ 3 ແຂວງພາກໃຕ້

07/04/2026 11:26
ຂປລ ຂປລ. ເປັນເວລາ 5 ປີມານີ້ (2020-2026), ໂຄງການພັດທະ ນາຊົນນະບົດ ແບບປະສົມປະສານ ຢູ່ 3 ແຂວງພາກໃຕ້ ຂອງ ສປປ ລາວ ຄື: ແຂວງຈໍາປາສັກ, ເຊກອງ ແລະ ແຂວງສາລະວັນ ຊຶ່ງໂຄງການດັ່ງ ກ່າວ ໄດ້ປະໂຫຍດໃຫ້ແກ່ປະຊາຊົນ ຄື: ພັດທະນາພື້ນຖານໂຄງລ່າງ ຂອງບ້ານ, ຍົກລະດັບລາຍໄດ້ຂອງ ປະຊາຊົນ, ສ້າງຄວາມເຂັ້ມແຂງ ດ້ານເຕັກນິກກະສິກໍາໃຫ້ປະຊາຊົນ ແລະ ສ້າງຄວາມອາດສາມາດໃຫ້ ການນໍາຂັ້ນບ້ານ.


ຂປລ. ເປັນເວລາ 5 ປີມານີ້ (2020-2026), ໂຄງການພັດທະ ນາຊົນນະບົດ ແບບປະສົມປະສານ ຢູ່ 3 ແຂວງພາກໃຕ້ ຂອງ ສປປ ລາວ ຄື: ແຂວງຈໍາປາສັກ, ເຊກອງ ແລະ ແຂວງສາລະວັນ ຊຶ່ງໂຄງການດັ່ງ ກ່າວ ໄດ້ປະໂຫຍດໃຫ້ແກ່ປະຊາຊົນ ຄື: ພັດທະນາພື້ນຖານໂຄງລ່າງ ຂອງບ້ານ, ຍົກລະດັບລາຍໄດ້ຂອງ ປະຊາຊົນ, ສ້າງຄວາມເຂັ້ມແຂງ ດ້ານເຕັກນິກກະສິກໍາໃຫ້ປະຊາຊົນ ແລະ ສ້າງຄວາມອາດສາມາດໃຫ້ ການນໍາຂັ້ນບ້ານ. ເມື່ອບໍ່ດົນມານີ້, ກົມພັດທະນາ ຊົນນະບົດ ແລະ ຫລຸດຜ່ອນຄວາມ ທຸກຍາກກະຊວງກະສິກໍາ ແລະ ສິ່ງ ແວດລ້ອມ ຮ່ວມກັບອົງການຮ່ວມມື ສາກົນແຫ່ງປະເທດ ສ ເກົາຫລີ ປະ ຈໍາ ສປປ ລາວ ກອຍກາ (KOICA) ໄດ້ຈັດຕັ້ງກອງປະຊຸມປິດໂຄງການ ພັດທະນາຊົນນະບົດ ແບບປະສົມ ປະສານ ຢູ່ 3 ແຂວງພາກໃຕ້ ຂອງ ສປປ ລາວ (The integrated rural development project in three provinces of southern Lao PDR) ແລະ ພິທີການ ມອບຮັບ ສູນຝຶກອົບຮົມເຕັກນິກກະສິກໍາ ພາກໃຕ້ ໂດຍຈັດຂຶ້ນທີ່ສູນຝຶກອົບ ຮົມເຕັກນິກກະສິກໍາ ພາກໃຕ້ ບ້ານ ອີ່ຕູ້ (ຫລັກ 35) ເມືອງປາກຊ່ອງ ແຂວງຈໍາປາສັກ ໂດຍການໃຫ້ ກຽດເຂົ້າຂອງ ທ່ານ ລິນຄໍາ ດວງ ສະຫວັນ ລັດຖະມົນຕີ ກະຊວງກະ ສິກໍາ ແລະ ສິ່ງແວດລ້ອມ, ທ່ານ ຈອງ ຢອງ ຊູ (Jung Yung Soo) ເອກອັກຄະລັດຖະທູດ ແຫ່ງ ປະເທດ ສ ເກົາຫລີ ປະຈໍາ ສປປ ລາວ, ຮອງປະທານປົກຄອງແຂວງ ຈໍາປາສັກ, ເຊກອງ ແລະ ແຂວງ ສາລະວັນ, ຮອງປະ ທານປົກຄອງ ເມືອງເປົ້າໝາຍໂຄງການພ້ອມທັງ ບັນດາຫົວໜ້າກົມກອງກ່ຽວຂ້ອງຢູ່ ຂັ້ນສູນກາງ, ບັນດາຫົວໜ້າພະ ແນກກະສິກໍາ ແລະ ສິ່ງແວດລ້ອມ ຂອງ 3 ແຂວງພາກໃຕ້, ບັນດາ ຫົວໜ້າຫ້ອງການກ່ຽວຂ້ອງຂັ້ນ ເມືອງ 4 ເມືອງເປົ້າໝາຍໂຄງການ; ບັນດາການນໍາຂັ້ນບ້ານ ຂອງ 20 ບ້ານເປົ້າໝາຍໂຄງການ ຕະຫລອດ ເຖິງຄະນະຊ່ຽວຊານຂອງສະຖາ ບັນພັດທະນາຊົນນະບົດ ສ ເກົາ ຫລີ (KIRD), ຜູ້ປະສານງານໂຄງ ການ ຂັ້ນສູນກາງ ແລະ ທ້ອງຖິ່ນ ກໍໄດ້ເຂົ້າຮ່ວມ. ໂຄງການພັດທະນາຊົນນະບົດ ແບບປະສົມປະສານ ຢູ່ 3 ແຂວງ ພາກໃຕ້ ຂອງ ສປປ ລາວ ແມ່ນ ໂຄງການຮ່ວມມື ຂອງກົມພັດທະ ນາຊົນນະບົດ ແລະ ຫລຸດຜ່ອນ ຄວາມທຸກຍາກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ອົງການ ຮ່ວມມືສາກົນແຫ່ງ ປະເທດ ສ ເກົາ ຫລີ ປະຈໍາ ສປປ ລາວ (KOICA) ພາຍໃຕ້ທຶນຊ່ວຍເຫລືອລ້າຂອງ ລັດຖະບານ ປະເທດ ສ ເກົາຫລີ ໃນມູນຄ່າ 9 ລ້ານໂດລາສະຫະລັດ ຊຶ່ງໄລຍະການຈັດຕັ້ງປະຕິບັດໂຄງ ການ ເລີ່ມແຕ່ປີ 2020-2026 ຊຶ່ງມີພື້ນທີ່ໂຄງການ ຢູ່ແຂວງຈໍາ ປາສັກ, ແຂວງເຊກອງ ແລະ ແຂວງ ສາລະວັນ ກວມເອົາ 20 ບ້ານເປົ້າ ໝາຍ ທີ່ນອນຢູ່ເມືອງບາຈຽງຈະ ເລີນສຸກ, ເມືອງປາກຊ່ອງ, ເມືອງ ທ່າແຕງ ແລະ ເມືອງເລົ່າງາມ.

ແນວກໍດີ,ໂຄງການດັ່ງກ່າວໄດ້ນໍາ ເອົາແນວຄວາມຄິດ ແລະ ບົດຮຽນ “Saemaul Undong” ຂອງ ປະເທດ ສ ເກົາຫລີ ມາໝູນໃຊ້ໃຫ້ ສອດຄ່ອງກົມກຽວກັບນະໂຍບາຍ ສາມສ້າງຂອງພັກ ຊຶ່ງໂຄງການ ແມ່ນມີເປົ້າໝາຍພັດທະນາຊົນນະ ບົດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃນເຂດຊົນນະບົດ ໃຫ້ດີຂຶ້ນ ໂດຍມີ 4 ຈຸດປະສົງ ຄື: ພັດທະນາພື້ນຖານໂຄງລ່າງຂອງ ບ້ານ, ຍົກລະດັບລາຍໄດ້ຂອງປະ ຊາຊົນ, ສ້າງຄວາມເຂັ້ມແຂງດ້ານ ເຕັກນິກກະສິກໍາໃຫ້ປະຊາຊົນ ແລະ ສ້າງຄວາມອາດສາມາດໃຫ້ການ ນໍາບ້ານ. ເພື່ອສືບຕໍ່ຮັກສາໝາກ ຜົນຂອງໂຄງການໃຫ້ຍືນຍົງນັ້ນ ຈະຕ້ອງໄດ້ປະຕິບັດດັ່ງຄໍາຂວັນທີ່ ວ່າ “ຫັນການຊ່ວຍເຫລືອສູ່ການ ພັດທະນາທີ່ເຂັ້ມແຂງ ແລະ ຍືນຍົງ ໂດຍຊຸມຊົນເປັນເຈົ້າການ”. ພ້ອມນີ້, ໃນຕອນທ້າຍຂອງ ກອງປະຊຸມ ທ່ານ ຈອງ ຢອງ ຊູ (Jung Yung Soo) ເອກອັກຄະ ລັດຖະທູດ ແຫ່ງປະເທດ ສ ເກົາຫລີ ປະຈໍາ ສປປ ລາວ ກໍໄດ້ຂຶ້ນມອບ ໝາກຜົນຂອງໂຄງການ ໃຫ້ແກ່ 3 ແຂວງເປົ້າໝາຍໂຄງການ ຕາງ ໜ້າຮັບໂດຍຮອງປະທານປົກຄອງ ແຂວງຂອງແຂວງຈໍາປາສັກ, ແຂວງເຊກອງ ແລະ ແຂວງສາລະ ວັນ ໂດຍການຊ້ອງໜ້າເປັນສັກຂີພິ ຍານຂອງ ທ່ານ ລິນຄໍາ ດວງສະ ຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ. ນອກຈາກນັ້ນ, ໃນພິທີປິດໂຄງການພັດທະນາຊົນ ນະບົດແບບປະສົມປະສານ ຢູ່ 3 ແຂວງພາກໃຕ້ ຂອງ ສປປ ລາວ ກໍຍັງມີການວາງສະແດງຮູບພາບ ເຄື່ອນໄຫວຂອງໂຄງການ, ຜົນຜະ ລິດພືດຜັກ ແລະຜະລິດຕະພັນກາເຟ ຂອງສະຫະກອນ. ຫລັງຈາກນັ້ນ, ກໍ ສືບຕໍ່ພິທີ ມອບ-ຮັບ ອາຄານສູນຝຶກ ອົບຮົມເຕັກນິກກະສິກໍາ ພາກໃຕ້ ຊຶ່ງ ມອບໂດຍທ່ານ ຈອງ ຢອງ ຊູ ເອກ ອັກຄະລັດຖະທູດ ແຫ່ງປະເທດ ສ ເກົາຫລີ ປະຈໍາ ສປປ ລາວ ແລະ ຮັບໂດຍທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ.

(ແຫລ່ງຂ່າວຈາກຂ່າວສານກະສິກຳ ແລະ ສິ່ງແວດ ລ້ອມ)

KPL

ຂ່າວອື່ນໆ

    • ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດບົດ-ສາລະຄະດີ

      ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດ

      4/7/2026 11:56:25 AM

      ຂປລ. ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ)

    • ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງບົດ-ສາລະຄະດີ

      ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງ

      4/7/2026 11:53:56 AM

      ຂປລ. ໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກ ສະພາແຫ່ງຊາດ (ສສຊ) ເຂດ ເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະ ຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງ ສຸດ (ອອປສ) ວ່າ: ຕົນເອງ ເຫັນດີເປັນເອກະພາບຕໍ່ແຜນ ບົດລາຍງານການເຄື່ອນໄຫວ ວຽກງານ 5 ປີ (2026- 2030) ຂອງສານປະຊາຊົນສູງສຸດ

    • ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນບົດ-ສາລະຄະດີ

      ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນ

      4/7/2026 11:46:49 AM

      ຂປລ. ໃນໄລຍະເດືອນມີນາ ຫາ ເດືອນພຶດສະພາ ຂອງທຸກໆປີ ປະເທດລາວຈະຜະເຊີນກັບສະ ພາບອາກາດຮ້ອນອົບເອົ້າ ຊຶ່ງບາງ ແຂວງອຸນຫະພູມອາດສູງທະລຸ 40 ອົງສາ ຊຶ່ງສະພາບອາກາດຮ້ອນດັ່ງ ກ່າວ ບໍ່ພຽງແຕ່ສ້າງຄວາມລຳບາກ ໃນການດຳລົງຊີວິດ, ແຕ່ຍັງຕ້ອງ ພົບກັບບາງພະຍາດທີ່ມັກຈະມາ ພ້ອມກັບອາກາດຮ້ອນອີກ, ຍ້ອນ ວ່າລະດູຮ້ອນແມ່ນລະດູທີ່ເໝາະໃນ ການຂະຫຍາຍຕົວຂອງເຊື້ອແບັກ ທີເຣຍບາງຊະນິດ

    •  ຫວນຄືນມູນເຊື້ອການກຳເນີດ  ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບບົດ-ສາລະຄະດີ

      ຫວນຄືນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ

      4/7/2026 11:43:28 AM

      ຂປລ. ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປວງຊົນລາວທັງ ຊາດດຳເນີນພາລະກິດປ່ຽນແປງ ໃໝ່ຢ່າງ ຮອບດ້ານ ແລະ ມີຫລັກ ການຂອງພັກໃນເງື່ອນໄຂສະພາບ ແວດລ້ອມສາກົນ ທີ່ມີການຜັນແປ ໄປຢ່າງໄວວາ ແລະ ສະຫລັບຊັບ ຊ້ອນ ເຊິ່ງມີທັງກາລະໂອກາດທີ່ ເອື້ອອຳນວຍ ແລະ ສິ່ງທ້າທາຍ ທົດສອບນາໆປະການຕໍ່ພາລະກິດ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດຂອງພວກເຮົາ, ພວກ ເຮົາໄດ້ຜະເຊີນໜ້າໂດຍກົງກັບກົນ ອຸບາຍຫັນປ່ຽນ ໂດຍສັນຕິຢ່າງ ຮອບດ້ານຂອງພວກຈັກກະພັດ ແລະ ອິດທິກຳລັງປໍລະປັກ.

    • ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນບົດ-ສາລະຄະດີ

      ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນ

      4/7/2026 11:38:24 AM

      ຂປລ. ທ້າຍເດືອນຜ່ານມາ, ທີ່ ນະຄອນຫລວງໂຕກຽວ ປະເທດ ຍີ່ປຸ່ນ ໄດ້ຈັດງານມະໂຫລານ ແຟຊັນ ແລະ ວັດທະນະທຳລາວ (Lao Fashion and Culture Festival) ເພື່ອປະກອບສ່ວນ ເຂົ້າໃນການສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງສາຍພົວພັນ ທາງການທູດລະຫວ່າງ ລາວ-ຍີ່ປຸ່ນ, ພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫຜະລິດຕະພັນແຜ່ນແພລາວ ໃຫ້ສາ ມາດກ້າວເຂົ້າສູ່ຕະຫລາດສາກົນ ນັບມື້ນັບຫລາຍຂຶ້ນ.

ads
ads

Top