ຂປລ
ຂປລ. ດ້ວຍຄວາມເອົາໃຈໃສ່ ຊຸກຍູ້ທາງດ້ານເຕັກນິກກະສິກຳ ສະອາດຂອງພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອຸດົມໄຊ ກໍຄື ຫ້ອງການກະສິກຳ ແລະ ສິ່ງ ແວດລ້ອມ ເມືອງໄຊ ບວກໃສ່ການ ຕື່ນຕົວຈັດຕັ້ງປະຕິບັດມາດຖານກະ ສິກຳທີ່ດີຂອງປະຊາຊົນບ້ານວຽງ ສາ ສົ່ງຜົນເຮັດໃຫ້ກຸ່ມປູກພືດຜັກ ສະອາດບ້ານດັ່ງກ່າວ ໄດ້ຮັບໃບ ຢັ້ງຢືນມາດຕະຖານກະສິກຳທີ່ດີລາວ.
ຂປລ. ດ້ວຍຄວາມເອົາໃຈໃສ່ ຊຸກຍູ້ທາງດ້ານເຕັກນິກກະສິກຳ ສະອາດຂອງພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອຸດົມໄຊ ກໍຄື ຫ້ອງການກະສິກຳ ແລະ ສິ່ງ ແວດລ້ອມ ເມືອງໄຊ ບວກໃສ່ການ ຕື່ນຕົວຈັດຕັ້ງປະຕິບັດມາດຖານກະ ສິກຳທີ່ດີຂອງປະຊາຊົນບ້ານວຽງ ສາ ສົ່ງຜົນເຮັດໃຫ້ກຸ່ມປູກພືດຜັກ ສະອາດບ້ານດັ່ງກ່າວ ໄດ້ຮັບໃບ ຢັ້ງຢືນມາດຕະຖານກະສິກຳທີ່ດີລາວ. ສິ່ງກໍແມ່ນອີກໜຶ່ງທາງອອກ ໃນການປະກອບສ່ວນເຂົ້າໃນການ ລຶບລ້າງຄວາມທຸກຍາກກໍຄືສ້າງ ລາຍຮັບໝັ້ນຄົງໃຫ້ແກ່ກຸ່ມຜະລິດ ພືດ ຜັກທີ່ດີຂອງບ້ານນີ້. ເມື່ອມໍ່ໆມານີ້, ບ້ານວຽງສາ ເມືອງໄຊ ແຂວງອຸດົມໄຊ ໄດ້ຈັດພິທີ ມອບ-ຮັບໃບຢັ້ງຢືນມາດຕະຖານ ກະສິກໍາທີ່ດີລາວ ໃຫ້ແກ່ກຸ່ມປູກ ພືດຜັກສະອາດບ້ານວຽງສາ.

ເຂົ້າຮ່ວມໃນພິທີ ມີ ທ່ານ ວັນທ່ຽງ ພົມ ມະສຸລິນ ຮອງຫົວໜ້າກົມປູກຝັງ, ທ່ານ ສີວິໄຊ ບຸນສະຫວັນ ຮອງຫົວ ໜ້າພະແນກກະສິກໍາ ແລະ ສິ່ງແວດ ລ້ອມແຂວງ, ທ່ານ ພົມມະສຸກ ມອນຈັນດີ ຮອງປະທານຄະນະກໍາ ມະການປົກຄອງເມືອງໄຊ, ທ່ານ ອາດຳສະຕາ ຫົວໜ້າສິ່ງແວດ ລ້ອມອົງການສະຫະປະຊາຊາດ ປະຈຳ ສປປ ລາວ ຫລື (UNDP), ມີຕາງໜ້າຈາກໂຄງການຟາມ (FARM), ພ້ອມດ້ວຍຕ່າງໜ້າ ຈາກກົມປູກຝັງ, ພະແນກກ່ຽວຂ້ອງ ຂອງແຂວງອຸດົມໄຊ, ຫ້ອງການ ປະຈຳເມືອງໄຊ, ຄະນະປົກຄອງ ບ້ານ, ປະຊາຊົນ ແລະ ສະມາຊິກ ກຸ່ມປູກຜັກສະອາດ ບ້ານວຽງສາ ເຂົ້າຮ່ວມ. ພິທີມອບ “ໃບຢັ້ງຢືນ ມາດຕະຖານກະສິກໍາທີ່ດີລາວ” ໃນຄັ້ງນີ້ ໂດຍ ທ່ານ ວັນທ່ຽງ ພົມ ມະສຸລິນ ແລະ ຮັບໃບຢັ້ງຢືນ ໂດຍ ຄະນະປົກຄອງຂອງບ້ານວຽງສາ, ຮ່ວມເປັນສັກຂີພິຍານ ຂອງທ່ານ ສີວິໄຊ ບຸນສະຫວັນ, ທ່ານ ພົມມະສຸກ ມອນຈັນດີ, ທ່ານ ອາດຳ ສະຕາ, ການຊຸກຍູ້ ແລະ ສົ່ງເສີມ ການຜະລິດກະສິກໍາທີ່ດີຂອງບ້ານ ວຽງສາ ມີ 40 ກວ່າຄອບຄົວ ທີ່ ເຮັດການຜະລິດພືດຜັກ ໃນເນື້ອທີ່ ປະມານ 5,29 ເຮັກຕາ ສາມາດ ຜະລິດໄດ້ 2 ລະດູ ໃນນັ້ນ ຜົນຜະ ລິດສະເລ່ຍ 129,83 ໂຕນຕໍ່ປີ ສາ ມາດຕອບສະໜອງພືດຜັກພາຍໃນ ແຂວງ ແລະ ສົ່ງອອກແຂວງໃກ້ ຄຽງຈຳນວນໜຶ່ງ.

ໂອກາດດັ່ງກ່າວ, ທ່ານ ຄຳແສງ ອາລີ ຮອງປະທານຄະນະປົກຄອງ ແຂວງອຸດົມໄຊ ໄດ້ໃຫ້ກຽດເປີດ ປ້າຍ ແລະ ຢ້ຽມຢາມສວນຜັກ ຂອງສະມາຊິກກຸ່ມປູກຜັກສະອາດ ບ້ານວຽງສາ ແລະ ຍັງໄດ້ໂອ້ລົມ ສະມາຊິກກຸ່ມປູກຜັກສະອາດ ໃຫ້ ສືບຕໍ່ພັດທະນາການຜະລິດໃຫ້ເຂັ້ມ ງວດຕາມມາດຕະຖານ, ຂະຫຍາຍ ສະມາຊິກ ແລະ ເຮືອນຮົ່ມ, ພ້ອມ ທັງວາງແຜນການຜະລິດໃຫ້ສອດ ຄ່ອງກັບຕະຫລາດ ເພື່ອຍົກສູງ ລາຍຮັບ ແລະ ຮັບປະກັນຜັກປອດ ໄພໃຫ້ສັງຄົມ ຊຶ່ງການຜະລິດທີ່ສາ ມາດຕອບໂຈດໄດ້ເປັນຢ່າງດີ ພ້ອມ ທັງຮັກສາສິ່ງແວດລ້ອມ ເຮັດໃຫ້ ມີຄວາມຢືນຍົງ, ການມອບໃບຢັ້ງ ຢືນໃນຄັ້ງນີ້ ນັບເປັນກ້າວສຳຄັນ ໃນການຍົກລະດັບການຜະລິດກະ ສິກໍາຂອງບ້ານວຽງສາ ໃຫ້ກ້າວ ໄປສູ່ການຜະລິດສະອາດ ແລະ ສອດຄ່ອງກັບນະໂຍບາຍການພັດ ທະນາກະສິກໍາສີຂຽວຂອງແຂວງ ອຸດົມໄຊ ກໍຄືປະເທດໃນອະນາຄົດ.
ແຫລ່ງຂໍ້ມູນ: ຂ່າວສານ ກະສິກຳ ແລະ ສິ່ງແວດລ້ອມ.
KPL