ຂປລ
ຂປລ. ເສດຖະກິດມໍລະດົກ ມີ ຄວາມໝາຍ ແລະ ນິຍາມກວ້າງຂວາງ, ກ່ອນອື່ນຕ້ອງເຂົ້າໃຈຄວາມໝາຍຂອງ “ມໍລະດົກ” ທີ່ໝາຍເຖິງທຸກສິ່ງທຸກ ຢ່າງທີ່ເປັນວັດຖຸນິວັດຖຸທີ່ມີຄຸນຄ່າ ທີ່ ພວກເຮົາໄດ້ຮັບການສືບທອດມາຈາກ ບັນພະບູລຸດ. ມໍລະດົກບໍ່ພຽງແຕ່ເປັນ ເອກະລັກຂອງຊາດເທົ່ານັ້ນ, ແຕ່ຍັງ ເປັນຊັບສິນ ຫລື ສົມບັດທີ່ມີຄຸນຄ່າທີ່ ສາມາດນໍາໃຊ້ເປັນທ່າແຮງໃນການ ພັດທະນາເສດຖະກິດ-ສັງຄົມຂອງປະ ເທດ.

ຂປລ. ເສດຖະກິດມໍລະດົກ ມີ
ຄວາມໝາຍ ແລະ ນິຍາມກວ້າງຂວາງ,
ກ່ອນອື່ນຕ້ອງເຂົ້າໃຈຄວາມໝາຍຂອງ
“ມໍລະດົກ” ທີ່ໝາຍເຖິງທຸກສິ່ງທຸກ
ຢ່າງທີ່ເປັນວັດຖຸນິວັດຖຸທີ່ມີຄຸນຄ່າ ທີ່
ພວກເຮົາໄດ້ຮັບການສືບທອດມາຈາກ
ບັນພະບູລຸດ. ມໍລະດົກບໍ່ພຽງແຕ່ເປັນ
ເອກະລັກຂອງຊາດເທົ່ານັ້ນ, ແຕ່ຍັງ
ເປັນຊັບສິນ ຫລື ສົມບັດທີ່ມີຄຸນຄ່າທີ່
ສາມາດນໍາໃຊ້ເປັນທ່າແຮງໃນການ
ພັດທະນາເສດຖະກິດ-ສັງຄົມຂອງປະເທດ. ດັ່ງນັ້ນ, ເສດຖະກິດມໍລະດົກ ຈຶ່ງໝາຍເຖິງຂະບວນການຫັນປ່ຽນມໍລະດົກວັດທະນະທໍາ, ປະຫວັດສາດ, ສະ
ຖາປັດຕະຍະກໍາ, ສິລະປະ ມາປັບໃຊ້
ໃນຮູບແບບການຜະລິດ ແລະ ບໍລິການ
ໃຫ້ເກີດລາຍຮັບ ແລະ ຍັງຮັກສາເອກະ
ລັກທາງສັງຄົມ ແລະ ຄວາມຕໍ່ເນື່ອງທາງປະຫວັດສາດ; ເປັນການປະສານ
ລະຫວ່າງ “ການຮັກສາອະດີດ” ແລະ
“ການສ້າງອະນາຄົດ” ໃຫ້ເກີດຜົນ
ປະໂຫຍດ ທັງທາງເສດຖະກິດ ແລະ
ສັງຄົນ. ສະນັ້ນ, ເສດຖະກິດມໍລະດົກ
ຈຶ່ງມີບົດບາດສໍາຄັນຫລາຍໃນການ
ສ້າງເສດຖະກິດໃຫ້ມີການເຕີບໂຕຢ່າງ
ຮອບດ້ານ ແລະ ມີຄວາມຍືນຍົງ ເປັນ
ຕົ້ນ ແມ່ນຊ່ວຍສ້າງວຽກເຮັດງານທໍາ
ແລະ ສ້າງລາຍໄດ້ໃຫ້ກັບຊຸມຊົນ ໃນ
ທ້ອງຖິ່ນ ແລະ ປົກປ້ອງຄຸນຄ່າວັດທະ
ນະທໍາທີ່ອາດຈະສູນເສຍໄປກັບການ
ເຕີບໂຕທາງອຸດສາຫະກໍາ.
ນັບແຕ່ສັດຕະວັດທີ 21, ແນວ
ຄວາມຄິດທາງດ້ານມໍລະດົກເສດຖະ
ກິດ ແມ່ນໄດ້ເລີ່ມມີຄວາມໂດດເດັ່ນ
ຂຶ້ນ, ປະເທດຕ່າງໆ ໄດ້ຊອກຫາວິທີ
ການເຊື່ອມໂຍງການອະນຸລັກວັດທະ
ນະທໍາເຂົ້າກັບການພັດທະນາແບບຍືນຍົງ.

ດັ່ງນັ້ນ, ບົດບາດ ແລະ ຄວາມສໍາ
ຄັນຂອງມໍລະດົກທາງດ້ານເສດຖະກິດແມ່ນນັບມື້ນັບເພີ່ມຂຶ້ນ ເປັນຕົ້ນ ແມ່ນ
ການຮັກສາຄວາມເປັນເອກະລັກ ທີ່
ຈະຊ່ວຍເສີມສ້າງຄວາມຕໍ່ເນື່ອງທາງ
ດ້ານວັດທະນະທໍາ, ການລວມເອົາ
ຮີດຄອງປະເພນີເຂົ້າກັບນະວັດຕະກໍາ
ສະໄໝໃໝ່, ການສົ່ງເສີມການເຕີບ
ໂຕແບບຍືນຍົງ ແລະ ຍັງເປັນການສະ
ໜັບສະໜູນເສດຖະກິດທ້ອງຖິ່ນ ໂດຍ
ສະເພາະໃນເຂດຊົນນະບົດ ບ່ອນທີ່ມີ
ຫັດຖະກໍາພື້ນເມືອງ, ກະສິກໍາ ຫລື ການ
ທ່ອງທ່ຽວ ທີ່ສາມາດເຊື່ອມໂຍງວັດ
ທະນະທໍາເຂົ້າກັບການດໍາລົງຊີວິດ
ແລະ ຍັງເປັນການເພີ່ມທະວີພະລັງ
ສ້າງສັນ (Soft Power) ແລະ ອຸດ
ສາຫະກໍາສ້າງສັນໂດຍການຫັນປ່ຽນ
ມໍລະດົກໃຫ້ເປັນໂອກາດທາງດ້ານ
ເສດຖະກິດ. ຕົວຢ່າງ: ໃນປະເທດ
ຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງ
ຈະແຈ້ງວ່າ ອຸດສາຫະກໍາທີ່ອີງໃສ່ມໍ
ລະດົກ ແມ່ນມີຕັ້ງແຕ່ສິລະປະການ
ສະແດງ ແລະ ຫັດຖະກໍາແບບດັ່ງເດີມ
ຈົນເຖິງການນໍາໃຊ້ເຕັກໂນໂລຊີເຂົ້າ
ຊ່ວຍ ເຊັ່ນ: ການນໍາ ສະເໜີຫໍພິພິທະພັນ
ແບບດີຈິຕອນ ເຊິ່ງໄດ້ກາຍເປັນອົງປະ
ກອບສໍາຄັນທີ່ປະກອບສ່ວນຕໍ່ການ
ເຕີບໂຕຂອງ ເສດຖະກິດ.

ສໍາລັບບັນດາປະເທດກໍາລັງພັດ
ທະນາທີ່ມີຊັບພະຍາກອນວັດທະນະ
ທໍາອຸດົມສົມບູນ ແຕ່ມີພື້ນຖານອຸດສາ
ຫະກໍາທີ່ຈໍາກັດ, ເສດຖະກິດມໍລະດົກ
ເປັນອີກທາງເລືອກໜຶ່ງທີ່ມີຄວາມ
ເປັນເອກະລັກສະເພາະ ທີ່ນໍາໄປສູ່
ການພັດທະນາເສດຖະກິດທີ່ຫລາກ
ຫລາຍ ແລະ ຍືນຍົງ ເຊິ່ງສອດຄ່ອງ
ກັບການເພີ່ມທະວີສິດອໍານາດຂອງ
ຊຸມຊົນ ແລະ ຄວາມຍືນຍົງທາງວັດທະ
ນະທໍາ ເພາະມໍລະດົກທາງດ້ານເສດ
ຖະກິດເປັນຊັບພະຍາກອນຍຸດທະສາດ
ສໍາລັບການພັດທະນາແບບຍືນຍົງ
ແລະ ມີສ່ວນຮ່ວມ ພ້ອມທັງສົ່ງເສີມ
ເອກະລັກແຫ່ງຊາດ, ການດໍາລົງຊີວິດ
ຂອງປະຊາຊົນຢູ່ເຂດຊົນນະບົດ ແລະ
ຄວາມສາມັກຄີໃນສັງຄົມ.

ທັງນີ້ກໍ
ຍ້ອນວ່າ ເສດຖະກິດມໍລະດົກ ແມ່ນ
ມີລັກສະນະຕິດພັນ ແລະ ເປັນຂອງ
ຊຸມຊົນ ເຊິ່ງຊຸມຊົນ ທ້ອງຖິ່ນບໍ່ພຽງ
ແຕ່ເປັນຜູ້ໄດ້ຮັບຜົນປະໂຫຍດ, ແຕ່
ຍັງເປັນຜູ້ມີບົດບາດຫລັກໃນການ
ຮັກສາ, ປົກປ້ອງ ແລະ ເສີມຂະຫຍາຍ
ຄຸນຄ່າຂອງມໍລະດົກອີກດ້ວຍ; ເມື່ອ
ປະຊາຊົນໄດ້ຮັບສິດໃນການມີສ່ວນ
ຮ່ວມໃນການຄຸ້ມຄອງ ແລະ ໄດ້ຮັບ
ຜົນປະໂຫຍດຈາກມໍລະດົກ, ພວກເຂົາ
ເຈົ້າຈະເປັນເຈົ້າການ ແລະ ມີສະຕິໃນ
ການປົກປັກຮັກສາ ດ້ວຍຄວາມສະ
ໝັກໃຈຕໍ່ມໍລະດົກນັ້ນ. ສະນັ້ນ, ຫລັກ
ມູນພື້ນຖານຂອງການພັດທະນາເສດ
ຖະກິດມໍລະດົກ ແມ່ນການປະສານ
ສົມທົບຢ່າງກົມກຽວ ລະຫວ່າງການ
ອະນຸລັກຮັກສາ ແລະ ການພັດທະນາ,
ຖ້າຫາກພຽງ ແຕ່ເນັ້ນໜັກການເສີມ
ຂະຫຍາຍຄຸນຄ່າທາງດ້ານເສດຖະກິດ
ຢ່າງດຽວ, ມໍລະດົກອາດຈະເສື່ອມ
ໂຊນ, ສູນເສຍຮູບຮ່າງ ຫລື ສູນຫາຍ
ໄປ. ໃນທາງກົງກັນຂ້າມ, ຖ້າຫາກ
ພຽງແຕ່ອະນຸລັກຮັກສາຢ່າງບໍລິສຸດ
ໂດຍບໍ່ຊອກຫາວິທີການເສີມຂະຫຍາຍ
ມູນຄ່າ, ກໍຈະກາຍເປັນພາລະໃຫ້ແກ່ຊຸມ
ຊົນ ແລະ ເສດຖະກິດພາຍໃນປະເທດ.
KPL