ຫລາຍກວ່າ 40 ປະເທດ ຈະຊ່ວຍກໍາປັ່ນ 2.000 ລໍາ ທີ່ຕິດຄ້າງ ຢູ່ຊ່ອງແຄບທະເລຮໍມຸດ

07/04/2026 14:53
ຂປລ ຫລາຍກວ່າ 40 ປະເທດ ເຂົ້າຮ່ວມກອງປະຊຸມ ທາງໄກ ໂດຍມີທ່ານ Yvette Cooper ລັດຖະມົນຕີ ການຕ່າງປະເທດ ອັງກິດ ເປັນປະທານ ເພື່ອປຶກສາຫາລື ບັນດາ ມາດຕະການເປີດເສັ້ນທາງຂົນສົ່ງ ຜ່ານຊ່ອງແຄບ ທະເລຮໍມຸດ ຄືນໃໝ່ ແລະ ສ.ອາເມລິກາ ບໍ່ໄດ້ເຂົ້າຮ່ວມ.

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ຫລາຍກວ່າ 40 ປະ​ເທດ ເຂົ້າ​ຮ່ວມກອງ​ປະ​ຊຸມ​ ທາງ​ໄກ ໂດຍ​ມີທ່ານ  Yvette Cooper ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ ອັງ​ກິດ ​ເປັນ​ປະ​ທານ ເພື່ອປຶກ​ສາ​ຫາ​ລື​ ບັນ​ດ​າ ​ມາດ​ຕະ​ການ​ເປີດ​ເສັ້ນ​ທາງ​ຂົນ​ສົ່ງ​ ຜ່ານ​ຊ່ອງ​ແຄບ​ ທະ​ເລຮໍມຸດ ຄືນ​ໃໝ່ ແລະ  ສ.ອາ​ເມ​ລິ​ກາ ບໍ່ໄດ້ເຂົ້າຮ່ວມ.

ຈາກ​ ສະ​ພາບ​ການ​ຕົວ​ຈິງ, ບັນ​ດາ​ປະ​ເທດ ໄດ້​ສຸມ​ໃສ່ ​ບັນ​ດາ ​ມາດ​ຕ​ະ​ການ​ ທາງ​ການ​ທູດ ແລະ ແຜນ​ການ​ປະ​ສານ​ສົມ​ທົບ​ສາ​ກົນ, ລວມ​​ມີ ການ​ລະ​ດົມ ​ບັນ​ດາ​ ເຄື່ອງ​ມື​ທາງ​ການ​ທູດ ແລະ ເສດ​ຖະ​ກິດ​, ​ເຮັດ​ໃຫ້​ ບັນ​ດາ​ວິ​ສາ​ຫະ​ກິດ, ບັນ​ດາ ​ບໍ​ລິ​ສັດ​ປະ​ກັນ​ໄພ ແລະ ຕະຫລາດ​ພະ​ລັງ​ງານ​ ມີ​ຄວາມ​ອຸ່​ນ​ອ່ຽນ​ໃຈ, ພ້ອມ​ທັງ​ ຜັນ​ຂະ​ຫຍາຍ ​ບັນ​ດາ​ ການ​ເຄື່ອ​ນ​ໄຫວ ແນ​ໃສ່​ຮັບ​ປະ​ກັນ ​ຄວາມ​ປອດ​ໄພ ​ໃຫ້​ແກ່ ຈຸ​ເຮືອ​ປະ​ມານ 20.000 ຄົນ ທີ່ຕິດ​ຄ້າງ​​ ໃນ​ກໍາ​ປັ່ນ​ເກືອບ 2.000 ລໍາ​ ຢູ່​ຊ່ອງ​ແຄບ​ທະ​ເລ​ດັ່ງ​ກ່າວ, ກໍ​ຄື ການ​ເພີ່ມ​ທະ​ວີ​ ການ​ສົມ​ທົບ​ ທົ່ວ​ໂລກ​ ເພື່ອ​ສາ​ມາດ ​ເປີດ​ຊ່ອງ​ແຄບ​ ທະ​ເລຮໍມຸດ ຢ່າງ​ປອດ​ໄພ ແລະ ຍືນ​ຍົງ.

ບັນ​ດາ​ ແຜນ​ການ​ກູ້​ຊ່ວຍ​ ກໍາ​ປັ່ນ​ທີ່​ຖືກ​ຕິດ​ຄ້າງ​ ຢູ່​ຊ່ອງ​ແຄບ ​ທະ​ເລຮໍມຸດ ຈະ​ໄດ້​ນຳ​ມາ​ ປຶກ​ສາ​ຫາ​ລື ​ໃນ​ກອງ​ປະ​ຊຸມ ​​ປະ​ສານ​ງານ​​ ການ​ທະ​ຫານ​ ທົ່ວ​ໂລກ. ຄາດ​ວ່າ ​​​ດຳ​ເນີນ ​ໃນ​ວັນ​ທີ 07 ເມ​ສາ ນີ້, ຢູ່ Northwood, ທາງ​ທິດ​ຕາ​ເວັນ​ຕົກ ​ສ່ຽງ​ເໜືອ ລອນດອນ (ອັງກິດ), ພາຍ​ໃຕ້​ ການ​ເປັນ​ປະ​ທານ​ ຂອງ ກອງ​ບັນ​ຊາ​ການ​ ທະ​ຫານ​ ປະ​ສົມ ​ປະ​ຈຳ​ການ​ຂອງ ອັງ​ກິດ. /

KPL

ຂ່າວອື່ນໆ

ads
ads

Top