ຂປລ
ກອງປະຊຸມ ສາກົນຮ່ວມ ສ.ເກົາຫລີ-ສ.ອາເມລິກາ ກ່ຽວກັບ ການຕ້ານການກໍ່ການຮ້າຍ ໄຂຂຶ້ນ ໃນວັນທີ 06 ເມສາ ຜ່ານມາ, ຢູ່ນະຄອນ Incheon ຂອງ ສ.ເກົາຫລີ ເປັນເວລາ 5 ວັນ, ເພື່ອເຕົ້າໂຮມ ບັນດາ ນັກຊ່ຽວຊານ ແລະ ກຳລັງຮັບໜ້າທີ່ພິເສດ ລວມມີິ 150 ຄົນ
ຂປລ. ວິທະຍຸ ກະຈາຍສຽງ ຫວຽດນາມ: ກອງປະຊຸມ ສາກົນຮ່ວມ ສ.ເກົາຫລີ-ສ.ອາເມລິກາ ກ່ຽວກັບ ການຕ້ານການກໍ່ການຮ້າຍ ໄຂຂຶ້ນ ໃນວັນທີ 06 ເມສາ ຜ່ານມາ, ຢູ່ນະຄອນ Incheon ຂອງ ສ.ເກົາຫລີ ເປັນເວລາ 5 ວັນ, ເພື່ອເຕົ້າໂຮມ ບັນດາ ນັກຊ່ຽວຊານ ແລະ ກຳລັງຮັບໜ້າທີ່ພິເສດ ລວມມີິ 150 ຄົນ ທີ່ມາຈາກເກືອບ 20 ປະເທດ, ໃນນັ້ນລວມມີ ສ.ອາເມລິກາ, ອົດສະຕຣາລີ, ການາດາ ແລະ ຟີລິບປິນ.
ນີ້ຖືວ່າ ເປັນຄັ້ງທຳອິດ ໃນການຈັດ 2 ຂໍ້ລິເລີມໃຫຍ່ “ເວທີປາໄສການສຶກສາ ຕ້ານການກໍ່ການຮ້າຍສາກົນ” ປະຈຳປີ ຂອງ ສ.ເກົາຫລີ ແລະ ກອງປະຊຸມສຳມະນາ ກຳລັງຮັບໜ້າທີ່ພິເສດ ຂັ້ນສູງຫລາຍຝ່າຍ (SLS) ຂອງ ສ.ອາເມລິກາ - ທີ່ສົມທົບກັນຈັດຂຶ້ນ, ເຊິ່ງສະແດງໃຫ້ເຫັນເຖິງ ລະດັບ ບຸລິມະສິດ ນັບມື້ນັບສູງຂຶ້ນ ກ່ຽວກັບ ການຮ່ວມມືຫລາຍຝ່າຍ ໃນການປ້ອງກັນ, ຕ້ານບັນດາໄພນາບຂູ່ ດ້ານຄວາມໝັ້ນຄົງໃໝ່.
ເປົ້າໝາຍຕົ້ນຕໍ ຂອງ ກອງປະຊຸມ ແມ່ນປຶກສາຫາລື ບັນດາ ມາດຕະການຮັບມືລວມ ຕໍ່ໜ້າບັນດາ ຮູບແບບ ກໍ່ການຮ້າຍໃໝ່ ການນໍາໃຊ້ປັນຍາປະດິດ (AI); ສຸມໃສ່ສ້າງຮູບແບບເໝືອນຈິງ ກໍຄື ການຍົກສູງ ຄວາມສາມາດ ສົມທົບກັນ ແລະ ການກະທົບຕອບ ລະຫວ່າງ ບັນດາລັດຖະບານ./
KPL