ໂອເປກບວກ ຈະເພີ່ມກຳລັງ ການຜະລິດນໍ້າມັນດີບ

07/04/2026 14:53
ຂປລ ກຸ່ມປະເທດ ຜູ້ສົ່ງອອກ ນໍ້າມັນ ແລະ ພັນທະມິດ ຫລື ໂອເປກພລັສ(OPEC+) ມີມະຕິເຫັນດີ ເພີ່ມກຳລັງ ການຜະລິດ ນໍ້າມັນດີບ 206.000 ຖັງຕໍ່ວັັນ ໃນເດືອນພືດສະພານີ້.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ກຸ່ມປະເທດ ຜູ້ສົ່ງອອກ ນໍ້າມັນ ແລະ ພັນທະມິດ ຫລື ໂອເປກພລັສ(OPEC+) ມີມະຕິເຫັນດີ ເພີ່ມກຳລັງ ການຜະລິດ ນໍ້າມັນດີບ 206.000 ຖັງຕໍ່ວັັນ ໃນເດືອນພືດສະພານີ້.

ການປະກາດ ດັ່ງກ່າວ ມີຂຶ້ນ ພາຍຫລັງ ກອງປະຊຸມ ຜ່ານລະບົບ ວິດີໂອ ຄອນເຟີເຣນຊ ຊຶ່ງປະກອບດ້ວຍ ປະເທດສະມາຊິກຫລັກ ໄດ້ແກ່ ອາຣັບບີ ຊາອຸດິດ, ຣັດເຊຍ, ອີຣັກ, ສະຫະນະຄອນ ເອເມເຣັດອາຣັບ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ເພື່ອທົບທວນ ສະຖານະການ ແລະ ທ່າອຽງຕະຫລາດໂລກ ທ່າມກາງຄວາມຂັດແຍ່ງ ທາງທະຫານ ໃນເຂດຕາເວັນອອກກາງ ທັງ 8 ປະເທດ, ໃນນັ້ນ ໄດ້ເນັ້ນໜັກເຖິງ ຄວາມສຳຄັນ ຂອງ ການຮັກສາເສັ້ນທາງ ການແລ່ນກຳປັ່ນ ລະຫວ່າງ ປະເທດ, ເພື່ອໃຫ້ການສົ່ງພະລັງງານເປັນໄປຢ່າງດີ.

KPL

ຂ່າວອື່ນໆ

ads
ads

Top