ຂປລ
ນັກຂ່າວ ທ້ອງຖິ່ນ ຂອງ ອິນໂດເນເຊຍ ລາຍງານວ່າ: ລັດຖະບານ ອິນໂດເນເຊຍ ໄດ້ປັບເພີ່ມ ຄ່າທຳນຽມ ສຳລັບ ການຍື່ນ ຂໍສັນຊາດ ຫລາຍລາຍການ, ພາຍໃຕ້ກົດລະ ບຽບໃໝ່ ໂດຍຈະມີຜົນ ບັງຄັບໃຊ້ ໃນວັນທີ 1 ສິງຫານີ້.
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ນັກຂ່າວ ທ້ອງຖິ່ນ ຂອງ ອິນໂດເນເຊຍ ລາຍງານວ່າ: ລັດຖະບານ ອິນໂດເນເຊຍ ໄດ້ປັບເພີ່ມ ຄ່າທຳນຽມ ສຳລັບ ການຍື່ນ ຂໍສັນຊາດ ຫລາຍລາຍການ, ພາຍໃຕ້ກົດລະ ບຽບໃໝ່ ໂດຍຈະມີຜົນ ບັງຄັບໃຊ້ ໃນວັນທີ 1 ສິງຫານີ້.
ບົດລາຍງານ ລະບຸວ່າ ຄ່າທຳນຽມ ການຍື່ນຂໍ ສັນຊາດ ອິນໂດເນເຊຍ ຜ່ານຂະບວນການ ຫັນປ່ຽນ ສັນຊາດດ້ວຍການສົມລົດ (ແຕ່ງງານ) ຈະເພີ່ມຂຶ້ນ 66,7% ຈາກ 15 ລ້ານຣູເປຍ ເປັນ 25 ລ້ານຣູເປຍ. ສ່ວນຄ່າທຳນຽມ ສຳລັບ ຊາວຕ່າງປະເທດ ທີ່ຍື່ນຂໍປ່ຽນສັນຊາດ ຈະເພີ່ມຂຶ້ນ ຈາກເດີມ 50 ລ້ານຣູເປຍ ເປັນ 75 ລ້ານຣູເປຍ)./
KPL