ຂປລ
ທ່ານ ປາໂບໂວ ຊູບີອັນໂຕ ປະທານາທິບໍດີ ອິນໂດເນເຊຍ ເປີດເຜີຍ ໃນລະຫວ່າງ ເຂົ້າຮ່ວມງານ ເກັບກ່ຽວ ອ້ອຍ ຢູ່ແຂວງ ຈາວາຕາເວັນອອກ ກ່າວວ່າ: ລັດຖະບານ ອິນໂດເນເຊຍ ໄດ້ຕັ້ງເປົ້າໝາຍ ດຳເນີນ ໂຄງການປູກ ຕົ້ນອ້ອຍໃໝ່ ທົ່ວປະເທດ ໃຫ້ສຳເລັດ ໃນໄລຍະ 2 ປີ
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ປາໂບໂວ ຊູບີອັນໂຕ ປະທານາທິບໍດີ ອິນໂດເນເຊຍ ເປີດເຜີຍ ໃນລະຫວ່າງ ເຂົ້າຮ່ວມງານ ເກັບກ່ຽວ ອ້ອຍ ຢູ່ແຂວງ ຈາວາຕາເວັນອອກ ກ່າວວ່າ: ລັດຖະບານ ອິນໂດເນເຊຍ ໄດ້ຕັ້ງເປົ້າໝາຍ ດຳເນີນ ໂຄງການປູກ ຕົ້ນອ້ອຍໃໝ່ ທົ່ວປະເທດ ໃຫ້ສຳເລັດ ໃນໄລຍະ 2 ປີ, ຫລັງຈາກ ຕົ້ນອ້ອຍເກົ່າ ຖືກປະໄວ້ ເປັນເວລາ ຫລາຍກວ່າ 10 ປີ ໂດຍບໍ່ມີ ການປູກໃໝ່ ໃນຂອບເຂດ ຂະໜາດໃຫຍ່.
ທ່ານ ແອນດີ ອຳຣານ ສຸໄລມານ ລັດຖະມົນຕີ ກະຊວງ ກະສິກຳຂອງ ອິນໂດເນເຊຍ ກ່າວວ່າ ບໍ່ມີການປູກອ້ອຍໃໝ່ ໃນຂອບເຂດ ຂະໜາດໃຫຍ່ເລີຍ ຕະຫລອດໄລຍະ 12 ປີຜ່ານມາ. ດັ່ງນັ້ນ, ລັດຖະບານ ອິນໂດເນເຊຍ ຈຶ່ງໄດ້ຮີບຮ້ອນ ຫລຸດໄລຍະເວລາ ຂອງ ໂຄງການດັ່ງກ່າວ ລົງຈາກ 4 ປີ ໃຫ້ເຫລືອພຽງ 2 ປີ.
ໂຄງການປູກຕົ້ນອ້ອຍໃໝ່ນີ້ ເພື່ອເພີ່ມທະວີ ການຜະລິດ ນ້ຳຕານ ພາຍໃນປະເທດ ແລະ ສະໜັບສະໜູນການພັດທະນາ ເຊື້ອໄຟ ໄບໂອເອທານອນ (bioethanol) ຕາມຄວາມພະຍາຍາມ ສົ່ງເສີມ ການກຸ້ມຕົນເອງ ດ້ານສະບຽງອາຫານ ແລະ ພະລັງງານ ຂອງ ອິນໂດເນເຊຍ./
KPL