ສ.ອາເມລິກາ ເລັ່ງຈຳກັດໄລຍະເວລາ ພັກອາໄສ ນັກສຶກສາຕ່າງປະເທດ

21/07/2026 17:51
Email Print 110
ຂປລ ກະຊວງ ຄວາມໝັ້ນຄົງ ແຫ່ງມາຕຸພູມ ຂອງສ.ອາເມລິກາ ໄດ້ປະກາດ ແຜນການ ຍົກລະດັບ ການຈຳກັດ ໄລຍະເວລາ ພັກອາໄສ ຕາມກົດໝາຍ ຂອງ ນັກສຶກສາຕ່າງປະເທດ (ວີຊ້າ F) ແລະ ຜູ້ເຂົ້າຮ່ວມ ໂຄງການ ແລກປ່ຽນຕ່າງໆ (ວີຊ້າ J) ໃນສ.ອາເມລິກາ ໃຫ້ຢູ່ໄດ້ບໍ່ເກີນ 4 ປີ

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ກະຊວງ ຄວາມໝັ້ນຄົງ ແຫ່ງມາຕຸພູມ ຂອງສ.ອາເມລິກາ ໄດ້ປະກາດ ແຜນການ ຍົກລະດັບ ການຈຳກັດ ໄລຍະເວລາ ພັກອາໄສ ຕາມກົດໝາຍ ຂອງ ນັກສຶກສາຕ່າງປະເທດ (ວີຊ້າ F) ແລະ ຜູ້ເຂົ້າຮ່ວມ ໂຄງການ ແລກປ່ຽນຕ່າງໆ (ວີຊ້າ J) ໃນສ.ອາເມລິກາ ໃຫ້ຢູ່ໄດ້ບໍ່ເກີນ 4 ປີ, ຍົກເວັ້ນ ແຕ່ຈະໄດ້ຮັບການຕໍ່ເວລາ ຈາກ ລັດຖະບານກາງ.

ບົດລາຍງານດັ່ງກ່າວ ລະບຸວ່າ ກົດລະບຽບ ດັ່ງກ່າວ ຈະຊ່ວຍ ຈຳກັດ ໄລຍະເວລາ ພັກອາໄສ ຕາມສະຖານະ(Duration of Status-D/S) ເຊິ່ງອະນຸຍາດໃຫ້ ນັກສຶກສາ ຕ່າງປະເທດ, ຜູ້ເຂົ້າຮ່ວມ ໂຄງການ ແລກປ່ຽນ ແລະ ບຸກຄົນອື່ນໆ ສາມາດ ພັກອາໄສ ໃນສ.ອາເມລິກາ ໄດ້ຢ່າງຕໍ່ເນື່ອງ ໂດຍບໍ່ມີການ ກຳກັບດູແລ ເປັນປະຈຳ ຈາກລັດຖະ ບານສ.ອາເມລິກາ.

ເຖິງຢ່າງໃດກໍຕາມ, ໄລຍະເວລາ ພັກອາໄສ ຕາມສະຖານະ ອະນຸຍາດໃຫ້ ຊາວຕ່າງປະເທດ ພັກຢູ່ ໃນ ສ.ອາ ເມລິກາ ໄດ້ຢ່າງຕໍ່ເນື່ອງ ໃນໄລຍະ ທີ່ຍັງປະຕິບັດ ຕາມເປົ້າໝາຍ ຂອງ ວີຊ້າ ຢ່າງຖືກຕ້ອງ ໂດຍບໍ່ມີ ການກຳນົດ ວັນເວລາສິ້ນສຸດ ແລະ ວັນເດີນທາງອອກຈາກ ປະເທດ ທີ່ແນ່ນອນ./

KPL

ຂ່າວອື່ນໆ

ads
ads

Top