ຂປລ
ເກີດນ້ຳຖ້ວມ ຢ່າງກະທັນຫັນ ແລະ ດິນເຈື່ອນ ທີ່ເກີດຈາກ ຝົນຕົກໜັກ ໃນໄລຍະລະດູຝົນ ເຮັດໃຫ້ມີຜູ້ຊີວິດ ຢ່າງໜ້ອຍ 19 ຄົນ ໃນອິນເດຍ. ໃນຂະນະທີ່ ທາງການອິນເດຍ ໄດ້ເລັ່ງປະຕິບັດການ ກູ້ໄພ ໃນພື້ນທີ່ ທີ່ໄດ້ຮັບຜົນກະທົບ.
ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ນີວແດນລີ ຂອງ ອິນເດຍ: ເມື່ອວັນທີ 19 ກໍລະກົດ ຜ່ານມາ, ເກີດນ້ຳຖ້ວມ ຢ່າງກະທັນຫັນ ແລະ ດິນເຈື່ອນ ທີ່ເກີດຈາກ ຝົນຕົກໜັກ ໃນໄລຍະລະດູຝົນ ເຮັດໃຫ້ມີຜູ້ຊີວິດ ຢ່າງໜ້ອຍ 19 ຄົນ ໃນອິນເດຍ. ໃນຂະນະທີ່ ທາງການອິນເດຍ ໄດ້ເລັ່ງປະຕິບັດການ ກູ້ໄພ ໃນພື້ນທີ່ ທີ່ໄດ້ຮັບຜົນກະທົບ.
ເຫດເກີດຂຶ້ນ ໃນລັດນາກາແລນ (Nagaland) ທາງຕາເວັນອອກ ສ່ຽງເໜືອ ຂອງ ປະເທດ ທີ່ມີ ຊາຍແດນຕິດກັບ ມຽນມາ ແລະ ໃນລັດຈຳມູ ແລະ ແຄັສເມຍ.
ໂດຍ ທ່ານ ໂອມາກ ອັບດຸນລາ ຫົວໜ້າ ຄະນະ ລັດຖະມົນຕີ ຂອງ ລັດຈຳມູ ແລະ ແຄັສເມຍ ໄດ້ສະແດງຄວາມເສຍໃຈ ຢ່າງສຸດຊຶ້ງ ຕໍ່ເຫດການນ້ຳຖ້ວມ ຢ່າງກະທັນຫັນ ຄັ້ງໃຫຍ່ ໃນຣາຊູຣີ (Rajouri) ຢູ່ໃນພູມິພາກຈຳມູ. ໂດຍ ສຳນັກງານ ລະບຸ ຕື່ມວ່າ: ນ້ຳຖ້ວມໄດ້ສ້າງ ຄວາມເສຍຫາຍ ຢ່າງກວ້າງຂວາງ ຕໍ່ຊັບສິນ ສາທາລະນະ ແລະ ເອກະຊົນ ຢ່າງຫລວງຫລາຍ ລວມເຖິງສະຖານີຂົນສົ່ງແລະເຮັດໃຫ້ ການດຳເນີນຊີວິດ ຂອງຜູ້ຄົນຈຳນວນຫລາຍ ຕ້ອງຢຸດຈຶ້ງ./
KPL