ກຸ່ມບໍລິສັດເຄມີຫວຽດນາມ ເຂົ້າຮ່ວມງານ ວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2026

21/07/2026 11:11
Email Print 146
ຂປລ ຂປລ. ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເປັນກຸ່ມບໍລິສັດຊັ້ນນໍາຂອງຫວຽດນາມ ທີ່ໄດ້ນໍາເອົາຜະລິດຕະພັນຕ່າງໆຂອງກຸ່ມບໍລິສັດມາວາງສະແດງ ແລະ ຈໍາໜ່າຍໃນງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2026 (VIETLAO EXPO 2026) ທີ່ຈັດຂຶ້ນໃນລະຫວ່າງວັນທີ 16-20 ກໍລະກົດ 2026 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ

ຂປລ. ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເປັນກຸ່ມບໍລິສັດຊັ້ນນໍາຂອງຫວຽດນາມ ທີ່ໄດ້ນໍາເອົາຜະລິດຕະພັນຕ່າງໆຂອງກຸ່ມບໍລິສັດມາວາງສະແດງ ແລະ ຈໍາໜ່າຍໃນງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2026 (VIETLAO EXPO 2026) ທີ່ຈັດຂຶ້ນໃນລະຫວ່າງວັນທີ 16-20 ກໍລະກົດ 2026 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ ເພື່ອມຸ່ງໝັ້ນຂະຫຍາຍຕະຫລາດ ແລະ ຮັດແໜ້ນຄວາມຮ່ວມມືເສດຖະກິດໃນ ສປປ ລາວ. ກຸ່ມບໍລິສັດເຄມີຫວຽດນາມ ເປັນລັດວິສາຫະກິດຊັ້ນນຳຂອງຫວຽດນາມ ທີ່ໄດ້ຮັບການຈັດອັນດັບທີ 148 ໃນຈຳນວນ 500 ບໍລິສັດຊັ້ນນຳຂອງອາຊີຕາເວັນອອກສຽງໃຕ້ ໄດ້ເຂົ້າຮ່ວມວາງສະແດງຜະລິດຕະພັນຢ່າງຍິ່ງໃຫຍ່ ເພື່ອສະແດງເຖິງຄວາມພ້ອມ ໃນການຂະຫຍາຍຕະຫລາດ ແລະ ຊຸກຍູ້ການຄ້າຊາຍແດນລະຫວ່າງສອງປະເທດ.

ທ່ານ ຫງວຽນ ຮືວ ຕູ໋ (Nguyen Huu Tu) ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດເຄມີຫວຽດນາມ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ກຸ່ມບໍລິສັດເຄມີພັນຫວຽດນາມ ຖືເປັນລັດວິສາຫະກິດຊັ້ນນຳຂອງຫວຽດນາມ ທີ່ດຳເນີນທຸລະກິດໃນຂະແໜງເຄມີພັນ ແລະ ອຸດສາຫະກຳຫວຽດນາມ, ການເຂົ້າຮ່ວມ ງານວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2026 ເປັນການສ້າງໂອກາດທີ່ດີໃຫ້ແກ່ທາງແລກ ປ່ຽນການຄ້າລາວ-ຫວຽດນາມ, ທັງເປັນການຊຸກຍູ້ວຽກງານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ. ພ້ອມນີ້, ກໍເປັນການແນະນຳບັນດາ ຜະລິດຕະພັນທີ່ມີຄຸນນະພາບສູງຂອງ ບໍລິ ສັດ ໃຫ້ປະຊາຊົນລາວໄດ້ຮູ້ຈັກຫລາຍຂຶ້ນ. ສໍາລັບສິນຄ້າທີ່ນໍາມາວາງສະແດງຄັ້ງນີ້ປະກອບມີ: ກຸ່ມຜະລິດຕະພັນເຄື່ອງໃຊ້ຄົວເຮືອນ, ປຸ໋ຍເຄມີ, ປຸ໋ຍຊີວະພາບ ປະກອບສ່ວນເພີ່ມຜົນຜະລິດໃຫ້ຊາວກະສິກອນ, ຜະລິດຕະພັນປະເພດແຟັບຊັກເຄື່ອງ, ນໍ້າຢາຖູພື້ນ ແລະ ກຸ່ມຜະລິດຕະພັນປະເພດຖ່ານໄຟສາຍ, ໝໍ້ໄຟ ແລະ ອື່ນໆ. ຜະລິດຕະພັນຂອງບໍລິສັດໄດ້ສົ່ງອອກໄປ 80 ປະເທດໃນທົ່ວໂລກ, ຍ້ອນຜົນສຳເລັດດັ່ງກ່າວ, ກຸ່ມບໍລິສັດເຄມີພັນຫວຽດນາມ ຈຶ່ງບັນລຸໄດ້ການຮ່ວມມືກັບບໍລິສັດຂອງລາວ ນໍາເອົາສິນຄ້າຂອງຫວຽດນາມ ມາວາງຈໍາໜ່າຍ ໂດຍສະເພາະແມ່ນພາຍໃນງານໄດ້ມີການເຊັນສັນຍາຮ່ວມມືກັບກຸ່ມບໍລິສັດພົງສະຫວັນຂອງລາວ ຊຶ່ງສອງຝ່າຍພ້ອມຂະຫຍາຍການຮ່ວມມື, ທັງເປັນການປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ພິເສດ ປີ 2027 ທີ່ຈະມາເຖິງ ສອງຊາດກຳລັງຈະພ້ອມກັນສະເຫລີມສະຫລອງວັນເຊັນສົນທິສັນຍາມິດຕະພາບ ຫວຽດນາມ-ລາວ ຄົບຮອບ 50 ປີ.

ໂອກາດນີ້, ທ່ານ ເລ ຫວຽດ ເຟືອງ ຜູ້ອໍານວຍການໃຫຍ່ບໍລິສັດຫຸ້ນສ່ວນຜະລິດຕະພັນຄົວເຮືອນ ຮ່າໂນ້ຍ (ບໍລິສັດຍ່ອຍຂອງ Vinachem) ກໍໄດ້ໃຫ້ຮູ້ວ່າ: ນີ້ແມ່ນປີທໍາອິດທີ່ພວກເຮົາໄດ້ເຂົ້າຮ່ວມງານ, ເຫັນວ່າຕະຫລາດສິນຄ້າຄົວເຮືອນ ຢູ່ ສປປ ລາວ ແລະ ສສ ຫວຽດນາມ ມີທ່າແຮງບົ່ມຊ້ອນທີ່ຄ້າຍຄືກັນ. ຫວັງວ່າພາຍຫລັງສໍາເລັດງານນີ້, ຈະສາມາດຮ່ວມມືກັບບໍລິສັດຂອງ ສປປ ລາວ ເພື່ອຊອກຫາຕົວແທນຈໍາໜ່າຍ ແລະ ຄູ່ຮ່ວມທຸລະກິດ ເພື່ອເຮັດໃຫ້ຜະລິດຕະພັນເປັນທີ່ຮູ້ຈັກຂອງປະຊາຊົນລາວຫລາຍຂຶ້ນ. ຕະຫລອດໄລຍະເວລາເກືອບ 20 ປີຜ່ານມາ, ງານວາງສະແດງສິນຄ້າລາວ-ຫວຽດນາມ ໄດ້ເຮັດໜ້າທີ່ເປັນຂົວຕໍ່ການຄ້າທີ່ສໍາຄັນ ໂດຍມີສ່ວນຊຸກຍູ້ໃຫ້ມູນຄ່າການຄ້າສອງຝ່າຍບັນລຸໄດ້ 4 ຕື້ໂດລາສະຫະລັດ ໃນປີ 2026 ນີ້ ແລະ ໄດ້ຕັ້ງເປົ້າໝາຍໃຫ້ບັນລຸ 10 ຕື້ໂດລາສະຫະລັດ ໃນປີ 2030. ການເຂົ້າຮ່ວມງານຂອງກຸ່ມບໍລິສັດເຄມີຫວຽດນາມໃນຄັ້ງນີ້, ບໍ່ພຽງແຕ່ເປັນບາດກ້າວທຳອິດໃນການສ້າງເຄືອຂ່າຍຈໍາໜ່າຍສິນຄ້າ ແລະ ເຂົ້າເຖິງຕະຫລາດລາວ ລວມເຖິງພາກຕາເວັນອອກສຽງ ເໜືອຂອງໄທເທົ່ານັ້ນ, ແຕ່ຍັງເປັນການຢືນຢັນເຖິງບົດບາດຂອງລັດວິສາຫະກິດຊັ້ນນໍາ ໃນການຮັດແໜ້ນສາຍພົວພັນຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງສອງຊາດ ລາວ-ຫວຽດນາມ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ເຊື່ອມໂຍງພາກພື້ນຢ່າງໝັ້ນຄົງ.

          ງານວາງສະແດງສິນຄ້າລາວ-ຫວຽດນາມໃນປີນີ້, ມີຫ້ອງວາງສະແດງທັງໝົດ 250 ຫ້ອງ ໂດຍມີບໍລິສັດ ແລະ ຫ້າງຮ້ານຈາກຫວຽດນາມເຂົ້າຮ່ວມ 80 ແຫ່ງມາວາງສະແດງຈໍານວນ 120 ຫ້ອງ. ສໍາລັບກຸ່ມບໍລິສັດເຄມີຫວຽດນາມ ໄດ້ຈັດຕັ້ງຫ້ອງວາງສະແດງຂະໜາດໃຫຍ່ທີ່ມີເນື້ອທີ່ລວມ 108 ຕາແມັດ (ທຽບເທົ່າ 12 ຫ້ອງວາງສະແດງມາດຕະຖານ) ຕັ້ງຢູ່ຈຸດສູນກາງ ຫັນໜ້າໃສ່ຫ້ອງວາງສະແດງມູນເຊື້ອສາຍພົວພັນມິດຕະພາບ ລາວ-ຫວຽດນາມ. ພາຍໃນຫ້ອງວາງສະແດງດັ່ງກ່າວ, ມີບໍລິສັດທີ່ເປັນສະມາຊິກເຂົ້າຮ່ວມ 9 ແຫ່ງ (ຈາກທັງໝົດຫລາຍກວ່າ 30 ແຫ່ງໃນເຄືອຂ່າຍ) ທີ່ດໍາເນີນກິດຈະການໃນຂົງເຂດເຊັ່ນ: ປຸ໋ຍເຄມີບິ່ງດຽນ, ແຟັບຊັກເຄື່ອງ, ຖ່ານໄຟສາຍ ແລະ ໝໍ້ໄຟພາກໃຕ້ ປີນາໂກ, ຢາງລົດໃຫຍ່ພາກໃຕ້ຊີເອສເອັມ ແລະ ບໍລິສັດຫຸ້ນສ່ວນຜະລິດຕະພັນຄົວເຮືອນ ຮ່າໂນ້ຍ. ບັນດາສະມາຊິກຂອງກຸ່ມບໍລິສັດເຄມີຫວຽດນາມ ໄດ້ນໍາເອົາຜະລິດຕະພັນທີ່ມີຊື່ສຽງຂອງຕົນນໍາມາວາງສະ ແດງໃນຄັ້ງນີ້ໄດ້ແບ່ງອອກເປັນ 4 ກຸ່ມຄື: ກຸ່ມປຸ໋ຍເຄມີ ແລະ ປຸ໋ຍຊີວະພາບ: ປຸ໋ຍຍຢູເຣຍ, DAP, NPK, ສູເປີຟົດສະຟັດ, ປຸ໋ຍຟົດສະຟັດຫລອມລະລາຍ, ປຸ໋ຍສະເພາະດ້ານ ແລະ ປຸ໋ຍອິນຊີ; ກຸ່ມຜະລິດຕະພັນເຄື່ອງໃຊ້ຄົວເຮືອນ: ແຟັບຊັກເຄື່ອງ, ນໍ້າຢາຊັກເຄື່ອງ, ນໍ້າຢາລ້າງຖ້ວຍ, ນໍ້າຢາຖູພື້ນ; ກຸ່ມຢາງລົດ: ຢາງໃນລົດ ແລະ ຢາງລົດສຳລັບລົດຖີບ, ລົດຈັກ, ລົດເກງ, ລົດບັນທຸກ ແລະ ລົດອຸດສາຫະກໍາ; ກຸ່ມຖ່ານ ແລະ ໝໍ້ໄຟ: ຖ່ານໄຟສາຍ, ໝໍ້ໄຟລົດຈັກ, ລົດໃຫຍ້ ແລະ ໝໍ້ໄຟອຸດສາຫະກໍາ.
KPL

ຂ່າວອື່ນໆ

ads
ads

Top