ທູດອັດສະຕຣາລີ ຢ້ຽມຢາມກຸ່ມຫັດຖະກຳ ຢູ່ຫລວງພະບາງ

21/07/2026 13:06
Email Print 280
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນ ມານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດ ອົດສະຕຣາ ລີ ປະຈຳ ສປປ ລາວ ຢ້ຽມຢາມກຸ່ມ ຫັດຖະກຳ ຂອງບຸກຄົນທີ່ມີຄວາມ ພິການ ຢູ່ບ້ານຊ່າງໄຫ ເມືອງປາກ ອູ ແຂວງຫລວງພະບາງ

 ໂດຍໄດ້ ພົບປະກັບບັນດາແມ່ຍິງຜູ້ປະກອບ ການ ແລະ ບຸກຄົນມີຄວາມພິການ ທີ່ໄດ້ຂະຫຍາຍທຸລະກິດຂອງຕົນ ຜ່ານການສະໜັບສະໜູນ ຈາກ ອົງການການຄ້າລະດັບພາກພື້ນ ເພື່ອການພັດທະນາ (RT4D) ຊຶ່ງໄດ້ຮັບການຕ້ອນຮັບຈາກ ທ່ານ ວຽງສະຫວ່າງ ທິບພະວົງ ຮອງ ຫົວໜ້າ ສະຖາບັນອຸດສາຫະກຳ ການຄ້າ ແລະ ພະລັງງານ (IICE) ກະຊວງອຸດສາຫະກໍາ ແລະ ການ ຄ້າ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ສູນກາງ, ແຂວງ-ເມືອງ ແລະ ບັນດາຜູ້ປະກອບການ ໂອດັອບ ທ່ີເຂົ້າຮ່ວມໂຄງການ.

ໂອກາດນີ້, ທ່ານ ນາງ ສຸກິດຕາ ສີສຸລາດ ຜູ້ກໍ່ຕັ້ງກຸ່ມຫັດຖະກໍາຂອງ ບຸກຄົນທີ່ມີຄວາມພິການ ແຂວງ ຫລວງພະບາງ ໄດ້ນໍາສະເໜີຄວາມ ສໍາເລັດຂອງກຸ່ມ ໂດຍໄດ້ຜະລິດ ເຄື່ອງຫັດຖະກຳ ພ້ອມທັງສ້າງ ໂອກາດການຈ້າງງານແບບຍືນຍົງ ໃຫ້ແກ່ແມ່ຍິງ ບຸກຄົນທີ່ມີຄວາມ ພິການ, ປັດຈຸບັນ ໃນກຸ່ມມີສະມາຊິກ 15 ຄົນ ໃນນັ້ນ, ມີບຸກຄົນທີ່ມີຄວາມ ພິການ 5 ຄົນ ແລະ ແມ່ຍິງ 10 ຄົນ, ຜະລິດເຄື່ອງຫັດຖະກຳ ແລະ ສິນຄ້າ ທີ່ເປັນເອກະລັກຂອງຊາວຫລວງ ພະບາງ ຈໍາໜ່າຍຜະລິດຕະພັນທັງ ພາຍໃນ ແລະ ຕ່າງປະເທດປະກອບ ມີ ຍ່ີປຸ່ນ, ສະຫະລັດອາເມລິກາ, ຈີນ, ຫວຽດນາມ ແລະ ໄທ. ຜົນສໍາເລັດ ຂອງກຸ່ມຜະລິດນີ້ ເກີດຈາກການ ສະໜັບສະໜູນ ຂອງອົດສະຕຣາລີ ຜ່ານອົງການ RT4D, ລວມມີການ ຝຶກອົບຮົມ ດ້ານການຕະຫລາດດີຈິຕອນ ແລະ ການຄ້າອອນລາຍ, ການພັດທະນາເຄື່ອງໝາຍການຄ້າ ແລະ ຫລ້າສຸດ ແມ່ນການເຂົ້າຮ່ວມ ໂຄງການພັດທະນາ ໂອດັອບ ທ່ ໄດ້ຊ່ວຍຍົກລະດັບຄຸນນະພາບ ຜະລິດຕະພັນ, ເສີມສ້າງເອກະລັກ ຂອງສິນຄ້າ ແລະ ການບໍລິຫານ ທຸລະກິດ ພ້ອມທັງຂະຫຍາຍໂອກາດ ໃນການເຂົ້າເຖິງຕະຫລາດລະດັບ ພາກພື້ນ ແລະ ສາກົນ. 

ໂອກາດນີ້, ທ່ານ ນາງ ເມແກນ ຈອນສ ໄດ້ກ່າວວ່າ: ຂ້ໍລິເລ່ີມນ້ີ ເປັນຕົວຢ່າງອັນດີ ທີ່ສະທ້ອນໃຫ້ ເຫັນວ່າ ວິສາຫະກິດທີ່ມີຮາກຖານ ຈາກຊຸມຊົນສາມາດກາຍເປັນພະ ລັງສໍາຄັນ ໃນການຂັບເຄື່ອນການ ພັດທະນາເສດຖະກິດຂອງທ້ອງຖິ່ນ ໄປຄຽງຄູ່ກັບການສົ່ງເສີມການມີ ສ່ວນຮ່ວມຂອງທຸກຄົນໃນສັງຄົມ ແລະ ການເສີມສ້າງພະລັງໃຫ້ປະ ຊາຊົນ.   

ຂ່າວ-ພາບ: ອາພຸດເດດ ບຸບຜາ

KPL

ຂ່າວອື່ນໆ

ads
ads

Top