ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພິທີປະກາດ ສ້າງຕັ້ງຕາແສງທົ່ງໃຫຍ່ ແລະ ຕາ ແສງມີໄຊ ເມືອງທົ່ງມີໄຊ ແຂວງ ໄຊຍະບູລີ ຈັດຂຶ້ນໃນວັນທີ 18 ກໍລະກົດ 2026 ໂດຍມີ ທ່ານ ເພັງ ນິລັນ ຄໍາພັນເພັງ ເລຂາພັກແຂວງ ໄຊຍະບູລີ, ທ່ານ ພົຈວ ບຸນຍອງ ດວງດີ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງໄຊຍະບູ ລີ ພ້ອມດ້ວຍຄະນະຮັບຜິດຊອບສ້າງ ຕາແສງ, ອົງການປົກຄອງແຕ່ລະ ບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ໃນພິທີ, ທ່ານ ສົມຫວັງ ສີສົມ ພອນ ປະທານຄະນະກໍາມະການ ປົກຄອງເມືອງທົ່ງມີໄຊ ໄດ້ຍົກ ໃຫ້ເຫັນເຖິງທີ່ຕັ້ງ ແລະ ຈຸດພິເສດ ແຕ່ລະດ້ານຂອງ 2 ຕາແສງຄື: ຕາແສງທົ່ງໃຫຍ່ ຕັ້ງຢູ່ເຂດເທສະ ບານເມືອງ, ທິດເໜືອ ຕິດກັບເມືອງ ພຽງ, ທິດໃຕ້ ຕິດກັບຕາແສງມີໄຊ, ທິດຕາເວັນອອກຕິດກັບປ່າ ສະຫງວນແຫ່ງຊາດນໍ້າປຸຍ, ທິດ ຕາເວັນຕົກຕິດກັບເຂດຕາ ແສງ ມີໄຊ ແລະ ຊາຍແດນປະເທດໄທ, ມີ ປ່າສະຫງວນແຫ່ງຊາດນ້ໍາປຸຍກວມ ເອົາ 58,27%, ມີເນື້ອທີ່ທັງໝົດ 61.279,69 ເຮັກຕາ, ມີ 7 ບ້ານ ຄື: ບ້ານໃຫຍ່, ບ້ານທາດ, ບ້ານ ດອນພູນ, ບ້ານດ່ານ, ບ້ານແຄ່ນ, ບ້ານນາໜອກ, ບ້ານ ນາມົນ, ມີ ພົນລະເມືອງ 5.283 ຄົນ, ຍິງ 2.627 ຄົນ, ມີ 1.088 ຄອບຄົວ, ມີ 1.233 ຫລັງຄາເຮືອນ, ມີ 82 ໜ່ວຍຄຸ້ມຄອງພົນລະເມືອງ. ສຳລັບ ຕາແສງມີໄຊ ຕັ້ງຢູ່ຫ່າງຈາກເທສະ ບານເມືອງໄປທາງທິດຕາເວັນຕົກ ສ່ຽງໃຕ້ປະມານ 8 ກິໂລແມັດ, ທິດເໜືອຕິດກັບຕາແສງທົ່ງໃຫຍ່, ທິດໃຕ້ ແລະ ທິດຕາເວັນຕົກຕິດ ກັບຊາຍແດນລາຊະອານາຈັກໄທ, ທິດຕາເວັນອອກຕິດກັບເມືອງປາກລາຍ. ເນື້ອທີ່ສ່ວນໃຫຍ່ເປັນເຂດ ພູດອຍ, ປະຊາຊົນມີ ມູນເຊື້ອດຸໝັ່ນ ໃນການປູກຝັງ ແລະ ລ້ຽງສັດ, ມີ ເນື້ອທີ່ 28.321,31 ເຮັກຕາ, ກວມ ເອົາ 6 ບ້ານຄື: ບ້ານແດດ, ບ້ານນາ ມ່ວງ, ບ້ານນາເປືອຍ, ບ້ານນາຝາຍ, ບ້ານໃໝ່ ແລະ ບ້ານສະຫວ່າງ, ມີ ພົນລະເມືອງ 4.831 ຄົນ, ຍິງ 2.402 ຄົນ, ມີ 931 ຄອບຄົວ, ມີ 1.010 ຫລັງຄາເຮືອນ, ມີ 84 ໜ່ວຍຄຸ້ມຄອງພົນລະເມືອງ.
ໃນພິທີໄດ້ຜ່ານຂໍ້ຕົກລົງ ຂອງ ປະທານຄະນະກໍາມະການປົກຄອງ ແຂວງ ວ່າດ້ວຍການສ້າງຕັ້ງຕາ ແສງທົ່ງໃຫຍ່ ແລະ ຕາແສງມີໄຊ ແລະ ຂໍ້ຕົກລົງ ຂອງປະທານຄະນະ ກໍາມະການປົກຄອງເມືອງ ວ່າ ດ້ວຍການແຕ່ງຕັ້ງປະທານ, ຮອງ ປະທານ ຄະນະກໍາມະການປົກຄອງ ຕາແສງ ໂດຍແຕ່ງຕັ້ງ ທ່ານ ສົມພົງ ສຸດທິລາດ ເປັນປະທານ, ທ່ານ ສີ ສົມພອນ ລັດຖະຫວັນ ແລະ ທ່ານ ດາວເລືອງ ລາດວົງສາ ເປັນຮອງ ປະທານຄະນະກໍາມະການປົກຄອງ ຕາແສງທົ່ງໃຫຍ່, ແຕ່ງຕັ້ງ ທ່ານ ຈັນສະໝອນ ໂພທິລັກ ເປັນປະທານ, ທ່ານ ໃໝ່ ສີບຸນເຮືອງ ແລະ ທ່ານ ສາຍສະໝອນ ຄອນສະຫວັນ ເປັນ ຮອງປະທານຄະນະກໍາມະການ ປົກຄອງຕາແສງມີໄຊ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ
KPL