ອັດຕະປື ສະຫລອງວັນສ້າງສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ

21/07/2026 12:55
Email Print 237
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນທ້າຍອາທິດ ຜ່ານມາ, ແຂວງອັດຕະປື ຈັດພິທີ ສະເຫລີມສະ ຫລອງວັນສ້າງຕັ້ງ ສະຫະ ພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026) ທີ່ຫໍປະຊຸມໃຫຍ່ ຂອງແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກ ແຂວງອັດຕະປື ພ້ອມດ້ວຍອະດີດ ການນໍາເພດຍິງ, ຄະນະບໍລິຫານ ງານ, ຄະນະໜ່ວຍ, ຮາກ ຖານ ແລະ ສະມາຊິກສະຫະ ພັນແມ່ຍິງເຂົ້າ ຮ່ວມ.

ໃນພິທີ, ທ່ານ ນາງ ມີນາພອນ ໄຊສົມພູ ໄດ້ຫວນຄືນມູນເຊື້ອ ປະຫວັດຄວາມເປັນມາ, ການເຕີບ ໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວອັນໂດດເດັ່ນຂອງ ອົງການຈັດ ຕັ້ງສະຫະພັນແມ່ຍິງລາວ ຕະຫລອດໄລຍະ 71 ປີ ຜ່ານ ມາ, ພັກໄດ້ເອົາໃຈໃສ່ຢ່າງຈົດຈໍ່ ໃນ ການປຸກລະດົມຂົນຂວາຍ, ກໍ່ສ້າງ ແມ່ຍິງ ໃຫ້ມີຄວາມຕື່ນຕົວປະກອບ ສ່ວນເຂົ້າໃນພາລະກິດປະຕິວັດ ແລະ ພັກໄດ້ຖືແມ່ຍິງເປັນພາກສ່ວນ ໜຶ່ງ ໃນກໍາລັງແຮງທີ່ສໍາຄັນຂອງ ພັກ ພາຍໃຕ້ຄັນທຸງຂອງ ແນວໂຮມ ປົດ ປ່ອຍຊາດ, ສູນກາງແນວລາວ ອິດ ສະຫລະ ກໍຄືສູນກາງພັກປະຊາ ຊົນລາວ. ພິທີຄັ້ງນີ້ກໍເພື່ອແນໃສ່ເຮັດ ໃຫ້ສະມາຊິກແມ່ຍິງ ກໍຄືທົ່ວສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງເຖິງ ຄຸນງາມຄວາມດີ, ບົດບາດ ແລະ ການອຸທິດຕົນຂອງແມ່ຍິງລາວໃນ ແຕ່ລະຍຸກແຕ່ລະສະໄໝ ທີ່ໄດ້ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາ ລະກິດປົກປັກຮັກສາ ແລະ ພັດ ທະ ນາປະເທດຊາດ.

ພາຍໃນງານຍັງໄດ້ມີການວາງ ສະ ແດງຜະລິດຕະພັນສິນຄ້າ  ຕ່າງໆ ຈາກຜົນງານຜະລິດເອງຂອງບັນດາ ເອື້ອຍນ້ອງແມ່ຍິງພາຍໃນແຂວງ ແລະ ຊົມການສະແດງສິລະປະ- ວັນນະຄະດີຈາກຄະນະສະຫະພັນ ແມ່ຍິງຮາກຖານຕ່າງໆ ແລະ ໜ່ວຍ ສະຫະພັນແມ່ຍິງ ໃນອ້ອມແຂວງນໍາ ອີກ. 

ຂ່າວ: ວົງສະໄໝ ສີວີໄລ

KPL

ຂ່າວອື່ນໆ

ads
ads

Top