ຂປລ
ກົມປົກປ້ອງແຮງງານສູນກາງສະຫະພັນກໍາມະບານລາວ ຮ່ວມກັບອົງການອ໋ອກສະຟາມ ປະຈໍາ ສປປ ລາວ ຈັດກອງປະຊຸມປຶກສາຫາລືລາຍງານຄ່າຄອງຊີບ ເພື່ອເປັນຂໍ້ມູນພິຈາລະນາສະເໜີປັບຄ່າແຮງງານຂັ້ນຕໍ່າສຸດໃຫ້ຜູ້ອອກແຮງງານພາກວິສາຫະກິດ ໃນວັນທີ 23 ກຸມພາ 2026 ຢູ່ນະຄອນຫລວງວຽງຈັນ.
ຂປລ. ໂດຍການເປັນປະທານຂອງທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ມີຜູ້ຕາງໜ້າຈາກໂຄງການ, ອົງການຜູ້ປະສານງານ ແລະ ຕາງໜ້າຈາກສະຫະພັນກໍາມະບານກະຊວງ, ອົງການທີ່ກ່ຽວຂ້ອງເຂົ້າຮ່ວມ ເພື່ອຮັບຟັງການນໍາສະເໜີສະພາບລວມໃນການປັບປຸງຄ່າແຮງງານຂັ້ນຕໍ່າສຸດ ແລະ ຜົນການລົງສຳຫລວດລາຄາສິນຄ້າຢູ່ແຕ່ລະແຂວງເພື່ອປຶກສາຫາລື ແລະ ແລກປ່ຽນກ່ຽວກັບການຄົ້ນຄວ້າຄ່າແຮງງານຂັ້ນຕໍ່າ (ໃໝ່) ພາກວິສາຫະກິດໃນ ສປປ ລາວ ແລະ ບັນຫາແຮງງານອື່ນໆ.
ທ່ານ ວິໄລ ວົງຂະເສີມ ໄດ້ກ່າວວ່າ: ການປັບປຸງຄ່າແຮງງານຂັ້ນຕໍ່າມີການປັບປຸງເປັນແຕ່ລະໄລຍະອີງຕາມຄວາມຈຳເປັນທາງດ້ານເສດຖະກິດ, ຄ່າຄອງຊີບ, ລາຍຮັບ, ຄ່າໃຊ້ຈ່າຍ, ການປັບຂຶ້ນຄ່າແຮງງານຂອງບັນດາປະເທດໃກ້ຄຽງ ແລະ ບັນຫາອື່ນໆ ທີ່ກະທົບໃຫ້ພວກເຮົາຕ້ອງມີການປັບປຸງຄ່າແຮງງານຂ້ັນຕ່ຳ. ການປັບຂ້ຶນຄ່າແຮງງານຂັ້ນຕໍ່າ ຄະນະກຳມະການແຮງງານແຫ່ງຊາດ ຫລື ຄະນະກຳມະການສາມຝ່າຍກໍໄດ້ມີການຄົ້ນຄວ້າ, ການນຳສະເໜີຂໍ້ມູນຂອງແຕ່ລະຝ່າຍ, ປືກສາຫາລື ແລະ ກຳນົດຕົວເລກຂອງແຕ່ລະຝ່າຍ ເພື່ອໃຫ້ພາກລັດຖະບານເປັນຜູ້ຕັດສິນ.
ໂອກາດນ້ີ, ທ່ານ ວິໄລ ວົງຂະເສີມ ຍັງໄດ້ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມກອງປະຊຸມຈົ່ງພ້ອມກັນຍົກສູງ ຄວາມຮັບຜິດຊອບຄົ້ນຄວ້າ ແລະ ແລກປ່ຽນບົດຮຽນເຊ່ິງກັນ ແລະ ກັນ, ປືກສາແກ້ໄຂບັນຫາໃນສ່ວນທີ່ພວກເຮົາຂາດ ໂດຍສະເພາະບັນຫາຄວາມເປັນເອກະພາບໃນການກຳນົດສູດຄິດໄລ່ ຫລື ວິທີການທີ່ເປັນເອກະພາບກັນໃນການປັບຂຶ້ນຄ່າແຮງງານຂັ້ນຕ່ຳສຸດ(ໃໝ່) ຂອງຜູ້ອອກແຮງງານພາກວິສາຫະກິດ ເພື່ອເປັນການປະກອບສ່ວນຮັບປະກັນຄຸນນະພາບ, ຍົກສູງຊີວິດການເປັນຢູ່ຂອງຜູ້ອອກແຮງງານ, ການຈ້າງງານທີ່ເປັນທໍາ, ຮັບປະກັນໄດ້ຜົນປະໂຫຍດຂອງຊາດ, ຜົນປະໂຫຍດຂອງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານໃຫ້ດີຂຶ້ນ, ພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ.
KPL