ລັດວິສາຫະກິດໄຟຟ້າລາວ ສະຫລຸບການຈັດຕັ້ງປະຕິບັດ ວຽກງານປະຈຳປີ 2025

24/02/2026 09:25
ຂປລ ທ້າຍອາທິດຜ່ານມາ, ລັດວິສາຫະກິດໄຟຟ້າລາວ (ຟຟລ) ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະ ຜ່ານທິດທາງແຜນການປະຈໍາປີ 2026 .

          ຂປລ. ໂດຍການເປັນປະທານ ຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີພະນັກງານຫລັກແຫລ່ງພາຍໃນລັດວິສາຫະກິດ ໄຟຟ້າລາວ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ໂອກາດດ່ັງກ່າວ, ທ່ານ ອາຄົມເດດ ວົງໄຊ ຜູ້ອຳນວຍການໃຫຍ່ ຟຟລ ໄດ້ຍົກໃຫ້ເຫັນຜົນສຳເລັດຂອງການດຳເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວຕະຫລອດໄລຍະ 1 ປີຜ່ານມາ ຊ່ຶງລັດວິສາຫະກິດໄຟຟ້າລາວ ໄດ້ສຸມໃສ່ວາງຫລັກການ ແລະ ນະໂຍບາຍການດໍາເນີນທຸລະກິດຂອງໄຟຟ້າລາວໃນໄລຍະໃໝ່ ເພື່ອໃຫ້ພະນັກງານທຸກຄົນສາມາດກໍາໄດ້ແນວທາງປະຕິຮູບ ແລະ ໄປ ໃນທິດທາງດຽວກັນ, ພ້ອມທັງສຸມໃສ່ວຽກງານພັດທະນາແຫລ່ງຜະລິດທີ່ເປັນໂຄງການຂອງໄຟຟ້າລາວ ຈໍານວນ 2 ໂຄງການລວມກໍາລັງຕິດຕັ້ງທັງໝົດ 510 ເມກາວັດ(MW); ດໍາເນີນການຈັດຕັ້ງປະຕິບັດໂຄງການກໍ່ສ້າງສາຍສ່ົງ-ສະຖານີໄຟຟ້າ ລວມທັງໝົດ 10 ໂຄງການ, ປະຕິບັດສໍາເລັດ 5 ໂຄງການ ແລະ ສືບຕໍ່ຈັດຕັ້ງປະຕິບັດ 5 ໂຄງການ. ໃນນັ້ນ, ອັນພົ້ນເດ່ັນແມ່ນສໍາເລັດພິທີວາງສີລາລືກໂຄງການກໍ່ສ້າງສາຍສົ່ງ 230 ກິໂລໂວນປາກມອງ 2 (ແຂວງຫລວງພະບາງ) ຫາ ນາເພຍ (ແຂວງຊຽງຂວາງ) ຊຶ່ງໂຄງການດັ່ງກ່າວ, ແມ່ນມີຄວາມສໍາຄັນເພື່ອລໍາລຽງພະລັງງານໄຟຟ້າຈາກພາກເໜືອ ມາສູ່ພາກກາງ ກໍຄືການສະໜອງ ໄຟໃຫ້ນະຄອນຫລວງວຽງຈັນ ໃຫ້ມີຄວາມສະຖຽນລະພາບ ແລະ ຮັບປະກັນລະບົບໄຟຟ້າ, ຫລຸດຜ່ອນບັນຫາເຫດການໄຟຕົກ-ໄຟມອດ.

       ສຳລັບວຽກຄຸ້ມຄອງພາກລະບົບສົ່ງ ແລະ ລະບົບຈໍາໜ່າຍໄຟຟ້າລັດວິສາຫະກິດໄຟຟ້າລາວ ຍາມໃດກໍໄດ້ສຸມໃສ່ວຽກງານການປັບປຸງຂະຫຍາຍລະບົບສາຍສົ່ງ-ສະຖານີໄຟຟ້າ ແລະ ລະບົບຈຳໜ່າຍໄຟຟ້າ ເພ່ືອໃຫ້ສາມາດນໍາສ່ົງພະລັງງານໄຟຟ້າຈາກແຫລ່ງຜະລິດ 107 ແຫ່ງ, ກໍາລັງຕິດຕັ້ງ 4.962,35 MW ໃຫ້ໄປເຖິງຜູ້ຊົມໃຊ້ໄຟຟ້າທົ່ວປະເທດໃຫ້ພຽງພໍ ແລະ ມີຄວາມສະຖຽນລະພາບ. ມາຮອດປັດຈຸບັນ, ທ່ົວປະເທດມີສະຖານີໄຟຟ້າແຮງສູງທັງໝົດ 86 ແຫ່ງ, ລວມກໍາລັງຕິດຕັ້ງທັງໝົດ 9.236 MVA (ເມກາໂວນແອັມແປ). ໃນນັ້ນ, ປະກອບມີ: ລະບົບສາຍສົ່ງໄຟຟ້າແຮງສູງ 115 kV ຫາ 500 kV ລວງຍາວທັງໝົດ 11.334 km/ວົງຈອນ; ລະບົບຕາຂ່າຍແຮງດັນກາງ 22-35 kV ທັງໝົດ 39.599 km/ວົງຈອນ; ລະບົບຕາຂ່າຍແຮງດັນຕໍ່າ 0,4 kV ທັງໝົດ 25.978 km/ວົງຈອນ; ມີໝໍ້ແປງລະບົບຈໍາໜ່າຍທັງໝົດ 43.149 ໜ່ວຍ, ລວມກໍາລັງຕິດຕັ້ງ 8.611 MVA; ມີຈໍານວນໝໍ້ນັບໄຟທີ່ຢູ່ໃນການຄຸ້ມຄອງຂອງໄຟຟ້າລາວທັງໝົດ 1.835.550 ໜ່ວຍ.

        ໃນປີ 2026 ນີ້, ໄຟຟ້າລາວຈະສືບຕໍ່ຈັດຕັ້ງປະຕິບັດກໍານົດ ບັນດາໜ້າວຽກຈຸດສຸມທີ່ເປັນບຸລິມະສິດ ເພື່ອສຸມໃສ່ສືບຕໍ່ດໍາເນີນການໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ, ສືບຕ່ໍຈັດຕ້ັງຜັນຂະຫຍາຍ, ປະກອບສ່ວນວຽກງານຢ່າງຕັ້ງໜ້າຕາມແຜນພັດທະນາອຸດສາຫະກໍາ ແລະ ການຄ້າ ໃຫ້ບັນລຸຜົນສໍາເລັດຕາມຄາດໝາຍພາຍໃຕ້ຕາມຄໍາຂວັນ: “ເສີມຂະຫຍາຍທ່າແຮງຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ໃຫ້ເປັນກໍາລັງຂັບເຄື່ອນເສດຖະກິດເອກະລາດເປັນເຈົ້າຕົນເອງຢ່າງໜັກແໜ້ນ”. ພ້ອມນີ້, ຍັງຈະຊຸກຍູ້ແຜນພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນ ຂະໜາດໃຫຍ່ ແລະ ຂະໜາດນ້ອຍທ່ີເປັນແຜນບຸລິມະສິດເລ່ັງດ່ວນປີ 2025-2027. ໃນນ້ັນ, ຈະເລັ່ງກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າງື່ມ 3 (ທີ່ເປັນຂອງ ຟຟລ) ໃຫ້ສໍາເລັດຕາມແຜນຄາດຄະເນໄວ້ໃນປີ 2027; ຊຸກຍູ້ໂຄງການພະລັງງານແສງຕາເວັນຂະໜາດໃຫຍ່ 12 ຈຸດ, ລວມກໍາລັງການຕິດຕັ້ງ 830 MW ໃນຂອບເຂດທົ່ວປະເທດໄລຍະເລັ່ງດ່ວນ ປີ 2025- 2027; ຄ້ົນຄວ້າແຫລ່ງຜະລິດແບບປະສົມປະສານໃຫ້ຫລາກຫລາຍປະເພດ ເພື່ອຮອງຮັບການເພີ່ມຂຶ້ນຂອງແຜນຄວາມຕ້ອງການຊົມໃຊ້ໄຟຟ້າໃນແຕ່ລະໄລຍະ; ປັບປຸງລະບົບຈໍາໜ່າຍໃນຂອບເຂດທົ່ວປະເທດ ໂດຍສະເພາະໃນນະຄອນຫລວງວຽງຈັນ ໃຫ້ມີຄວາມຮັບປະກັນສູງ ເພື່ອຫລຸດຜ່ອນບັນຫາແຮງດັນຕົກ (ໄຟບໍ່ພໍ). ພ້ອມນີ້, ຍັງຈະເພີ່ມທະວີຄວາມເອົາໃຈໃສ່ຄົ້ນຄວ້າ ແລະ ວາງແຜນກະກຽມຄວາມພ້ອມໃນການສະໜອງໄຟໃຫ້ມີຄວາມສະຖຽນ, ຫລີກລ່ຽງບັນຫາໄຟຕົກ-ໄຟມອດເປັນບໍລິເວນກວ້າງ ເພື່ອຮັບປະກັນການສະໜອງໄຟໃຫ້ແກ່ສັງຄົມ ໂດຍສະເພາະໃນຊ່ວງລະດູຮ້ອນທີ່ຈະມາເຖິງນ້ີ ແລະ ປັບປຸງລະບົບສົ່ງ 115 kV ແລະ ຍົກລະດັບໝໍ້ແປງຢູ່ບັນດາສະຖານີໄຟຟ້າຂອງໄຟຟ້າລາວ ໃນຂອບເຂດທົ່ວປະເທດໂດຍສະເພາະໃນຂົງເຂດທີ່ມີແຜນຄວາມຕ້ອງການຊົມໃຊ້ໄຟຫລາຍເພື່ອປັບປຸງລະບົບໄຟຟ້າໃຫ້ສາມາດສະໜອງພະລັງງານໃຫ້ພຽງພໍກັບແຜນຄວາມຕ້ອງການແຕ່ລະໄລຍະ ແລະ ລະບົບມີຄວາມໝັ້ນຄົງ.

KPL

ຂ່າວອື່ນໆ

ads
ads

Top