ມອບໃບຢັ້ງຢືນໃຫ້ພະສະມະນະທູດລາວ

24/02/2026 09:33
ຂປລ ພິທີມອບໃບຢັ້ງຢືນໃຫ້ພະສະມະນະທູດລາວ 30 ອົງ ທ່ຜ່ານການຝຶກອົບຮົມຈັດຂຶ້ນໃນວັນທີ 20 ກຸມພາ 2026 ຜ່ານມາ,.

       ຂປລ. ຢູ່ຫໍທຳມະສະພາວັດທາດຫລວງເໜືອ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ (ນວ) ໃຫ້ກຽດມອບໂດຍ ຍາທ່ານໃຫຍ່ມະຫາເວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ມີຮອງປະທານສູນກາງ ອພສ, ຫົວໜ້າກຳມາທິການຕ່າງປະເທດສູນກາງ, ຮອງປະທານສູນກາງແນວລາວສ້າງຊາດ, ພ້ອມພະເຖຣານຸເຖຣະ, ກຳມາທິການຕ່າງປະເທດ ແລະ ພະສະມະນະທູດລາວ ເຂົ້າຮ່ວມ.

       ໂອກາດນີ້, ພະອາຈານ ດຳລົງ ພິມມະຈັກ ຮອງປະທານສູນກາງ ອພສ, ຫົວໜ້າກຳມາທິການຕ່າງປະເທດສູນກາງ ໄດ້ໃຫ້ຮູ້ວ່າ: ຊຸດຝຶກອົບຮົມຄ້ັງນ້ີ, ຈັດຂ້ຶນເປັນຄ້ັງທຳອິດ, ຖືເປັນຄັ້ງປະຫວັດສາດສໍາຄັນ ແລະ ຍິ່ງໃຫຍ່ຂອງພະພຸດທະສາສະໜາ ໃນ ສປປ ລາວ ແນໃສ່ເຮັດໃຫ້ພະສະມະນະທູດລາວມີຄວາມຮູ້, ຄວາມສາມາດ ແລະ ມີຄວາມໝ້ັນໃຈໃນການປະຕິບັດສາສະນະກິດຕາມວັດຖຸປະສົງ; ທັງເປັນການສົ່ງເສີມສະໜັບສະໜູນພະສົງລາວ ທ່ີເຮັດໜ້າທ່ີເຜີຍແຜ່ພະພຸດທະສາສະໜາ ຢູ່ໃນປະເທດຕ່າງໆ ແລະ ເພ່ືອສະໜອງນະໂຍບາຍຂອງພັກ-ລັດ ແລະ ອພສ ແຫ່ງ ສປປ ລາວ ໂດຍລວມໂດຍສະເພາະກໍາມາທິການການຕ່າງປະເທດທາງດ້ານການພົວພັນວຽກງານຕ່າງປະເທດຂອງພະພຸດທະສາສະໜາ ແລະ ສາສະໜາອື່ນ. ຄໍາວ່າ: ພະສະມະນະທູດໝາຍ ເຖິງພະສົງທີ່ເຮັດໜ້າທີ່ກ່ຽວກັບ ການນໍາເອົາຫລັກທໍາຄໍາສັ່ງສອນ ຂອງພະສໍາມາສໍາພຸດທະເຈ້ົາອອກ ໄປເຜີຍແຜ່ທັງພາຍໃນ ແລະ ຕ່າງປະເທດ, ມີພາລະບົດບາດ ແລະ ໜ້າ ທີ່ສໍາຄັນໃນການເຜີຍແຜ່ຫລັກທໍາ, ເປັນຜູ້ນໍາໃນການຟ້ືນຟູພະພຸດທະສາສະໜາ, ທັງເປັນຜູ້ສ່ົງເສີມການຮຽນຮູ້ ແລະ ສ້າງຄວາມສາມັກຄີ ໃຫ້ແກ່ຊຸມຊົນດ້ວຍການນໍາເອົາຫລັກທໍາຄໍາສັ່ງສອນທາງພະພຸດທະສາສະໜາມາເປັນແກ່ນກາງໃນການພັດທະນາ. ມີພາລະບົດບາດ, ໜ້າທີ່ໃນຖານະເປັນຕົວແທນຂອງ ພະສໍາມາສໍາພຸດທະເຈົ້າໃນການເຮັດວຽກດ້ານພະພຸດທະສາສະໜາ ເພື່ອສັງຄົມ ຊຶ່ງການອົບຮົມພະສະມະນະທູດລາວ ໂດຍມີວັດຖຸປະສົເພ່ືອເຮັດວຽກງານການພົວພັນ ຕ່າງປະເທດທາງດ້ານພະພຸດທະສາສະໜາໃຫ້ດໍາເນີນໄປດ້ວຍດີມີຄຸນນະພາບຕາມວັດຖຸປະສົງ ເປົ້າໝາຍ.

       ສ່ວນໃນວັນທີ 21 ກຸມພາ 2026 ນ້ີ, ກຳມາທິການຕ່າງປະເທດສູນກາງ ອພສ ໄດ້ຈັດບຸນວັນມະຫາບູຣະພາຈານເພື່ອອຸທິດທັກຂີນາ ກັນລະປັນນາຜົນເຖິງພະມະຫາເຖຣາຈານເຈົ້າຜູ້ມີຄຸນປະການທັງ 3 ພະອົງ ຄື: ຍາທ່ານໃຫຍ່ອົງພຣະຍອດແກ້ວ ມະຫາງອນດຳຣົງບຸນ ມະຫາເຖຣະເຈົ້າອົງຜູ້ດໍາຣິ ແລະ ສ້າງຕັ້ງກຳມາທິການຕ່າງປະເທດ, ຍາທ່ານໃຫຍ່ພະຫລັກແກ້ວ ມະຫາບົວຄໍາ ສາຣີບຸດ ອົງຮອງປະທານ ແລະ ຊີ້ນໍາວຽກກຳມາທິການຕ່າງປະເທດ ແລະ ພະອາຈານໃຫຍ່  ຫົງສາ ບໍຣິບູນ ອົງຄະນະບໍລິຫານງານປະຈຳການ ແລະ ຮອງຫົວໜ້າກຳມາທິການຕ່າງປະເທດ ໂດຍໄດ້ຈັດພິທີທາງສາສະໜາຕ່າງໆ, ຕັກບາດຖວາຍສັງຄະທານແດ່ພະສົງ 71 ອົງ ໂດຍມີອະດີການ ນຳພັກ-ລັດ ແລະ ມວນຊົນຊາວພຸດທະສາສະນິກະຊົນລາວບັນດາເຜ່ົາເຂົ້າຮ່ວມ.

KPL

ຂ່າວອື່ນໆ

ads
ads

Top