ຫຸ່ນຍົນມະນຸດຈີນ ໄດ້ຮັບຄວາມສົນໃຈຈາກທົ່ວໂລກ

21/02/2026 12:13
ຂປລ ງານລາຕີ ສະຫລອງບຸນກຸດ ຈີນ ປີ 2026 ຂອງ CMG ເຫັນວ່າ ການສະແດງ ຂອງ ຫຸ່ນຍົນມະນຸດຈີນ ໃນງານ ສະຫລອງ ດັ່ງກ່າວ ບໍ່ພຽງແຕ່ເປັນ ການບຸກທະລຸ ດ້ານເຕັກໂນໂລຊີເທົ່ານັ້ນ, ຫາກຍັງເປັນ ການສະແດງ ແບບໂຮມສູນ ດ້ານວິທະຍາສາດ ເຕັກໂນໂລຊີ ຂອງຈີນ.

ຂປລ. ວິທະຍຸໂທລະພາບ ສູນກາງຈີນ (CMG): ງານລາຕີ ສະຫລອງບຸນກຸດ ຈີນ ປີ 2026 ຂອງ CMG ເຫັນວ່າ ການສະແດງ ຂອງ ຫຸ່ນຍົນມະນຸດຈີນ ໃນງານ ສະຫລອງ ດັ່ງກ່າວ ບໍ່ພຽງແຕ່ເປັນ ການບຸກທະລຸ ດ້ານເຕັກໂນໂລຊີເທົ່ານັ້ນ, ຫາກຍັງເປັນ ການສະແດງ ແບບໂຮມສູນ ດ້ານວິທະຍາສາດ ເຕັກໂນໂລຊີ ຂອງຈີນ.

ໜັງສືພິມ ເດິ ຊານ”(The Sun) ຂອງ ອັງກິດ ລາຍງານວ່າ: ການສະແດງ ກາຍຍະສິນ ແລະ ກັງຟູທີ່ບໍ່ໜ້າເຊື່ອຂອງ ຫຸ່ນຍົນ ໄດ້ເຮັດໃຫ້ ຜູ້ຊົມຝ່າຍຕາເວັນຕົກ ມີຄວາມຮັບຮູ້ໃໝ່ ກ່ຽວກັບ ຄວາມສາມາດຂອງ ເອໄອ(AI).

ຂ່າວສານອາເປ (AP) ຂອງ ອາເມລິກາ ໄດ້ຈັດລາຍການ ຂອງ ຫຸ່ນຍົນ ເຂົ້າເປັນ ໜຶ່ງໃນບັນດາ ຈຸດເດັ່ນ ສຳຄັນທີ່ສຸດຂອງ ງານລາຕີ ສະຫລອງບຸນກຸດ ຈີນ, ໂດຍເປັນສະແດງໃຫ້ເຫັນວ່າ ເບື້ອງຫລັງນີ້ ແມ່ນການເຊື່ອມໂຍງຢ່າງເລິກເຊິ່ງ ຂອງ ເອໄອ ແລະ ການຄວບຄຸມ ການເຄື່ອນໄຫວ.

ນອກຈາກນັ້ນ, ຂ່າວສານຣອຍເຕີ ຂອງ ອັງກິດ ຍັງລາຍງານ ຢ່າງຈະແຈ້ງວ່າ: ຈີນ ໄດ້ຄອງ ຖານະນຳໜ້າໂລກ ໃນຂົງເຂດ ຫຸ່ນຍົນມະນຸດ, ຈົນໄເຮັດໃຫ້ ທ່ານອີລອນ ມັສ ເຊິ່ງເປັນ ບໍລິສັດ ຂອງຈີນ ເປັນຄູ່ແຂ່ງຂັນ ຂະໜາດໃຫຍ່ທີ່ສຸດ ຂອງ ຫຸ່ນຍົນມະນຸດ ບໍລິສັດ Tesla ໂດຍມີຊື່ວ່າ Optimus./

KPL

ຂ່າວອື່ນໆ

ads
ads

Top