ຂປລ
ຍີ່ປຸ່ນ ຈະເປີດປະຊຸມ ລັດຖະສະພາ ສະໄໝສາມັນ ໃນວັນທີ 18 ກຸມພາ ທີ່ຈະມາເຖິງນີ້ ເພື່ອເລືອກຕັ້ງ ນາຍົກລັດຖະມົນຕີ ຫລັງສຳເລັດ ການເລືອກຕັ້ງ ສະພາຜູ້ແທນຕໍ່າ ເພື່ອເລືອກ ນາຍົກລັດຖະມົນຕີ.
ຂປລ. ສຳນັກຂ່າວ ຈີຈີເພຣສ (Jiji Press) ຊຶ່ງເປັນ ສື່ທ້ອງຖິ່ນ ຂອງ ຍີ່ປຸ່ນ ລາຍງານວ່າ: ຍີ່ປຸ່ນ ຈະເປີດປະຊຸມ ລັດຖະສະພາ ສະໄໝສາມັນ ໃນວັນທີ 18 ກຸມພາ ທີ່ຈະມາເຖິງນີ້ ເພື່ອເລືອກຕັ້ງ ນາຍົກລັດຖະມົນຕີ ຫລັງສຳເລັດ ການເລືອກຕັ້ງ ສະພາຜູ້ແທນຕໍ່າ ເພື່ອເລືອກ ນາຍົກລັດຖະມົນຕີ. ສຳລັບ ວັນທຳອິດ ຂອງ ການເປີດສະໄໝ ກອງປະຊຸມ ຄະນະ ລັດຖະມົນຕີ ຊຸດປັດຈຸບັນ ຈະລາອອກ ທັງຄະນະ , ຈາກນັ້ນສະມາຊິກ ສະພາຜູ້ແທນຕໍ່າ ທີ່ຫາກໍ່ໄດ້ຮັບ ການເລືອກຕັ້ງໃໝ່ ແລະ ສະມາຊິກວຸດທິສະພາ ຊຸດປັດຈຸບັນ ຈະລົງ ຄະແນນສຽງ ແຍກກັນ ເພື່ອສະເໜີຊື່ ນາຍົກ ລັດຖະມົນຕີ ຄົນໃໝ່, ຊຶ່້ງເຮັດໜ້າທີ່ ເປັນຜູ້ຈັດຕັ້ງ ຄະນະລັດຖະມົນຕີ ຊຸດໃໝ່ຕໍ່ໄປ./
KPL