ຂປລ
ໃນຕອນບ່າຍວັນທີ 5 ກຸມພາ 2026, ທີ່ສະພາແຫ່ງຊາດລາວ, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ຂປລ. ໃນຕອນບ່າຍວັນທີ 5 ກຸມພາ 2026, ທີ່ສະພາແຫ່ງຊາດລາວ, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ສະຫາຍ ໂຕ ເລິມ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ອີກສະໄໝໜຶ່ງ, ພ້ອມທັງໄດ້ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງເປັນປະເທດທໍາອິດ ຂອງການເຄື່ອນໄຫວວຽກຕ່າງປະເທດຂອງສະຫາຍ ໂຕ ເລິມ ໃນຕໍາແໜ່ງເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ແລະ ເປັນຄະນະຜູ້ແທນຂັ້ນສູງຂອງຕ່າງປະເທດ ຄະນະທໍາອິດທີ່ມາຢ້ຽມຢາມ ສປປ ລາວ ໃນປີ 2026 ຊຶ່ງເປັນການສະແດງເຖິງການຍຶດໝັ້ນອັນສະເໝີຕົ້ນສະເໝີປາຍຂອງທັງສອງປະເທດ ໃນການຖືສໍາຄັນ ແລະ ໃຫ້ບຸລິມະສິດອັນຕ້ົນຕໍ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດສອງປະເທດ.ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ທີ່ສອງປະເທດຍາດມາໄດ້ໃນໄລຍະຜ່ານມາ ກໍຄືຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ໄດ້ປິດລົງຢ່າງສະຫງ່າງາມ. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ຕີລາຄາສູງ ແລະ ພາກພູມໃຈເປັນຢ່າງຍິ່ງ ທ່ີເຫັນວ່າສາຍພົວພັນຂອງສອງປະເທດສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ໄດ້ຍົກລະດັບເປັນສາຍພົວພັນມິດຕະພາບອັນຍ່ິງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ເຖິງວ່າສະພາບການພາກພື້ນ ແລະ ສາກົນ ໄດ້ມີການຜັນແປໄປຢ່າງໄວວາ ແລະ ສັບສົນກໍຕາມ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ ໃນໄລຍະຜ່ານມາຊຶ່ງສອງຝ່າຍ ໄດ້ສໍາເລັດການເປີດນໍາໃຊ້ປຶ້ມ “50 ປີແຫ່ງການພົວພັນ ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ: ການຮ່ວມມືຮອບດ້ານ ແລະ ການພັດທະນາ”. ໃນໂອກາດນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ແຈ້ງໃຫ້ສະຫາຍເລຂາທິການໃຫຍ່ ໂຕ ເລິມ ຊາບໂດຍຫຍໍ້ກ່ຽວກັບຜົນການພົບປະສອງຝ່າຍ ກັບສະຫາຍ ເຈີ່ນ ແທັງ ເມີ້ນ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຊຶ່ງສອງຝ່າຍໄດ້ຕີລາຄາຄືນການພົວພັນຮ່ວມມືໃນໄລຍະຜ່ານມາ ລວມທັງການວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍຈະສືບຕໍ່ການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆທັງສູນກາງ ແລະ ທ້ອງຖິ່ນນໍາກັນພ້ອມ ທັງຮ່ວມກັນຈັດກອງປະຊຸມສໍາມະນາແລກປ່ຽນບົດຮຽນຕ່າງໆຮ່ວມກັນ. ພ້ອມກັນນີ້, ກໍໄດ້ສະແດງຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອອັນໃຫຍ່ຫລວງລໍ້າຄ່າ, ທັນການ ແລະ ມີປະສິດທິຜົນໃຫ້ແກ່ ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ບໍ່ວ່າຈະໃນໄລຍະຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດ ກໍຄືໃນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໃນປັດຈຸບັນ ໂດຍສະເພາະການຊ່ວຍເຫລືອຂອງສະພາແຫ່ງຊາດຫວຽດນາມທີ່ມີຕໍ່ສະພາແຫ່ງຊາດລາວ ຕະຫລອດມາ. ນອກຈາກນັ້ນ, ສະຫາຍ ໄຊສົມພອນ ພົມວິຫານ ຍັງໄດ້ແຈ້ງໃຫ້ຊາບວ່າ ປັດຈຸບັນສະພາແຫ່ງຊາດລາວ ພວມຂຸ້ນຂ້ຽວກະກຽມໃສ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ໃນທົ່ວປະເທດ ຊຶ່ງຈະມີຂຶ້ນໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້. ໃນຂະນະດຽວກັນ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມພ້ອມທັງໄດ້ມີ ຄໍາເຫັນຊີ້ນໍາໃຫ້ສອງສະພາແຫ່ງຊາດ ຫວຽດນາມ ແລະ ລາວ ສືບຕໍ່ຊຸກຍູ້ລັດຖະບານຂອງສອງປະເທດ ຈັດຕັ້ງປະຕິບັດບັນດາສົນທິສັນຍາ, ສັນຍາ ແລະ ຂໍ້ຕົກລົງ, ບັນດາໂຄງການຮ່ວມມືທີ່ສອງ ຝ່າຍໄດ້ລົງນາມຮ່ວມກັນເພື່ອຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ສອງປະເທດ ໃຫ້ຂະຫຍາຍຕົວສູງຂຶ້ນສົມຄູ່ກັບການພົວພັນຮ່ວມມືດ້ານການເມືອງ.
ພາບ: ອ່າຍຄໍາ
KPL