ຂປລ
ອາຊີຕາເວັນອອກສຽງໃຕ້ ມີສັກກາຍະພາບ ການເຕີບໂຕໃຫຍ່ທີ່ສຸດ ສຳລັບການເດີນທາງ ທາງອາກາດທົ່ວໂລກ, ໂດຍຄາດການຄວາມຕ້ອງການເຮືອບິນໃໝ່ ໃນພາກພື້ນແຫ່ງນີ້ເກືອບ 5.000 ລຳ ພາຍໃນໄລຍະ 20 ປີຕໍ່ໜ້າ.
ຂປລ.ສຳນັກຂ່າວ ເອເອຟພີລາຍງານຈາກ ປະເທດສິງກະໂປ, ບໍລິສັດໂບອິ້ງເປີດເຜີຍວ່າ: ອາຊີຕາເວັນອອກສຽງໃຕ້ ມີສັກກາຍະພາບ ການເຕີບໂຕໃຫຍ່ທີ່ສຸດ ສຳລັບການເດີນທາງ ທາງອາກາດທົ່ວໂລກ, ໂດຍຄາດການຄວາມຕ້ອງການ ເຮືອບິນໃໝ່ ໃນພາກພື້ນແຫ່ງນີ້ເກືອບ 5.000 ລຳ ພາຍໃນໄລຍະ 20 ປີຕໍ່ໜ້າ.
ໂດຍທ່ານ ຄາຣເຣນ ຮັລສ ຮອງປະທານ ຝ່າຍການຕະຫລາດ ດ້ານການຄ້າຂອງ ໂບອິ້ງ ກ່າວວ່າ: ອຸດສາຫະກຳ ການບິນ ໃນພາກພື້ນນີ້ ຊຶ່ງຟື້ນຕົວຈາກ ຜົນກະທົບ ຂອງການ ແພ່ລະບາດ ພະຍາດໂຄວິດ-19 ຊ້າກວ່າສ່ວນອື່ນໆຂອງໂລກ ພວມເລັ່ງຕົວ ຢ່າງວ່ອງໄວເນື່ອງຈາກ ການຟື້ນຕົວ ຢ່າງຄຶກຄັກ ແລະ ໂອກາດໃໝ່ທີ່ພວມເກີດຂຶ້ນ.
ທ່ານຄາຣເຣນ ຮັລສ ກ່າວໃນລະຫວ່າງ ງານສະແດງການບິນ ສິງກະໂປ ວ່າອາຊີຕາເວັນອອກສຽງໃຕ້ ຄືຕະຫລາດທີ່ພວມເຕີບໂຕ ແລະ ເປັນຜູ້ນຳຂອງໂລກ ໃນແງ່ຂອງສັກ ກາຍະ ພາບ ການເຕີບໂຕ ໃນລະດັບພາກພື້ນ ພ້ອມທັງເນັ້ນໜັກວ່າ ຊົນຊັ້ນກາງທີ່ພວມເຕີບໂຕ ແລະ ຄວາມຕ້ອງການ ດ້ານການທ່ອງທ່ຽວ ທີ່ເຂັ້ມແຂງ ພວມຊຸກຍູ້ ໃຫ້ການເດີນທາງ ທາງອາກາດ ເພີ່ມຂຶ້ນ ໃນເສັ້ນທາງພາຍ ໃນປະເທດ ແລະ ລະຫວ່າງປະເທດ./.
KPL