ຂປລ
ຢູ່ນະຄອນຫລວງ ບຼາຊີເລັຍ ປະເທດບຣາຊິນສະຖານທູດ ຫວຽດນາມ ປະຈຳບຣາຊິນໄດ້ຈັດພິທີສະເຫລີມສະຫລອງຄົບຮອບ96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03 ກຸມພາ 1930-03 ກຸມພາ 2026).
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 03 ກຸມພາ, ຢູ່ນະຄອນຫລວງ ບຼາຊີເລັຍ ປະເທດບຣາຊິນສະຖານທູດ ຫວຽດນາມ ປະຈຳບຣາຊິນ ໄດ້ຈັດພິທີ ສະເຫລີມ ສະຫລອງ ຄົບຮອບ96 ປີແຫ່ງວັນສ້າງຕັ້ງ ພັກກອມມູນິດ ຫວຽດນາມ (03 ກຸມພາ 1930-03 ກຸມພາ 2026).
ໂດຍທ່ານບຸຍວັນງີ້, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ ກ່າວເນັ້ນໜັກ ວ່າກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ທີ່ຫາກໍ່ຈັດຂຶ້ນ ຢ່າງສຳເລັດຜົນນັ້ນ ໄດ້ເປັນຂີດໝາຍການເມືອງ ທີ່ມີຄວາມໝາຍຕັດສິນ, ເປີດ “ສັງກາດບຸກບືນຂອງຊາດຫວຽດນາມ”.
ກອງປະຊຸມໃຫຍ່ໄດ້ກຳນົດເປົ້າໝາຍຮອດປີ 2030 ຫວຽດນາມໃຫ້ກາຍເປັນ ປະເທດກໍາລັງພັດທະນາ ມີອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ ແລະວິໄສທັດຮອດປີ 2045 ກາຍເປັນປະເທດ ພັດທະນາ, ມີລາຍຮັບສູງອື່ນໆ.
ທ່ານບຸຍວັນງີ້ຢືນຢັນວ່າ ໃນຂົງເຂດການພົວພັນ ຕ່າງປະເທດ, ຫວຽດນາມສືບຕໍ່ຢຶດໝັ້ນ ແນວທາງເອກະລາດ, ເປັນເຈົ້າຕົນເອງ, ເປັນເພື່ອນມິດ ທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະຄູ່ຮ່ວມມື ທີ່ມີຄວາມຮັບຜິດຊອບ ຂອງປະຊາຄົມສາກົນ, ໂດຍຫວັງຢາກເປີດກວ້າງ ການຮ່ວມມືຢ່າງແທ້ຈິງ ກັບບັນດາປະເທດ ອາເມລິກາລາຕິນ, ໃນນັ້ນມີ ບຣາຊິນ, ເພື່ອຜົນ ປະ ໂຫຍດຂອງປະຊາຊົນ ບັນດາປະເທດ./.
KPL