ຖາມ-ຄໍາຕອບ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ

12/02/2026 13:17
Email Print 563
ຂປລ ຂປລ.​ ໜັງສືພິມປະເທດລາວ ສະບັບກ່ອນໆໄດ້ລົງໄປແລ້ວກ່ຽວກັບ ຄຳຖາມ-ຄຳຕອບ ຂອງສະພາແຫ່ງຊາດ ແລະ ສະ ພາປະຊາຊົນຂັ້ນແຂວງ ຊຶ່ງມາສະບັບນີ້ ຂໍສືບຕໍ່ນຳສະເໜີ ຄຳຖາມ-ຄຳຕອບ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຂໍ້ມູນປະກອບຄວາມຮູ້ ແລະ ຄວາມເຂົ້າໃຈ ທີ່ຖືກຕ້ອງກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແນໃສ່ເຮັດໃຫ້ການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຖືກຕ້ອງຕາມກົດໝາຍ

ຂປລ.​ ໜັງສືພິມປະເທດລາວ ສະບັບກ່ອນໆໄດ້ລົງໄປແລ້ວກ່ຽວກັບ ຄຳຖາມ-ຄຳຕອບ ຂອງສະພາແຫ່ງຊາດ ແລະ ສະ ພາປະຊາຊົນຂັ້ນແຂວງ ຊຶ່ງມາສະບັບນີ້ ຂໍສືບຕໍ່ນຳສະເໜີ ຄຳຖາມ-ຄຳຕອບ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຂໍ້ມູນປະກອບຄວາມຮູ້ ແລະ ຄວາມເຂົ້າໃຈ ທີ່ຖືກຕ້ອງກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແນໃສ່ເຮັດໃຫ້ການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຖືກຕ້ອງຕາມກົດໝາຍ, ມີຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ຄໍາຖາມ 1 : ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແມ່ນຫຍັງ?

ຕອບ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແມ່ນການເສີມຂະຫຍາຍສິດປະຊາທິປະໄຕ ຂອງພົນລະເມືອງລາວຜູ້ມີສິດເລືອກຕັ້ງ ເຂົ້າໃນການເລືອກເອົາບຸກຄົນທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ເປັນສະມາຊິກພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນປະຕິບັດສິດອໍານາດຂອງປະ ຊາຊົນລາວບັນດາເຜົ່າ ຢູ່ໃນອົງການອໍານາດລັດຂັ້ນສູນກາງ ແລະ ທ້ອງຖິ່ນ.

ຄໍາຖາມ 2: ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນ ແຂວງ ຊຸດທີ V ມີຄວາມໝາຍສໍາຄັນແນວໃດ?

ຕອບ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງຊຸດ ທີ V ມີຄວາມສໍາຄັນທີ່ສຸດ, ຍ້ອນວ່າແມ່ນການເສີມຂະຫຍາຍ ແລະ ປະຕິບັດສິດ ປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການປັບປຸງ, ບູລະນະລະບົບອົງການອໍານາດລັດຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ເຂັ້ມແຂງ ເປັນຕົ້ນ ແມ່ນປັບປຸງບູລະນະ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງ ປະຊາຊົນລາວບັນດາເຜົ່າ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ແມ່ນມີຂຶ້ນໃນເວລາທີ່ພັກປະຊາຊົນປະຕິວັດລາວ ກໍາອໍານາດມາໄດ້ 50 ປີ ແລະ ກໍແມ່ນ 50 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງລັດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຢູ່ໃນ
ທ່າມກາງບັນຍາກາດທີ່ສະພາບການຂອງໂລກ
, ພາກພື້ນ ພວມມີການຜັນແປຢ່າງສັບສົນ, ຄາດຄະເນໄດ້ຍາກທີ່ສົ່ງຜົນກະທົບທາງດ້ານຕັ້ງໜ້າ ແລະ ຫຍໍ້ທໍ້ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຂອງພວກເຮົາ. ຢູ່ພາຍໃນປະ ເທດ, ພວກເຮົາຍັງ ສືບຕໍ່ປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ມາເປັນເວລາຫລາຍປີ. ສະນັ້ນ, ການເລືອກຕັ້ງຄັ້ງນີ້ ຈຶ່ງມີຄວາມໝາຍສໍາຄັນເປັນພິເສດ ຊຶ່ງຮຽກຮ້ອງໃຫ້ພົນລະເມືອງລາວ ຜູ້ມີສິດເລືອກຕັ້ງທຸກຄົນຍິງຕ້ອງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ ແລະ ລະຫວ່າງ ເຜົ່າຕ່າງໆ, ພ້ອມກັນໄປໃຊ້ສິດປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ ແລະ ໃຫ້ເລືອກເອົາຜູ້ມີມາດຖານ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ ເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ເພື່ອສາມາດເຮັດຫລ້ອນໜ້າທີ່ອັນມີກຽດ ໃນຖານະເປັນຕົວແທນໃຫ້ແກ່ສິດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ.

ຄໍາຖາມ 3: ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ມີຫລັກການແນວໃດ?

ຕອບ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ມີ 5 ຫລັກການພື້ນຖານ ດັ່ງນີ້:

1. ຫລັກການທົ່ວໄປ: ມີຄວາມໝາຍວ່າ ພົນລະເມືອງລາວຜູ້ມີສິດເລືອກຕັ້ງ ແຕ່ອາຍຸ 18 ປີ ຂຶ້ນໄປ ລ້ວນແຕ່ມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ມີອາຍຸ 21 ປີຂຶ້ນໄປ ລ້ວນແຕ່ມີສິດສະໝັກຮັບເລືອກຕັ້ງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

2. ຫລັກການສະເໝີພາບ: ມີຄວາມໝາຍວ່າ ພົນລະເມືອງລາວຜູ້ມີສິດເລືອກຕັ້ງ ມີສິດເທົ່າທຽມກັນ ໃນການເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ ໂດຍບໍ່ຈໍາແນກ ເພດ, ເຜົ່າ, ຖານະທາງດ້ານສັງຄົມ, ລະດັບການສຶກສາ ແລະ ຄວາມເຊື່ອຖື.

3. ຫລັກການໂດຍກົງ: ມີຄວາມໝາຍວ່າ ພົນລະເມືອງລາວຜູ້ມີສິດເລືອກຕັ້ງ ເປັນຜູ້ດໍາເນີນການປ່ອນບັດດ້ວຍຕົນເອງ ເພື່ອເລືອກເອົາຜູ້ສະໝັກຮັບເລືອກຕັ້ງທີ່ຕົນເຫັນວ່າມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນ ເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ຍົກເວັ້ນກໍລະນີ ທີ່ກໍານົດໄວ້ສະເພາະຢູ່ໃນກົດໝາຍ.

4. ຫລັກການລົງຄະແນນສຽງປິດລັບ: ມີຄວາມໝາຍວ່າ ພົນລະເມືອງລາວ ຜູ້ມີສິດເລືອກຕັ້ງ ແຕ່ລະຄົນ ເປັນຜູ້ຕັດສິນໃຈຂີດບັດດ້ວຍຕົນເອງ ແລະ ນໍາເອົາບັດທີ່ຂີດນັ້ນໄປປ່ອນໃສ່ຫີບບັດ ໂດຍ ບໍ່ໃຫ້ຄົນອື່ນຮູ້ ແລະ ເຫັນນໍາ. ຍົກເວັ້ນກໍລະ ນີສະເພາະທີ່ໄດ້ກໍານົດໄວ້ໃນກົດໝາຍ.

5. ຫລັກກການຍຸຕິທໍາ: ມີຄວາມໝາຍວ່າ ການປ່ອນບັດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຕ້ອງມີຄວາມໂປ່ງໃສ, ບໍ່ມີການລັກໂລບ, ປອມແປງຄະແນນສຽງ,ບໍ່ໂຄ ສະນາໃສ່ຮ້າຍປ້າຍສີ ຊິ່ງກັນ ແລະ ກັນ. ພໍ້ກັນໃໝ່ໃນສະບັບໜ້າ

KPL

ຂ່າວອື່ນໆ

    • ເປີດແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫ້ວຍກາງ ບ້ານຜາດໍາບົດ-ສາລະຄະດີ

      ເປີດແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫ້ວຍກາງ ບ້ານຜາດໍາ

      4/16/2026 2:41:59 PM

      ຂປລ. ນໍ້າຕົກຕາດຫ້ວຍກາງ ຕັ້ງຢູ່ບ້ານຜາດໍາ ເມືອງເມິງ ແຂວງບໍ່ແກ້ວ ເຊິ່ງໄດ້ຮັບການສໍາຫລວດໃນປີ 2023 ທັງຖືກກໍານົດເປັນແຫລ່ງທ່ອງທ່ຽວຢູ່ໃນລະດັບຂັ້ນເມືອງ, ມີເນື້ອທີ່ ທີ່ໄດ້ກໍານົດໄວ້ຫລາຍກວ່າ 110 ເຮັກຕາ, ພື້ນທີ່ດັ່ງກ່າວ ເປັນປ່າຫົວນໍ້າ ແລະ ເປັນປ່າສະຫງວນຂອງບ້ານທີ່ມີຄວາມອຸດົມສົມບູນທາງດ້ານຊີວະນາໆພັນນາໆຊະນິດຕ່າງໆ.

    • ປີໃໝ່ ຄວນເອົາໃຈໃສ່ບັນຫາອຸບັດເຫດ ບົດ-ສາລະຄະດີ

      ປີໃໝ່ ຄວນເອົາໃຈໃສ່ບັນຫາອຸບັດເຫດ

      4/16/2026 2:35:44 PM

      ຂປລ. ຍັງອີກບໍ່ພໍເທົ່າໃດມື້ ບຸນຕຸດສົງການ ຫລື ບຸນປີລາວໃໝ່ ໄດ້ໝູນວຽນມາຮອດອີກເທື່ອໜຶ່ງ ຊຶ່ງເປັນບຸນລະດັບຊາດທີ່ໄດ້ຈັດຕັ້ງກັນມາເທົ່າທຸກວັນນີ້ ທັງເປັນບຸນທີ່ພວກເຮົາລໍຄອຍ ທີ່ຈະໄດ້ພົບພໍ້ກັນ ແລະ ອອຍພອນເຊິ່ງກັນ ແລະ ກັນ.

    • ແກ້ງເຊລະນອງ ບ້ານຕະຫລຸງ ເມືອງຕະໂອ້ຍ ຍິນດີຕ້ອນຮັບນັກທ່ອງທ່ຽວທຸກທ່ານໃນໄລຍະບຸນປີໃໝ່ລາວບົດ-ສາລະຄະດີ

      ແກ້ງເຊລະນອງ ບ້ານຕະຫລຸງ ເມືອງຕະໂອ້ຍ ຍິນດີຕ້ອນຮັບນັກທ່ອງທ່ຽວທຸກທ່ານໃນໄລຍະບຸນປີໃໝ່ລາວ

      4/16/2026 2:32:03 PM

      ຂປລ. ແກ້ງເຊລະນອງ ບ້ານຕະຫລຸງ ເມືອງຕະໂອ້ຍ ແຂວງສາລະວັນ ກຽມພ້ອມຕ້ອນຮັບນັກທ່ອງທ່ຽວດ້ວຍຄວາມອົບອຸ່ນ ແລະ ເປັນກັນເອງ ໂດຍໄດ້ພາກັນປຸກຕູບກາງນໍ້າ ຫລາຍກວ່າ 10 ຕູບ ເພື່ອໃຫ້ເປັນບ່ອນພັກຜ່ອນ, ກິນເຂົ້າ, ນັ່ງຫລິ້ນ ແລະ ແຊ່ນໍ້າເຢັນໆ ທ່າມກາງທໍາມະຊາດທີ່ສວຍງາມ ຊຶ່ງສະຖານທີ່ທ່ອງທ່ຽວແຫ່ງນີ້ ເໝາະສໍາລັບການມາທ່ຽວແບບຄອບຄົວ ຫລື ພາໝູ່ຄູ່ມາເປັນທີມ ເພື່ອຜ່ອນຄາຍຮ້ອນ ແລະ ສະເຫລີມສະຫລອງບຸນປີໃໝ່ລາວ ພສ 2569 ຢ່າງເບີກບານມ່ວນຊື່ນ.

    •  ນ້ຳຫວານ ປິຍະດາ   ພ້ອມຄວ້າໂອກາດໃນເວທີປະກວດ ນາງສັງຂານຫລວງພະບາງ 2026ບົດ-ສາລະຄະດີ

      ນ້ຳຫວານ ປິຍະດາ ພ້ອມຄວ້າໂອກາດໃນເວທີປະກວດ ນາງສັງຂານຫລວງພະບາງ 2026

      4/16/2026 2:27:17 PM

      ຂປລ. ຄໍ​ລໍາ​ “ບັນ​ເທີ​ງ” ໜັງສື​ພິມ​ປະ​ເທດ​ລາວ​ມື້ນີ້ ຈະ​ພາ​ບັນດາ​ທ່ານ​ມາ​ສ່ອງ​ເບິ່ງສາວ​ງາມ ຈາກ​ເວ​ທີປະ​ກວດ ນາງສັງຂານຫລວງພະບາງ 2026 ຜູ້ເຂົ້າປະກວດໝາຍເລກ 7 ນາງ ນ້ຳຫວານ ປິຍະດາ ທີ່ພົກພາທັງຄວາມສາມາດຮອບດ້ານ ແລະ ຫົວໃຈທີ່ຮັກໃນຄວາມເປັນຫລວງພະບາງມາເຕັມປ່ຽມ ທີ່​ຈະ​ມາ​ຫາ​ຄວາມ​ຮູ້, ປະສົບ​ການ​ທີ່ ​ແລະ ພ້ອມ​ຄວ້າ​ທຸກ​ໂອກ​າດ ຈາກ​​ກອງ​ປະ​ກວດ​ໃນ​ຄັ້ງ​ນີ້.

    •  ໂຄງການຮ່ວມມືຊຸກຍູ້ສົ່ງເສີມຄວາມຮູ້ທາງດ້ານວິຊາການ ຈະເປັນສ່ວນໜຶ່ງແກ້ໄຂຄວາມທຸກຍາກ ບົດ-ສາລະຄະດີ

      ໂຄງການຮ່ວມມືຊຸກຍູ້ສົ່ງເສີມຄວາມຮູ້ທາງດ້ານວິຊາການ ຈະເປັນສ່ວນໜຶ່ງແກ້ໄຂຄວາມທຸກຍາກ

      4/16/2026 2:23:23 PM

      ຂປລ. ເປັນອີກໜຶ່ງຄວາມພາກພູມໃຈຂອງຊາວກະສິກອນພາຍໃນນະຄອນຫລວງວຽງຈັນ ໂດຍສະເພາະແມ່ນກະສິກອນເມືອງປາກງື່ມ ທີ່ຈະໄດ້ຮຽນຮູ້ທາງດ້ານວິຊາການເຂົ້າໃນການຜະລິດກະສິກຳເປັນສິນຄ້າແກ້ໄຂຄວາມທຸກຍາກໃຫ້ນັບມື້ຫລຸດລົງ ພາຍຫລັງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ

ads
ads

Top