ຍີ່ປຸ່ນ ສົ່ງອອກເຂົ້າ ເພີ່ມຂຶ້ນ 3,7% ໃນປີ 2025

11/02/2026 21:19
ຂປລ ຍອດການສົ່ງອອກເຂົ້າ ຂອງ ຍີ່ປຸ່ນ ເພີ່ມຂຶ້ນ 3,7% ເປັນລະດັບ ສູງສຸດ ເປັນປະຫວັດສາດ ໃນປີ 2025 , ເຖິງວ່າ ການເຕີບໂຕ ຊ້າລົງ ກໍ່ຕາມ.

ຂປລ.ສຳນັກຂ່າວ ອິນໂຟເຄວສ: ກະຊວງ ກະສິກຳປ່າໄມ້ ແລະ ການປະມົງ ຂອງ ຍີ່ປຸ່ນ ເປີດເຜີຍວ່າ: ຍອດການສົ່ງອອກເຂົ້າ ຂອງ ຍີ່ປຸ່ນ ເພີ່ມຂຶ້ນ 3,7% ເປັນລະດັບ ສູງສຸດ ເປັນປະຫວັດສາດ ໃນປີ 2025 , ເຖິງວ່າ ການເຕີບໂຕ ຊ້າລົງ ກໍ່ຕາມ.

ໂດຍຍີ່ປຸ່ນ ສົ່ງອອກເຂົ້າ ຫລາຍກວ່າ 48.000 ໂຕນ ໃນປີ 2025 , ໃນນັ້ນ ລວມຖິງ ຜະລິດຕະພັນເຂົ້າ ສໍາເລັດຮູບ, ຖືເປັນ ການສ້າງຕົວເລກສະຖິຕິ ຂອງ ຍອດການສົ່ງອອກ ສູງສຸດ ເປັນປີທີ 5 ຕິດຕໍ່ກັນ, ນັບແຕ່ປີ 2020, ຊຶ່ງເລີ່ມມີ ການລວບລວມ ສະຖິຕິ ທີ່ ສາມາດ ນຳມາໃຊ້ ປຽບທຽບກັນໄດ້. ຂະນະດຽວກັນ ອັດຕາ ການເຕີບໂຕ ດັ່ງກ່າວ ພັດຫລຸດລົງ ຢ່າງຫລວງຫລາຍ ທຽບກັບໄລຍະ 3 ປີຜ່ານມາ ຈົນເຖິງ ປີ 2024 ມີການເຕີບໂຕສູງກວ່າ 20% ໃນແຕ່ລະປີ. ຍ້ອນລາຄາເຂົ້າ ພາຍໃນ ປະເທດ ເພີ່ມສູງຂຶ້ນ ສົ່ງຜົນໃຫ້ ມີການຈັດສັນ ຜົນຜະລິດ ເພື່ອຈຳໜ່າຍພາຍໃນ ປະເທດຫລາຍຂຶ້ນ./

KPL

ຂ່າວອື່ນໆ

ads
ads

Top