ຂປລ
ຂປລ. ໜັງສືພິມປະເທດລາວ ສະບັບກ່ອນໆ ກໍໄດ້ນຳສະເໜີຫລາຍໆຄຳຖາມ-ຄຳຕອບໄປແລ້ວ, ມາໃນມື້ນີ້ສືບຕໍ່ນຳສະເໜີໃຫ້ບັນດາທ່ານໄດ້ຮັບຮູ້ ກ່ຽວກັບການຈັດຕັ້ງໂຄສະນາຫາສຽງໃຫ້ແກ່ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາ, ການກໍານົດເຂດເລືອກຕັ້ງ, ຫນ່ວຍປ່ອນບັດເລືອກຕັ້ງ ແລະ ການຂຶ້ນບັນຊີລາຍ ຊື່ຜູ້ທີ່ມີສິດເລືອກຕັ້ງ ແລະ ການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນຕ່າງໆ
ຂປລ. ໜັງສືພິມປະເທດລາວ ສະບັບກ່ອນໆ ກໍໄດ້ນຳສະເໜີຫລາຍໆຄຳຖາມ-ຄຳຕອບໄປແລ້ວ, ມາໃນມື້ນີ້ສືບຕໍ່ນຳສະເໜີໃຫ້ບັນດາທ່ານໄດ້ຮັບຮູ້ ກ່ຽວກັບການຈັດຕັ້ງໂຄສະນາຫາສຽງໃຫ້ແກ່ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາ, ການກໍານົດເຂດເລືອກຕັ້ງ, ຫນ່ວຍປ່ອນບັດເລືອກຕັ້ງ ແລະ ການຂຶ້ນບັນຊີລາຍ ຊື່ຜູ້ທີ່ມີສິດເລືອກຕັ້ງ ແລະ ການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນຕ່າງໆ ຊຶ່ງມີລາຍລະອຽດດັ່ງນີ້:
ຄໍາຖາມ 9: ການຈັດຕັ້ງໂຄສະນາຫາສຽງ ໃຫ້ແກ່ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາ ມີແນວໃດ?
ຕອບ: ອົງການຈັດຕັ້ງຂອງ ພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງສັງຄົມ ມີ ສິດ ແລະ ໜ້າທີ່ ອໍານວຍຄວາມສະດວກໃນ ການຈັດສະຖານທີ່, ຈັດຕັ້ງການໂຄສະນາຫາສຽງ ໃຫ້ຜູ້ສະໝັກຮັບເລືອກຕັ້ງໃນເຂດເລືອກຕັ້ງຂອງຕົນ ຕາມກົດໝາຍ ແລະ ລະບຽບການ.
ຜູ້ສະໝັກຮັບເລືອກຕັ້ງແຕ່ລະຄົນ ມີສິດ ແລະ ໜ້າທີ່ລາຍງານຊີວະປະຫວັດຫຍໍ້ ຂອງຕົນ ແລະ ຂອງຜູ້ສະໝັກເລືອກຕັ້ງອື່ນ ໃນເຂດເລືອກຕັ້ງດຽວກັນ ຕາມລະບຽບການ, ມີສິດໂຄສະນາຫາ ສຽງໃຫ້ແກ່ຕົນເອງ ຕາມລະບຽບການ.ການໂຄສະນາ ໃຫ້ເລີ່ມພາຍຫລັງວັນປະກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ຕາມການຕົກລົງ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ຕ້ອງຢຸດລົງກ່ອນວັນເລືອກຕັ້ງ ຫນຶ່ງວັນ. ຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຜູ້ກໍານົດລະບຽບການຈັດຕັ້ງໂຄສະນາ.
ຄໍາຖາມ 10: ການກໍານົດເຂດເລືອກຕັ້ງ, ໜ່ວຍປ່ອນບັດເລືອກຕັ້ງ ແລະ ການຂຶ້ນບັນຊີລາຍ ຊື່ຜູ້ທີ່ມີສິດເລືອກຕັ້ງ ມີແນວໃດ?
ຕອບ: ການກໍານົດເຂດເລືອກຕັ້ງ, ໜ່ວຍປ່ອນບັດເລືອກຕັ້ງ ແລະ ການຂຶ້ນບັນຊີລາຍຊື່ຜູ້ທີ່ ມີສິດເລືອກຕັ້ງ ມີດັ່ງນີ້:
1. ການກໍານົດເຂດເລືອກຕັ້ງ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ໃຫ້ຖືເອົານະຄອນຫລວງ, ແຂວງ, ເປັນເຂດເລືອກຕັ້ງ. ການເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ ໃຫ້ຖືເອົາ ເມືອງ, ເທສະບານ, ນະຄອນ ເປັນເຂດເລືອກຕັ້ງ.
2. ການກໍານົດໜ່ວຍປ່ອນບັດເລືອກຕັ້ງ: ໜ່ວຍປ່ອນບັດເລືອກຕັ້ງສະມາຊິກສະພາ ໃຫ້ຖືເອົາບ້ານເປັນຫລັກ, ບ້ານໃດທີ່ມີຜູ້ມີສິດເລືອກຕັ້ງແຕ່ຫ້າຮ້ອຍ ເຖິງໜຶ່ງພັນຄົນ ໃຫ້ຈັດຕັ້ງເປັນໜ່ວຍ ປ່ອນບັດເລືອກຕັ້ງໜຶ່ງ, ຖ້າຫາກຫລາຍກວ່າ ຫໜຶ່ງພັນຄົນ ຂຶ້ນໄປ ໃຫ້ຈັດຕັ້ງເປັນຫລາຍໜ່ວຍປ່ອນບັດ ເລືອກຕັ້ງ. ສໍາລັບບ້ານທີ່ຢູ່ໃກ້ຄຽງກັນ ຊຶ່ງມີຈໍານວນຜູ້ມີສິດເລືອກຕັ້ງໜ້ອຍກວ່າຫ້າຮ້ອຍຄົນ ນັ້ນໃຫ້ໂຮມເຂົ້າກັນ ແລ້ວຈັດຕັ້ງເປັນຫນ່ວຍປ່ອນບັດເລືອກຕັ້ງໜຶ່ງ.
ໃນກໍລະນີບ້ານທີ່ຢູ່ຫ່າງໄກສອກຫລີກ, ການໄປມາມີຄວາມຫຍຸ້ງຍາກຫລາຍນັ້ນອາດຈະຈັດ ຕັ້ງເປັນໜ່ວຍປ່ອນບັດເລືອກຕັ້ງໜຶ່ງ ຫລື ຈັດຕັ້ງເປັນຫນ່ວຍຮັບຜິດຊອບຫີບບັດເຄື່ອນທີ່ ເພື່ອໄປຮັບເອົາບັດລົງຄະແນນສຽງຂອງຜູ້ມີສິດເລືອກຕັ້ງກໍໄດ້ໜວຍປ່ອນບັດເລືອກຕັ້ງ ສໍາລັບພົນລະເມືອງລາວທີ່ພວມປະຕິບັດໜ້າທີ່ ແລະ ດໍາລົງຊີວິດຢູ່ຕ່າງປະເທດນັ້ນ ໃຫ້ຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຜູ້ກໍານົດ.
ການກໍານົດໜ່ວຍປ່ອນບັດເລືອກຕັ້ງຢູ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ຄະນະກອງບັນຊາການ ກອງພົນ, ກອງພັນ, ກອງຮ້ອຍເອກະລາດ ແລະ ຄະນະກອງບັນຊາການ ແຂວງ, ນະຄອນຫລວງ ເປັນຜູ້ກໍານົດໜ່ວຍປ່ອນບັດເລືອກຕັ້ງຢູ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງຕົນ ແລ້ວແຈ້ງເປັນລາຍລັກອັກສອນໃຫ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ທີ່ຄະນະກອງນັ້ນຕັ້ງຢູ່ ເພື່ອຮັບຮູ້ ແລະ ສັງລວມເຂົ້າບັນຊີລາຍຊື່ໃນຈໍານວນໜ່ວຍປ່ອນບັດເລືອກຕັ້ງຂອງ ເມືອງ, ເທສະບານ, ນະຄອນນັ້ນ.
ສໍາລັບ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ຖ້າຫາກມີຄວາມ ຈໍາເປັນຈັດຕັ້ງໜ່ວຍປ່ອນບັດເລືອກຕັ້ງສະເພາະນັ້ນ ກໍໃຫ້ຫ້ອງວ່າການກະຊວງດັ່ງກ່າວ ເປັນຜູ້ ກໍານົດ ແລ້ວແຈ້ງເປັນລາຍລັກອັກສອນໃຫ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງບ່ອນກະຊວງນັ້ນ ຕັ້ງຢູ່ເພື່ອຮັບຮູ້.
3. ການຂຶ້ນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ: ການຈັດຕັ້ງບ້ານ ເປັນຜູ້ຮັບຜິດຊອບຂຶ້ນບັນຊີລາຍຊື່ ຜູ້ມີສິດເລືອກຕັ້ງສະມາຊິກສະພາ ໃນຂອບເຂດບ້ານຂອງຕົນ ແລ້ວລາຍງານໃຫ້ຄະນະກໍາມະການ ເລືອກຕັ້ງຂັ້ນເມືອງ. ຜູ້ມີສິດເລືອກຕັ້ງແຕ່ລະຄົນ ມີສິດຈົດຊື່ຂອງຕົນ ຢູ່ໜ່ວຍປ່ອນບັດເລືອກຕັ້ງໜ່ວຍດຽວ ບ່ອນຕົນອາໄສຢູ່ ຫລື ຂຶ້ນສໍາມະໂນຄົວເທົ່ານັ້ນ.
ຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຜູ້ປະກາດລາຍຊື່ຜູ້ມີສິດປ່ອນບັດເລືອກຕັ້ງດັ່ງກ່າວ ໃນຂອບເຂດທົ່ວປະເທດ ກ່ອນວັນເລືອກຕັ້ງພາຍໃນ ສາມສິບວັນ. ບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ຕ້ອງນໍາມາຕິດປະກາດເປັນທາງການ ຢູ່ພາຍໃນໜ່ວຍປ່ອນບັດເລືອກຕັ້ງຂອງບ້ານ ເປັນຕົ້ນ ຫ້ອງການປົກຄອງບ້ານ, ສະຖານທີ່ສາທາລະນະຂອງເຂດປ່ອນບັດ ເພື່ອໃຫ້ປະຊາຊົນຕິດຕາມ ແລະ ກວດກາຊື່ຂອງຕົນ.
ການຂຶ້ນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ຄະນະກອງບັນຊາການ ກອງພົນ, ກອງພັນ, ກອງຮ້ອຍເອກະລາດ ແລະ ຄະນະກອງບັນຊາການ ແຂວງ, ນະຄອນຫລວງ ເປັນຜູ້ຮັບຜິດຊອບຂຶ້ນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລ້ວແຈ້ງເປັນລາຍລັກອັກສອນໃຫ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ບ່ອນຄະ ນະ ກອງດັ່ງກ່າວນັ້ນຕັ້ງຢູ່ ເພື່ອຮັບຮູ້.
ສໍາລັບ ທະຫານ, ຕໍາຫລວດ ທີ່ມີປຶ້ມສໍາມະໂນຄົວ ອາໄສຢູ່ບ້ານໃດ ກໍໃຫ້ຈົດຊື່ຂອງຕົນເຂົ້າໃນ ບັນຊີລາຍຊື່ ຜູ້ມີສິດເລືອກຕັ້ງ ຢູ່ຫນ່ວຍປ່ອນບັດເລືອກຕັ້ງຂອງບ້ານນັ້ນ. ພໍ້ກັນໃໝ່ໃນສະບັບໜ້າ
ຄໍາຖາມ 11: ການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນຕ່າງໆ ມີແນວໃດ?
ຕອບ: ການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນຕ່າງໆ ມີດັ່ງນີ້:
1. ການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ: ຄະນະກໍາມະການເລືອກຕັ້ງລະດັບຊາດ ຖືກແຕ່ງຕັ້ງໂດຍຄະນະປະຈໍາສະພາແຫ່ງຊາດ ແລ້ວສະເໜີປະທານປະເທດ ອອກລັດຖະດໍາລັດ ປະກາດເປັນທາງການ ຢ່າງຊ້າ ເກົ້າສິບວັນ ກ່ອນວັນເລືອກຕັ້ງ, ມີພາລະບົດບາດ ນໍາພາ-ຊີ້ນໍາການ ເລືອກຕັ້ງສະມາຊິກສະພາ ແລະ ຄະນະກໍາມະການເລືອກຕັ້ງ ລະດັບທ້ອງຖິ່ນ.
ຄະນະກໍາມະການເລືອກຕັ້ງລະດັບຊາດ ປະກອບດ້ວຍ ປະທານ, ຮອງປະທານ ແລະ ກໍາມະການ, ແຕ່ຈໍານວນຄະນະກໍາມະການ ບໍ່ໃຫ້ເກີນ ສິບເຈັດຄົນ.
2. ການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບທ້ອງຖິ່ນ ທ້ອງຖິ່ນ ຄະນະກໍາມະການເລືອກຕັ້ງລະດັບລວມມີ 2 ຂັ້ນ ຄື: ຂັ້ນແຂວງ ແລະ ຂັ້ນເມືອງ).
ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ເປັນຜູ້ຕົກລົງແຕ່ງຕັ້ງຄະນະກໍາມະການເລືອກຕັ້ງ ຂັ້ນແຂວງ, ຂັ້ນເມືອງ ແລ້ວປະກາດເປັນທາງການຢ່າງຊ້າ ຫົກສິບວັນ ກ່ອນວັນເລືອກຕັ້ງ. ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ປະກອບດ້ວຍ ປະທານ, ຮອງປະທານ ແລະ ກໍາມະການ ແຕ່ຈໍານວນຄະນະກໍາມະການດັ່ງກ່າວ ບໍ່ໃຫ້ເກີນ ສິບເກົ້າຄົນ; ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ປະກອບດ້ວຍ ປະທານ, ຮອງປະທານ ແລະ ກໍາມະການ ແຕ່ຈໍານວນຄະນະກໍາມະການດັ່ງກ່າວ ບໍ່ໃຫ້ເກີນ ຊາວຫ້າຄົນ.
ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ໃນຂອບເຂດຂັ້ນເມືອງຂອງຕົນ; ເປັນຜູ້ແຕ່ງຕັ້ງຄະນະຮັບຜິດຊອບຫນ່ວຍປ່ອນບັດເລືອກຕັ້ງ; ກົມກອງໃນກໍາລັງຫລວງ ເເລະ ກໍາລັງທ້ອງຖິ່ນ, ຫ້ອງວ່າການ ກະຊວງປ້ອງກັນປະເທດ ແລະກະ ຊວງປ້ອງກັນຄວາມສະຫງົບ ເປັນຜູ້ແຕ່ງຕັ້ງຄະນະຮັບຜິດຊອບຫນ່ວຍປ່ອນບັດເລືອກຕັ້ງຢູ່ໃນກໍາ ລັງ ປະກອບອາວຸດ ແລ້ວແຈ້ງເປັນລາຍລັກອັກສອນໃຫ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ບ່ອນກົມ ກອງ ແລະ ຫ້ອງວ່າການນັ້ນຕັ້ງຢູ່ ເພື່ອຮັບຊາບ; ຄະນະຮັບຜິດຊອບຫນ່ວຍປ່ອນບັດເລືອກຕັ້ງ ປະກອບດ້ວຍ ຫົວໜ້າ, ຮອງຫົວໜ້າ ແລະ ກໍາມະການ ແຕ່ຈໍານວນທັງຫມົດບໍ່ໃຫ້ເກີນ ສິບຫ້າຄົນ.
ການປະກອບຄະນະກໍາມະການເລືອກຕັ້ງແຕ່ລະຂັ້ນ ໃຫ້ມີຕົວແທນຈາກອົງການຈັດຕັ້ງ ພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ສໍາລັບ ຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ນັ້ນ ຍັງ ໃຫ້ມີຕົວແທນຈາກສະພາ ຕື່ມອີກ. ຄະນະກໍາມະການເລືອກຕັ້ງແຕ່ລະຂັ້ນ ມີສິດສ້າງຕັ້ງອະນຸກໍາມະການ ເພື່ອເປັນກົງຈັກຊ່ວຍ ວຽກຂອງຕົນ ຕາມຄວາມເຫມາະສົມ.
ພໍ້ກັນໃໝ່ໃນສະບັບໜ້າ
KPL