ຂປລ
ກຳປັ່ນ ຕຳຫລວດຈີນ 3 ລໍາ ໄດ້ອອກຈາກທ່າກຳປັ່ນຈິງຮ່າຂອງແຂວງປົກຄອງ ຕົນເອງ ເຜົ່າລື້ສິບສອງພັ່ນນາ ແຂວງຢຸນນານ, ເຊິ່ງເປັນ ຂີດໝາຍ ສະແດງໃຫ້ເຫັນວ່າ ໄດ້ເລີ່ມດຳເນີນ ການເຄື່ອນໄຫວ ລາດຕະເວນ
ຂປລ. ວິທະຍຸ ໂທລະພາບ ສູນກາງຈີນ (CMG): ວັນທີ 9 ກຸມພາ, ກຳປັ່ນ ຕຳຫລວດຈີນ 3 ລໍາ ໄດ້ອອກຈາກທ່າກຳປັ່ນຈິງຮ່າຂອງແຂວງປົກຄອງ ຕົນເອງ ເຜົ່າລື້ສິບສອງພັ່ນນາ ແຂວງຢຸນນານ, ເຊິ່ງເປັນ ຂີດໝາຍ ສະແດງໃຫ້ເຫັນວ່າ ໄດ້ເລີ່ມດຳເນີນ ການເຄື່ອນໄຫວ ລາດຕະເວນ ແລະ ບັງຄັບໃຊ້ກົດໝາຍ ຮ່ວມກັນ ຕາມແມ່ນ້ຳຂອງ ລະຫວ່າງຈີນ-ລາວ-ມຽນມາ-ໄທ ຄັ້ງທີ 162 ຢ່າງເປັນທາງການ.
ກ່ອນການເຄື່ອນໄຫວ, ພາກສ່ວນບັງຄັບໃຊ້ ກົດໝາຍ ທີ່ກ່ຽວຂ້ອງ ຈາກ 4 ປະເທດ ໄດ້ຈັດກອງປະຊຸມຮ່ວມຂອງ ຜູ້ບັນຊາການ ຢູ່ນະຄອນຊຽງຮຸ່ງກິ່ງ ແຂວງສິບສອງພັ່ນນາ ເພື່ອປຶກສາຫາລື ກ່ຽວກັບ ການລົງເລິກ ການຮ່ວມມືບັງຄັບໃຊ້ ກົດໝາຍ ແລະ ການຮັກສາ ຄວາມໝັ້ນຄົງ ແລະ ສະຖຽນລະພາບ ຂອງ ການຂົນສົ່ງທາງນໍ້າ ພ້ອມທັງ ໄດ້ບັນລຸຂໍ້ຕົກລົງ ຮ່ວມກັນ, ໂດຍແນໃສ່ ສະພາບ ບຸນປີໃໝ່ (ກຸດຈີນ) ໃກ້ຈະໝູນວຽນ ມາຮອດ ແລະ ກິດຈະກຳການຂົນສົ່ງ ທາງນໍ້າໃນແມ່ນໍ້າຂອງ .
ນອກຈາກນີ້, ພາກສ່ວນບັງຄັບ ໃຊ້ກົດໝາຍ ຂອງ 4 ປະເທດດັ່ງກ່າວ ຍັງຈະຈັດກອງປະຊຸມ ແລກປ່ຽນຂໍ້ມູນຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ປະເທດລາວ ເພື່ອຮ່ວມກັນ ຄົ້ນຄວ້າ ແລະ ປະເມີນ ສະພາບຄວາມໝັ້ນຄົງ ຕາມລຳແມ່ນໍ້າຂອງ ໃນປັດຈຸບັນ, ປຶກສາຫາລື ມາດຕະການລະອຽດ ຢ່າງເລິກເຊິ່ງ ກ່ຽວກັບ ການເພີ່ມທະວີ ການຄຸ້ມຄອງຄວາມໝັ້ນຄົງ ໃນເຂດນ່ານນໍ້າ ແລະ ລົງເລິກ ການຮ່ວມມື ບັງຄັບໃຊ້ ກົດໝາຍ ຫລາຍຝ່າຍ./
KPL