ຂປລ
ທ່ານ ລໍເຣນ ຫວ່ອງ ນາຍົກ ລັດຖະມົນຕີ ສິງກະໂປ ຈະໃຊ້ເວທີ ຖະແຫລງງົບປະມານ ປະຈຳປີ 2026 ໃນວັນທີ 12 ກຸມພານີ້, ເພື່ອຊຸກຍູ້ ປະເທດ ເຂົ້າສູ່ ການເປັນສູນກາງ ດ້ານປັນຍາປະດິດ (AI)
ຂປລ. ສຳນັກຂ່າວ ອິນໂຟເຄວສ: ທ່ານ ລໍເຣນ ຫວ່ອງ ນາຍົກ ລັດຖະມົນຕີ ສິງກະໂປ ຈະໃຊ້ເວທີ ຖະແຫລງງົບປະມານ ປະຈຳປີ 2026 ໃນວັນທີ 12 ກຸມພານີ້, ເພື່ອຊຸກຍູ້ ປະເທດ ເຂົ້າສູ່ ການເປັນສູນກາງ ດ້ານປັນຍາປະດິດ (AI) ໂດຍຖືເປັນ ຫົວໃຈ ສຳຄັນ ຂອງ ຍຸດທະສາດ ລັດຖະບານ ເພື່ອຂະຫຍາຍ ການເຕີບໂຕ ທາງດ້ານ ເສດຖະກິດ ທ່າມກາງ ຄວາມບໍ່ ແນ່ນອນ ແລະ ຄວາມເຄັ່ງຕຶງ ຂອງ ການຄ້າໂລກ ໃນປັດຈຸບັນ.
ທ່ານ ລໍເຣນ ຫວ່ອງ ຄາດວ່າ ຈະຊີ້ແຈງ ທິດທາງ ການໃຊ້ຈ່າຍ ແລະ ຍຸດທະສາດ ດ້ານເຕັກໂນ ໂລຊີໃໝ່ ພ້ອມທັງ ການສົ່ງສັນຍານ ເພື່ອສ້າງຄວາມ ເຊື່ອໝັ້ນ ໃຫ້ແກ່ ປະຊາຊົນ ແລະ ທຸລະກິດຂະໜາດນ້ອຍ ໂດຍສະເພາະວຽກງານ ການພັດທະນາ ທັກສະ ແຮງງານໃໝ່ ລວມເຖິງ ການບັນເທົາ ພາລະ ຄ່າຄອງຊີບ ຂອງ ສັງຄົມ ຜູ້ສູງອາຍຸ ທີ່ຂະຫຍາຍຕົວ ຢ່າງວ່ອງໄວ ຍັງຄົງເປັນ ວາລະສຳຄັນ. ການປະກາດງົບປະມານ ປະຈຳປີໃນຄັ້ງນີ້ ຖືເປັນ ໜຶ່ງໃນ ເຫດ ການ ທາງດ້ານ ການເມືອງ ທີ່ໄດ້ຮັບຄວາມສົນໃຈ ຫລາຍທີ່ສຸດ ຂອງ ສິງກະໂປ. ໂດຍຄາດວ່າ ຈະມີ ມາດຕະການ ອັດຊິດ ຫລຸດລົງ ເມື່ອທຽບກັບ ປີ 2025 ຊຶ່ງເປັນໄລຍະກ່ອນ ການເລືອກຕັ້ງ ແລະ ກົງກັບ ການສະເຫລີມ ສະຫລອງ ຄົບຮອບ 60 ປີ ຂອງ ການສ້າງຕັ້ງປະເທດ./
KPL